ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Rice ພົບປະກັບ ນາຍົກ ປາກິສຖານ ທ່ານ Sharif ໃນນະຄອນຫຼວງ ອິສລາມາບັດ


ທີ່​ປຶກສາ ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ ສະຫະລັດ ທ່ານນາງ
Susan Rice ເຂົ້າພົບ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Muhammad Nawaz Sharif ຢູ່ທີ່ທຳນຽບນາຍົກ ໃນນະຄອນຫຼວງອິສລາມາບັດ, ປະເທດປາກິສຖານ, ວັນທີ 30 ສິງຫາ 2015.
ທີ່​ປຶກສາ ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ ສະຫະລັດ ທ່ານນາງ Susan Rice ເຂົ້າພົບ ນາຍົກລັດຖະມົນຕີ ປາກິສຖານ ທ່ານ Muhammad Nawaz Sharif ຢູ່ທີ່ທຳນຽບນາຍົກ ໃນນະຄອນຫຼວງອິສລາມາບັດ, ປະເທດປາກິສຖານ, ວັນທີ 30 ສິງຫາ 2015.

ທີ່​ປຶກສາ ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ ສະຫະລັດ ທ່ານນາງ
Susan Rice ພວມ​ຢູ່​ໃນ​ປາ​ກິ​ສຖານ ​ເພື່ອ​ພົບ​ປະ​ກັບ ນາຍົກ
ລັດຖະມົນຕີຂອງປາ​ກິ​ສຖານ ​ແລະ ບັນດາ​ເຈົ້າໜ້າ​ທີ່​ ລະດັບ​ສູງ
​ຄົນ​ອື່ນໆ ໃນ​ການ​ປຶກສາ​ຫາລື ຫຼາຍ​ເລື້ອງ “​ໂດຍ​ສະ​ເພາະ ​
ເລື້ອງ ການ​ກໍ່​ການ​ຮ້າຍ ​ແລະ ການ​ໂຈມ​ຕີ​ຕ່າງໆ ຂອງພວກ​
ຫົວ​ຮຸນ​ແຮງ ທີ່​ອອກ​ມາ​ຈາກ​ດິນ​ແດນ​ຂອງ​ປາ​ກິ​ສຖານ”

ອີງ​ຕາມ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດນັ້ນ.

ຫຼັງຈາກ​ທ່ານ​ນາງ Rice ​ໄດ້ພົບ​ປະກັບ ນາຍົກລັດຖະມົນຕີ
ປາກິສຖານ ທ່ານ Nawaz Sharif ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ
​ນະຄອນ ຫຼວງອິສລາ​ມາ​ບັດ​ແລ້ວ ຫ້ອງການ​ສຳນັກງານ​ນາຍົກລັດຖະມົນຕີ ກໍ​ໄດ້ກ່າວ​
ພຽງຫນ້ອຍ​ດຽວ ກ່ຽວ​ກັບ​ເນື້ອ​ໃນ​ຂອງການ​ເຈລະຈາກັນ ​ແລະ​ໃຫ້​ຂໍ້​ສັງ​ເກດ​ວ່າ ພວກ​ເພິ່ນ
​ໄດ້​ເພັ່ງ​ເລັງ​ໃສ່​ເລື້ອງຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ ​ແລະ ອະນາຄົດ ​ຂອງ​ການ​ພົວພັນ​
ລະຫວ່າງ​ປາ​ກິ​ສຖານ ​ແລະ ສະຫະລັດ.

ທ່ານ​ນາງ Rice ຈັບມື ກັບ​ທີ່​ປຶກສາ​ຂອງ​ນາຍົກລັດຖະມົນຕີ Sharif ​ທ່ານ Saraj Aziz ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ແລະ ຮັກສາການດ້ານການຕ່າງປະເທດ ໃນນະຄອນຫຼວງອິສລາມາບັດ ປະເທດປາກິສຖານ, ວັນທີ 30 ສິງຫາ 2015.
ທ່ານ​ນາງ Rice ຈັບມື ກັບ​ທີ່​ປຶກສາ​ຂອງ​ນາຍົກລັດຖະມົນຕີ Sharif ​ທ່ານ Saraj Aziz ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ແລະ ຮັກສາການດ້ານການຕ່າງປະເທດ ໃນນະຄອນຫຼວງອິສລາມາບັດ ປະເທດປາກິສຖານ, ວັນທີ 30 ສິງຫາ 2015.

ນອກ​ນັ້ນ ທ່ານ​ນາງ Rice ຍັງໄດ້ເຈລະຈາລະດັບຄະນະ​ຜູ້​ແທນ ກັບ​ທີ່​ປຶກສາ​ຂອງ​ທ່ານ
Sharif ​ທ່ານ Saraj Aziz ເລື້ອງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ ນະ​ໂຍບາຍ​ຕ່າງປະ​ເທດ
​ແລະ ມີ​ແຜນທີ່​ຈະ​ພົບ​ປະ​ກັບ ຜູ້​ບັນຊາ​ການ​ທະຫານ ຂອງ​ປາ​ກິ​ສຖານ ທ່ານ Raheel
Sharif ນຳ​ດ້ວຍ.

ກ່ອນ​ໜ້າ ການ​ເຈລະຈາ ​ໃນ​ວັນ​ອາທິດ​ມື້​ນີ້ ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານນາງ
Rice ​ມີ​ທ່າ​ທາງວ່າ ຈະ​ສົນທະນາ​ບົດ​ບາດ​ຂອງ​ປາ​ກິ​ສຖານ ​ໃນ​ເລື້ອງ​ຄວາມ​ພະຍາຍາມ ​
ເພື່ອ​ເຈລະຈາ​ສັນຕິພາບ ກັບ​ພວກ​ທາ​ລີ​ບານ ​ຂອງ​ອັຟການິສຖານ ​ແລະ ຄວາມ​ເຄັ່ງ​ຕຶງ​
ທີ່ເພີ້​ມຂຶ້ນ ລະຫວ່າງ ອິສລາມ​າບັດ ​ແລະ ນິວ​ເດ​ລີ ນໍາ.

US Pakistan
please wait
Embed

No media source currently available

0:00 0:00:23 0:00

XS
SM
MD
LG