ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

US ທົດລອງປູກເຂົ້າ ພັນທໍາມະດາ ກັບພັນປ່າ ເພື່ອຜົນເກັບກ່ຽວທີ່ດີຂຶ້ນ ໃນອະນາຄົດ (ເບິ່ງວີດິໂອພາສາລາວ)


ນັກພຶດພັນວິທະຍາ Lewis Ziska ໄດ້ທໍາການຄົ້ນຄ້ວາ ກ່ຽວກັບການປູກເຂົ້າທໍາມະດາ ແລະເຂົ້າພັນປ່າ ໃຫ້ກະຊວງກະເສດຂອງສະຫະລັດ ມາເປັນເວລາຫລາຍປີ.
ນັກພຶດພັນວິທະຍາ Lewis Ziska ໄດ້ທໍາການຄົ້ນຄ້ວາ ກ່ຽວກັບການປູກເຂົ້າທໍາມະດາ ແລະເຂົ້າພັນປ່າ ໃຫ້ກະຊວງກະເສດຂອງສະຫະລັດ ມາເປັນເວລາຫລາຍປີ.

ກາ​ນປ່ຽນ​ແປງ​ຂອງ​ດິນຟ້າ​ອາກາ​ດຢ່າງ​ວ່ອງ​ໄວ ​ໄດ້​ກໍ່​ໃຫ້​ເກີດ​ສະພາວະ​ແຫ້ງ​ແລ້ງ​ ແລະນໍ້າ​ຖ້ວມ​ຢ່າງ​ຮ້າຍ​ແຮງ​ຢູ່​ໃນ​ທົ່ວ​ໂລກ ​​ໂດຍ​ໄດ້​ທໍາ​ລາຍການເກັບ​ກ່ຽວຜົນລະ​ປູກ​​ປະ​ເພດ​ເມັດ​ທີ່​ສໍາຄັນ ​ແລະ​​ພາ​ໃຫ້ເກີດ​ມີ​ຄວາມ​ເປັນຫ່ວງ​ຄືນ​ມາ​ໃໝ່ ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ດ້ານສະບຽງ​ອາຫານຢູ່​ໃນ​​ໂລກ​ທີ່​ຮ້ອນ​ເອົ້າຂຶ້ນ​ນີ້. ພວກ​ນັກ​ຄົ້ນຄວ້າ​ປະ​ຈໍາ​ກະຊວງກະ​ເສດ​ສະຫະລັດ​ກໍາລັງ​ສຶກສາ​ເບິ່ງພືດ​ປູກ​ປະ​ເພດ​ເມັດທີ່​ຕົກ​ຢູ່​ໃນ​ຄວາ​ມສ່ຽງ ​ແລະຈໍ​າພວກ​ພືດ​ພັນ​ປ່າແລະ​ຫຍ້າ ທີ່ຢູ່​ໃນ​ຕະກູນ​ດຽວ​ກັນ. ນັກ​ຂ່າວ​ວີ​ໂອ​ເອ Zulima Palacio ກ່າວ​ວ່າ ພວກ​ພືດ​ພັນ​ປະ​ເພດ​ຫຍ້າ ​ແມ່ນ​ສາມາດ​ຄືນ​ສູ່​ສະພາບ​ປົກກະຕິໄດ້ດີກ​ວ່າ​ ພາຍ​ໃຕ້ສະພາບ​ການທີ່​ຮຸນ​ແຮງນັ້ນ ​ແລະ​ເບິ່ງ​ຄືວ່າ​ ​ໄດ້​ຮັບ​ຜົນ​ດີ​ຈາກ​ສະພາບ​ອາກາດ​ປ່ຽນ​ແປງ​ດ້ວຍ​ຊໍ້າ ​ໃນ​ຂະນະ​ທີ່ ຈໍາພວກພືດ​ປູກ​ທໍາ​ມະ​ດາ​ທົ່ວ​ໄປ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ. ດາຣາ ບັກຄໍາ ມີ​ເລຶ່ອງນີ້​ມາສ​ະ​ເໜີ​ທ່ານ​.

ນັກ​ພືດ​ພັນ​ວິທະຍາ ລູອິສ ຊີ​ສກາ (Lewis Ziska) ​ໄດ້​ທໍາ​ການ​ສົມທຽບເບິ່ງເຂົ້າທີ່​ປູກ​ຕາມ​ນາ ​ແລະຈໍາພວກ​ເຂົ້າ​ແດງສາຍ​ພັນວັດ​ຊະ​ພືດ ຫລືພັນຫຍ້ານັ້ນ ມາ​ເປັນເວລາ​ຫລາຍປີ​ແລ້ວ. ທ່ານ Ziska ຊຶ່ງ​ເປັນນັກ​ຄົ້ນຄວ້າ​ຂອງ​ກະຊວງ​ກະ​ເສ​ດສະຫະລັດ​ ກໍາລັງ​ປູກ​ເຂົ້າ​ແຕ່​ລະ​ພັນ​ໃນ​ສະພາບ​ທີ່​ມີອຸນ​ຫະ ພູມ​ ແລະ​ລະດັບທາດ Carbon Dioxide ​ທີ່ແຕກ​ຕ່າງ​ກັນ. ​ມາຮອດ​ປັດຈຸບັນ​ ​ເຂົ້າ​ແດງ​ຫລື​ເຂົ້າ​ກໍ່າ​ແມ່ນຈະ​ເລີ​ນງອກ​ງາມ​ດີ​ເມື່ອ​ປູ​ກຢູ່​ໃນ​ອຸນ​ຫະພູມ​ທີ່​ຮ້ອນ​ເອົ້າກວ່າ ຄື​ມັນ​ຈະເຕີບ​ໃຫຍ່​ໄວ​ກວ່າ ​ແລະ​ໃຫ້​ເມັດ​ຫລາຍ​ກວ່າ​ເຂົ້າພັນ​ທີ່​ປູກ​ໂດຍ​ທົ່ວໆໄປ. ທ່ານອະທິບາຍ​ວ່າ

“ສິ່ງທີ່​ພວກ​ເຮົາ​ກໍາລັງ​ເຮັດຢູ່​ໃນ​ຂະນະ​ນີ້ ກໍ​ຄື​ສຶກສາ​ເບິ່ງ​ເຂົ້າພັນ​ປ່າຫລື​ຫຍ້າ​ ​ໃນ​ຖານະ​ເປັນ​ແຫ​ລ່ງ​ເຊື້ອພັນ​ ທີ່​ຈະ​ຊ່ວຍໃຫ້ເຂົ້າພັນ​ທີ່ປູກ​ຕາມ​ບ້ານ ປັບ​ຕົວ ​ເພື່ອ​ທີ່​ຈະ​ສາມາດ​ໃຫ້​ຜົນ​ເກັບ​ກ່ຽວ​ດີ​ ​ເຖິງ​ແມ່ນ​ມີການ​ປ່ຽນ​ແປງ​ຂອງ ສະພາບ​ດິນ​ຟ້າ​ອາກາດ​ ກໍ​ຕາມ.”

ຫ້ອງທີ່​ພວກ​ນັກ​ຄົ້ນຄວ້າ​ໃຊ້​ທົດ​ລອງປູກ​ຕາມ​ສະພາບ​ແວດ​ລ້ອມ​ນີ້ ແມ່ນ​ອໍານວຍ​ໃຫ້​ພວກເຂົາ​ເຈົ້​າສາມາດ​ຄວບ​ຄຸມ​ຄວາມ​ຮ້ອນ ຄວາມ​ຊຸ່ມ ​ແລະ​ລະດັບ​ທາດ​ຄາບອນ ​ໄດ​ອອ໊ກ​ໄຊ​ດ໌ ​ໄດ້. ທ່ານຊິສກາ ຊີແຈງ​ວ່າ

“ການ​ໃຊ້​ຫ້ອງ​ປູກ​ເຫລົ່າ​ນີ້ ​ເຮັດ​ໃຫ້​ພວກ​ເຮົາ​ສາມາດ​ນໍາ​ເອົາລະດັບຂອງ​ທາດ​ຄາບ​ອນ​ໄດອ໊ອກໄຊ​ດ໌ ​ທີ່​ມີ​ຢູ່​ເມື່ອ 50​ ປີກ່ອນ​ເຂົ້າ​ມາ​ໃຊ້ ​ແລະ ມັນກໍ​ອໍານວຍ​ໃຫ້​ພວກເຮົາ​ສາມາດ​ຈໍາລອງ​ເບິ່ງສະພາບ​ການ​ ໃນອີກ 50 ​ປີ ຕໍ່ໜ້າ​ໄດ້.”

ຫ້ອງປູກ​ທີ​ນຶ່ງ​ແມ່ນຈໍາລອງ​ສະພາບ​ການ​ໃນ​ອະດີດ. ສ່ວນຫ້ອງ​ປູກທີສອງ ຈໍາລອງສະພາບ​ການ​ໃນເວລາ​ປັດຈຸບັນ. ພັນ​ເຂົ້າທີ່​ປູກ​ຢູ່​ໃນ​ທາງກາງ ແລະ​ຂ້າງ​ຊ້າຍ​ແມ່ນ​ພັນ​ເຂົ້າປູກ​ທໍາ​ມະ​ດາ​ທົ່ວໄປ. ສ່ວນ​ພັນ​ທີ່​ປູກ​ຢູ່​ຂ້າງ​ຂວາ​ແມ່ນ​ພັນ​ເຂົ້າປະ​ເພດ​ຫຍ້າ ທີ່​ປົ່ງ​ດອກ​ເບັ່ງບານ​ແລ້ວ.

ທ່ານ ລູອິສ ຊີ​ສກາ ກ່າວ​ວ່າ ສ່ວນ​ຫ້ອງ​ປູກ​ທີສາມນັ້ນ ​ແມ່ນ​ຈໍາລອງສະພາບອາກາດໃນ​ອານາ​ຄົດ ຄືລະດັບ​ທາດ​ຄາ​ບອນ​ໄດ​ອອ໊ກ​ໄຊ​ດ໌​ແມ່ນ​ສູງ​ກວ່າ ​ແລະ​ອຸນ​ຫະພູມກໍຮ້ອນກ່ວາໃນ​ປັດຈຸບັນ​ນີ້ ສອງອົງສາ. ທ່ານ​ຊີ​ສກາ ດຶງຕົ້ນ​ເຂົ້າ​ຕົ້ນ​ນຶ່ງຂຶ້ນມາ​ໃຫ້​ເບິ່ງ ​ແລ້ວ​ເວົ້າ​ວ່າ:

“ນີ້​ແມ່ນ​ພັນ​ເຂົ້າປູກ​ທໍາ​ມະ​ດາ ທີ່​ຂ້າພະ​ເຈົ້າຫາ​ກໍ​ດຶງ​ອອກ​ຈາກ​ບ່ອນນີ່ ມັນ​ເປັນຮວງ​ເຂົ້າພັນ​ທໍາ​ມະ​ດາ ທີ່​ເຮົາ​ຈະ​ເຫັນ​ວ່າ​ມັນ​ກໍາລັງ​ເລີ່​ມອອກດອກແລະ​ເລີ່​ມປົ່ງ​ເມັດ. ນີ້​ກໍ​ແມ່ນ​ຮວງ​ດຽວ​ກັນ ທຸກ​ຢ່າງ​ເຮັດ​ແບບ​ເທົ່າໆ​ກັນ ​ແຕ່​ອັນ​ນີ້ ​ແມ່ນ​ສໍາລັບ​ເຂົ້າພັນ​ປ່າ ​ແລະ​ເຮົາ​ສາມາດ​ເຫັນ​ເຂົ້າພັນ​ປ່າແຕກ​ຮວງ​ອອກ​ໄປ ຫລາຍ​ກວ່າ​ສໍ່າ​ໃດ.”

ແລະ​ຫ້ອງ​ປູກ​ທີສີ່ນັ້ນ ​ແມ່ນ​ຕັ້ງ​ອຸນ​ຫະພູມ​ໄວ້ 4 ອົງສາ​ສູງ​ກວ່າອຸນ​ຫະພູມ​ໃນ​ປັດຈຸບັນ ຈໍາລອງ​ສະພາບ​ການ​ທີ່​ພວກ​ນັກວິທະຍາສາດ​ກ່າວວ່າ ​ໂລກ​ອາດ​ຈະປະສົບ​ໃນອີກ 30​ ຫາ 50 ປີຂ້າງໜ້າ. ​ແລະ​ໃນ​ຫ້ອງ​ນີ້​ກໍ​ຄື​ກັນ ປາກົດ​ວ່າ​ເຂົ້າພັນ​ປ່າ​ຈະ​ໃຫ້​ຜົນ​ດີກວ່າ ​ແຕ່​ເຂົ້າປູກ​ພັນ​ທໍາ​ມະ​ດາກັບ​ຕົກ​ຕໍ່າລົງ​ໄປຢ່າງ​ໃຫຍ່. ທ່ານ ລູອີສ ກ່າວ​ວ່າ

“ມັນ​ຈະກາຍ​ເປັນ​ພືດ​ພັນ​ທີ່​ບໍ່​ມີເຊື້ອ​ພະຍາດ ດອກກໍ​ຄື ຝຸ່ນ​ເກສອນ​ດອກ​ໄມ້​ ຈະ​ບໍ່​ມີ​ເຊື້ອ​ພະຍາດ​ ພາຍ​ໃຕ້ອຸນ​ຫະພູມ​ທີ່ສູງ​ຫລື​ຮ້ອນ ກວ່າ ​ແລະ​ຍ້ອນສະພາບ​ການ​ເຊັ່ນ​ນີ້ ຜົນ​ກໍ​ຄື​ ພືດ​ອາດ​ຈະ​ເບິ່ງ​ປົກກະຕິ​ດີຢູ່ ​ແຕ່​ມັນຈະ​ບໍ່​ອອກເມັດ.”

ຄລິກຢູ່ບ່ອນນີ້ ເພື່ອເບິ່ງວີດິໂອເປັນພາສາລາວ
(ຫລືຄລິກຢູ່ບ່ອນ MP4 ຂ້າງເທິງຂວາມື)

ທ່ານ ລູອີສ ຊີ​ສກາ ອະທິບາຍ​ຕໍ່​ໄປ​ວ່າ ​ເຂົ້າພັນ​ທໍາ​ມະ​ດາ​ຈະ​ບໍ່​ທົນ​ທານ​ຕໍ່​ສະພາບອາກາດ​ທຸກ​ຢ່າງ​ໄດ້. ກົງ​ກັນຂ້າມ​ ເຂົ້າ​ແດງຫລື​ເຂົ້າ​ກໍ່າທີ່ເປັນ​ພັນ​ເຂົ້າປ່າຫລື​ຫຍ້າ​ນັ້ນ ກັບປັບ​ຕົວ​ໄດ້​ດີ ​ແລະທີ່​ສໍາຄັນ​ໄປ​ກວ່າ​ນັ້ນ​ກໍ​ແມ່ນ​ວ່າ ຈໍາພວກ​ພືດ​ພັນ​ເມັດ​ທັງຫລາຍ​ນັ້ນ​ ​ແມ່ນມີເຊື້ອ​ພັນຈາກ​ພືດ​ປ່າ. ທ່ານຊິສກາກ່າວ​ວ່າ

“ສິ່ງ​ພວກ​ເຮົາ​ກໍາລັງເຮັດຢູ່​ນີ້ ​ແມ່ນພວກ​ເຮົາ​ເຮັດ​ໄປ​ຕາມ​ທີ່​ທໍາ​ມະຊາດ​ເຮັດ ພວກ​ເຮົາ​ກໍ​ລັງ​ຄັດ​ເລືອກ​ເອົາ​ເຊື້ອ​ພັນ​ທີ່​ວ່າ​ດີ​ທີ່​ສຸດ ​ແຕ່​ໃນ​ກໍລະນີ​ນີ້ ​ແມ່ນເຊື້ອ​ພັນທີ່​ດີ​ທີ່​ສຸດ​ທີ່​ສາມາດຕອບ​ສະໜອງ​ຕໍ່ສະພາບ​ການ​ປ່ຽນແປງ​ໃນຂັ້ນກວ້າງຂວາງ​ໄດ້​ດີ ​ແທນ​ທີ່​ຈະ​ເປັນ​ສະພາບ​ການ​ທີ່​ແຄບໆ​ນັ້ນ.”

ອີງ​ຕາມ​ກະຊວງ​ກະ​ເສດ​ສະຫະລັດ ​ປະເທດໄທ ຫວຽດນາມ ຈີນ ​ແລະສະຫະລັດ ​ແມ່ນ​ພວກ​ປະ​ເທດ​ຜະລິດ​ເຂົ້າຊັ້ນນໍາ​ຂອງ​ໂລກ ຄື​ສົ່ງ​ເຂົ້າ ພັນ​ສໍາຄັນ​ສີ່​ຊະນິດ ອອກຂາຍ​ໃນ​ທົ່ວ​ໂລກ. ທ່ານຊິສກາກ່າວ​ວ່າ ຫລາຍໆ​ຄົນ​ຢູ່ໃນ​ທົ່ວ​ໂລກ​ແມ່ນ​ອາ​ໃສ​ເຂົ້າ​ເປັນ​ອາຫານ​ຫລັກ​ ແລະ​ວິຊາ​ຫາ​ກິນ​ຂອງ​ເຂົາ​ເຈົ້າ​. ທ່ານກ່າວ​ຕໍ່ໄປວ່າ

“ຈໍານວນ​ຜູ້​ຄົນ​ທີ່​ກາງ​ຕໍ່​ເຂົ້າ​ຢູ່​ໃນ​ທົ່ວໂລກ​ແມ່ນ​ມີ​ໂຕ​ເລກ ​ໃນ​ລະຫວ່າງ ສອງ ຫາ ສາມ​ພັນ​ລ້ານ​ຄົນ. ​ເຂົ້າ​ເປັນ​ອາຫານ​ຫລັກ ​ເປັນ​ອາຫານ​ປະ​ເພດເມັດ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ໂລກ”

ທ່ານ Lewis Ziska ຊຶ່ງ​ເປັນ​ນັກ​ວິ​ທະຍາ​ສາດ ຫວັງ​ທີ່​ຈະ​ຜະລິດ​ເຂົ້າພັນປ່າ ທີ່​ສາມາດ​ສະໜອງ​ໃຫ້​ພວກ​ຊາວນາ​ນໍາ​ໄປ​ປູກ​ໃຫ້​ໄດ້ຜົນ​ ພາຍ​ໃນ 3 ຫາ 5 ປີ​ຕໍ່ໜ້າ. ທ່ານຍັງ​ຕ້ອງການ​ສຶກສາ​ເບິ່ງ​ເຂົ້າ​ແດງ​ທີ່​ປູກ​ຢູ່​ໃນ​ສະພາບ​ຄວາມ​ແຫ້ງ​ແລ້ງ ​ແລະ​ນໍ້າ​ຖ້ວມ​ຮຸນ​ແຮງ ຊຶ່ງ​ທ່ານ​ເຊື່ອ​ວ່າ ​ໃນບໍ່​ເທົ່າ​ໃດທົດ​ສະ​ວັດ​ຕໍ່ໜ້າ​ນີ້ ມັນ​ອາດ​ເປັນ​ອາຫານ​ຫລັກ​ໃຫ້​ແກ່​ໂລກ ທີ່​ກໍາລັງ​ປະ​ເຊີນກັບສະພາບ​ດິນ​ຟ້າ​ອາກາດ​ ທີ່​ຮຸນ​ແຮງແລະປັ່ນ​ປ່ວນ​ທີ່​ສຸດ​ນັ້ນໄດ້.

XS
SM
MD
LG