ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຂາວ ເຕືອນ ກ່ຽວກັບ ໄພຂົ່ມຂູ່ ຈາກພວກນັກລົບ ລັດອິສລາມ (ສະໄລດ໌/ວີດີໂອ)


ທ່ານ Ben Rhodes ຮອງທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ຖະແຫຼງຕໍ່ພວກນັກຂ່າວ ທີ່ເມືອງ Edgartown ລັດ Massachusetts (22 ສິງຫາ 2014)
ທ່ານ Ben Rhodes ຮອງທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ຖະແຫຼງຕໍ່ພວກນັກຂ່າວ ທີ່ເມືອງ Edgartown ລັດ Massachusetts (22 ສິງຫາ 2014)

ລັດຖະບານ ຂອງປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ
ການສັງຫານນັກຂ່າວອາເມຣິກັນທ່ານ James Foley ໂດຍ
ພວກຫົວຮຸນແຮງຈາກກຸ່ມລັດອິສລາມແມ່ນເທົ່າກັບເປັນການ
ໂຈມຕີໂດຍກົງຕໍ່ສະຫະລັດ.

ທ່ານ Ben Rhodes ຮອງທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງ
ຊາດ ຂອງສະຫະລັດ ກ່າວໃນມື້ວັນສຸກວານນີ້ວ່າ ສະຫະລັດ
ພ້ອມແລ້ວທີ່ຈະເອົາມາດຕະການເພີ້ມຕື່ມຕໍ່ພວກນັກລົບລັດ
ອິສລາມເພື່ອປົກປ້ອງຊາວອາເມຣິກັນແລະຍ້ອນກຸ່ມດັ່ງກ່າວ
ເປັນໄພຂົ່ມຂູ່ທີີ່ໃຫຍ່ຫຼວງໃນທຸກມື້ນີ້ິ້ຫຼາຍກວ່າເມື່ອ 6 ເດືອນ
ກ່ອນ. ໃນການຕັດສິນໃຈ ທີ່ຈະທຳການໂຈມຕີ ເພີ້ມຕື່ມນັ້ນ
ທ່ານ Rhodes ກ່າວຕື່ມວ່າ ການປະຕິບັດງານທາງທະຫານຂອງສະຫະລັດ ຈະບໍ່ຈຳກັດ ໂດຍເຂດແດນຂອງປະເທດ.

ທ່ານເວົ້າວ່າ “ພວກເຮົາເຫັນວ່າ ພວກເຂົາເປັນໄພຂົ່ມຂູ່ ຕໍ່ຜົນປະໂຫຍດຂອງພວກເຮົາຢູ່ ໃນຂົງເຂດ ຕໍ່ພະນັກງານແລະຕໍ່ສະຖານທີ່ຕ່າງໆຂອງພວກເຮົາຢູ່ໃນຂົງເຂດແລະຈະແຈ້ງ ການປະຫານຊີວິດ ແບບໂຫດຮ້າຍປ່າເຖື່ອນ ທ່ານ Jim Foley ແມ່ນເທົ່າກັບ ເປັນການ ໝິ່ນປະໝາດ ເປັນການໂຈມຕີ ບໍ່ພຽງແຕ່ ຕໍ່ຜູ້ກ່ຽວເທົ່ານັ້ນ ແຕ່ລາວ ເປັນຄົນອາເມຣິກັນ ແລະພວກເຮົາເຫັນວ່າເປັນການໂຈມຕີຕໍ່ປະເທດຂອງພວກເຮົາເວລາຜູ້ໃດຜູ້ນຶ່ງຂອງພວກ ເຮົາຖືກສັງຫານແບບນັ້ນ.”

ພວກນັກລົບຈາກກຸ່ມລັດອິສລາມໄດ້ເຂົ້າຢຶດເອົາດິນແດນສ່ວນນຶ່ງຢູ່ໃນພາກເໜືອຂອງ
ອີຣັກ ແລະພາກຕາເວັນອອກຂອງຊີເຣຍ ໃນລະຍະ 6 ອາທິດຜ່ານມານີ້ ແລະພວກເຂົາ
ໄດ້ ເຄື່ອນໄຫວໄປມາຢ່າງເສລີ ລະຫວ່າງປະເທດທັງສອງ.

ໃນເຫດການອີກດ້ານນຶ່ງນັ້ນ ໃນມື້ວັນສຸກວານນີ້ການໂຈມຕີຢ່າງຮ້າຍແຮງຕໍ່ວັດອິສລາມ ນິກາຍຊຸນນີ່ ທາງກ້ຳຕາເວັນອອກສຽງເໜືອ ຂອງນະຄອນຫຼວງແບັກແດດ ປາກົດວ່າຈະ ບ່ອນທຳລາຍ ຕໍ່ການດຳເນີນຄວາມພະຍາຍາມຂອງລັດຖະບານກາງ ທີ່ນຳພາໂດຍຊາວ ຊີໄອທ໌ເພື່ອເຊື່ອມປະສານການແບ່ງແຍກທາງດ້ານສາສະໜາ ແລະຊຸກຍູ້ໃຫ້ມີການສ້າງ ຕັ້ງແນວໂຮມຕ້ານພວກຫົວຮຸນແຮງລັດອິສລາມ. ຫຼາຍສິບຄົນໄດ້ເສຍຊີວິດ ໃນຂະນະທີ່ ພວກເຂົາເຈົ້າໄປຮ່ວມສູດມົນພາວະນາປະຈຳສັບປະດາ.

ພວກທີ່ເຫັນເຫດການ ແລະເຈົ້າໜ້າທີ່ສາສະໜານິກາຍຊຸນນີ່ໄດ້ຖິ້ມໂທດໃສ່ສະມາຊິກທະ ຫານບ້ານຫົວແຂງກະດ້າງຊີໄອທ໌ ໃນການໂຈມຕີຄັ້ງນີ້ ແຕ່ຜູ້ບັນຊາການ ທະຫານລັດຖະ ບານ ບາງທ່ານເວົ້າວ່າ ເຂົາເຈົ້າສົງໄສວ່າເປັນນ້ຳມືຂອງພວກຫົວຮຸນແຮງລັດອິສລາມໃນ ການຄາດຕະກຳໝູ່ດັ່ງກ່າວ.

ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດໄດ້ປະນາມການໂຈມ
ຕີ ໃນຄັ້ງນີ້ ແລະເວົ້າວ່າ ພວກຜູ້ນຳຂອງອີຣັກ ຈາກທຸກພັກຝ່າຍການເມືອງ ຄວນເປັນຜູ້ ຊ່ອຍໃນການສ້າງຄວາມສາມັກຄີຊາດ ຕ້ານກຸ່ມຫົວຮຸນແຮງຈັດຕ່າງໆ. ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ກໍໄດ້ປະນາມ ການໂຈມຕີ ໂດຍໃຊ້ຄຳ ເວົ້າທີ່ແຮງທີ່ສຸດ.

ໃນມື້ວັນສຸກວານນີ້ ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ກໍໄດ້ໂອ້
ລົມ ທາງໂທລະສັບ ກັບລັດຖະມົນຕີການຕ່າງປະເທດອີຣັກທ່ານ Hoshyar Zebari ກ່ຽວ ກັບສະຖານະການຢູ່ໃນປະເທດັ່ງກ່າວ. ກະຊວງການຕ່າງປະເທດເວົ້າວ່າທ່ານ Kerry ໄດ້ ສະແດງການສະໜັບສະໜຸນຢ່າງແຂງຂັນຕໍ່ການສ້າງຕັ້ງລັດຖະບານຊຸດໃໝ່ແລະຊຸກຍູ້ໃຫ້ ທ່ານ Zebari ກົດດັນ ຕໍ່ທຸກພັກຝ່າຍ ກ່ຽວກັບຄວາມຈຳເປັນ ທີ່ຈະຕ້ອງໄດ້ດຳເນີນງານ ຮ່ວມກັນ. ກະຊວງການຕ່າງປະເທດເວົ້າວ່າ ພວກທ່ານທັງສອງຍັງໄດ້ເຫັນພ້ອມນຳກັນວ່າ ສະຫະລັດ ຂົງເຂດພາກຕາເວັນອອກກາງ ແລະປະຊາຄົມນາໆຊາດ ຕ້ອງໄດ້ດຳເນີນງານ ຮ່ວມກັນ ເພື່ອຮັບມືກັບໄພຂົ່ມຂູ່ທີ່ມາຈາກກຸ່ມລັດອິສລາມ.

ນອກນັ້ນ ໃນມື້ວານນີ້ ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ຍັງຮຽກຮ້ອງໃຫ້ ປະຊາຊົນຊາວອີຣັກເອົາຊະນະຕໍ່ການມີຄວາມເຫັນຂັດແຍ້ງແລະສາມັກຄີກັນ ຕໍ່ສູ້ກັບກຸ່ມ ລັດອິສລາມ. ໃນບົດຂຽນ ທີ່ພິມເຜີຍແຜ່ໂດຍໜັງສືພິມ ວໍຊິງຕັນໂພສຕ໌ນັ້ນ ທ່ານ Biden ເວົ້າວ່າການຢູ່ລອດຂອງອີຣັກແມ່ນຂຶ້ນຢູ່ກັບຄວາມສາມາດຂອງຊາວອີຣັກເພື່ອສ້າງຄວາມ ປຸ້ມລຸມສາມັກຄີ ໃນການດຳເນີນຄວາມພະຍາຍາມຮ່ວມ. ທ່ານເວົ້າວ່າ ການສ້າງຕັ້ງລັດ ຖະບານໃນອີຣັກແມ່ນມີຄວາມສຳຄັນຫຼາຍ. ພ້ອມນີ້ ທ່ານ Biden ຍັງໄດ້ກ່າວຊົມເຊີຍຈິດ ໃນແຫ່ງການ ຮ່ວມມືລະຫວ່າງກຳລັງຮັກສາຄວາມສະຫງົບຢູ່ໃນອີຣັກແລະເວົ້າວ່າ ກຳລັງ ອີຣັກແລະກຳລັງຊາວເຄີດ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດທີ່ຈະດຳເນີນງານຮ່ວມ
ກັນ ເວລາເຂົາເຈົ້າສູ້ລົບກັບພວກຫົວຮຸນແຮງລັດອິສລາມ ທີ່ເຂື່ອນ Mosul ນັ້ນ.

IRAQ SOT
please wait
Embed

No media source currently available

0:00 0:00:21 0:00

XS
SM
MD
LG