ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການທົບທວນ ຊີ້ໃຫ້ເຫັນ ບັນຫາຕ່າງໆ ໃນຕຳຫຼວດລັບ ອາລັກຂາ ປະທານາທິບໍດີ


ຕຳຫລວດລັບ ອາລັກຂາ ປະທານາທິບໍດີ ສະຫະລັດ ພວມປະຕິບັດງານ ຢູ່ທຳນຽບຂາວ ໃນນະຄອນຫລວງ ວໍຊິງຕັນ.
ຕຳຫລວດລັບ ອາລັກຂາ ປະທານາທິບໍດີ ສະຫະລັດ ພວມປະຕິບັດງານ ຢູ່ທຳນຽບຂາວ ໃນນະຄອນຫລວງ ວໍຊິງຕັນ.

ການ​ທົບ​ທວນ​ທີ່​ເປັນ​ອິດສະຫຼະ ​ໄດ້​ລົງ​ຄວາມ​ເຫັນ​ວ່າ ຕຳ
ຫຼວດ​ລັບສະຫະລັດ ຕ້ອງການບຸກຄົນຈາກ​ພາຍ​ນອກເຂົ້າ
ມາປະຕິຮູບໃໝ່ທັງ​ໝົດ ໃນອັນ​ທີ່​ລາຍງານ ​ອະທິບາຍ​ວ່າ
ເປັນອົງການ “ປິດ” ດ້ວຍການເພີ້ມ​ເຈົ້າ​ໜ້າ​ທີ່ ແລະ​ປັບປຸງ​
ການ​ເຝິກ​ແອບ. ການ​ທົບ​ທວນ​ຍັງ​ໄດ້​ສະ​ເໜີ​ໃຫ້ຍົກ​ລະດັບ
​ຮົ້ວ​ຂອງທຳນຽບຂາວ ສູງ ຂື້ນເປັນ 1 ​ແມັດເຄິ່ງ ​ເພື່ອ​ໃຫ້​
ເປັນ​ທີ່​ຍາກ​ຂື້ນ​ ທີ່ຈະ​ປິນ​ເຂົ້າ​ໄປຂ້າງໃນໄດ້.

ບົດສະຫລຸບຂອງລາຍ​ງານ​ ​ໄດ້ນຳອອກເຜີຍ​ແຜ່​ໃນ​ວັນ​ພະ
ຫັດ​ວານ​ນີ້ ​ເຖິງ​ການ ທົບທວນທີ່ເປັນຄວາມ​ລັບ​ສູງ​ສຸດ ​
ໂດຍເປີດ​ເຜິ​ຍ​ໃຫ້ເຫັນເຖິງ​ບັນຫາອັນ​ເລິກ​ແລບ​ໃນ​ອົງການ
​ທີ່​ຮັບຜິດຊອບກັບການ​ປ້ອງ​ກັນປະທານາທິບໍດີ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ
ລັດຖະບານ.

ລາຍ​ງານ​ກ່າວ​ວ່າ ອົງການດັ່ງກ່າວແມ່ນຕ້ອງການການ​ນຳພາ ທີ່​ຈະໃຫ້ບຳເນັດ ຕໍ່​ແນວ
​ຄິດປະດິດສ້າງ ​ແລະ​ຄວາມດີເດັ່ນ ​ຕະຫລອດທັງ​ຕ້ອງມີ​ຄວາມ​ຮັບຜິດ ຊອບນຳດ້ວຍ.

ລາຍ​ງານ​ກ່າວ​ວ່າ ອົງການດັ່ງກ່າວ​ຕ້ອງການ​ຜູ້ນຳ​ຄົນ​ໃໝ່ທີ່ເຂັ້ມແຂງ ມີຄວາມ​ສາມາດ
​ເຮັດ​ໃຫ້​ມີ​ການ​ປ່ຽນແປງ​ພາຍ​ໃນ​ການຈັດ​ຕັ້ງ. ​ເພີ້​ມ​ເຕີມ​ໄປ​ກວ່າ​ນັ້ນ ລາຍ​ງານ​ກ່າວ​ວ່າ
ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ ສົມ​ຄວນ​ທີ່​ຈະ​ໄດ້​ຮັບ​ການ​ເຝິກ ແອບ​ຢູ່​ໃນສະພາບ​ທີ່​ຄ້າຍ
ຄື​ກັນກັບ​ບັນ​ຍາ​ກາດ​ສິ່ງ​ແວດ​ລ້ອມ ອັນ​ທີ່​ເຂົາ​ເຈົ້າ​ຈະ​ປະຕິບັດ​ງານ. ບັນດາ​ຂໍ້​ສະ​ເໜີ
​ອຶ່ນໆ​ ຮຽກຮ້ອງ​ໃຫ້​ມີ​ການ​ປະຕິ​ຮູບ​ກ່ຽວ​ກັບ​ການ​ເກັບເກນ ວ່າຈ້າງ ແລະ​ເລື່ອນ​ຊັ້ນ ​ໃນ​
ຂະນະທີ່​ຢ່າງ​ອຶ່ນໆ​ກ່າ​ວ​ເຖິງ​ບັນ​ຫາການລົງ​ໂທດ.

ລັດຖະມົນຕີປ້ອງ​ກັນ​ຄວາມ​ປອດ​ໄພ​ພາຍໃນປະ​ເທດຂອງສະຫະລັດ ທ່ານ Jeh
Johnson ກ່າວ​ວ່າ ຂໍ້​ສະ​ເໜີ​ຂອງ​ຄະນະ​ກຳມະການ​ຈຳນວນ​ນຶ່ງ ຄ້າຍຄື​ກັນ​ກັບ​ການ​ທົບ​
ທວນ​ຂອງ​ອົງການ ທີ່​ໄດ້​ປະຕິບັດ​ມາ​ກ່ອນ​ນັ້ນ. ແຕ່ຫລາຍໆ​ຢ່າງ​ບໍ່​ໄດ້​ມີ ການຈັດຕັ້ງ​ປະ
ຕິບັດ. ທ່ານ​ກ່າວ​ວ່າ ສິ່ງ​ເຫລົ່າ​ນີ້ ​ຈະ​ບໍ່​ໃຫ້ພາດໄປ​ ​ແລະຕົກ​ໄປ​ທາງ​ຂ້າງ​ອີກໃນ​ຄັ້ງ​ນີ້.

XS
SM
MD
LG