ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ປ​ຊ ກ່າວວ່າ ໂລກ​ຈະ​ຕ້ອງ ຕັດການປ່ອຍ ແກ​ັສເຮືອນແກ້ວ ລົງ


ຈາກຊ້າຍ ລັດຖະມົນຕີ ສິ່ງແວດລ້ອມ Peru ທ່ານ Manuel Pulgar-Vidal, ທ່ານພັນກິມູນ ເລຂາທິການໃຫຍ່ ສປຊ, ທ່ານ Rajendra K. Pachauri ປະທານຄະນະກຳມະການ IPCC ແລະທ່ານນາງ Renata Christ ເລຂາທິການ ຂອງ IPCC, ວັນທີ 2 ພະຈິກ 2014, ທີ່ Copenhagen.
ຈາກຊ້າຍ ລັດຖະມົນຕີ ສິ່ງແວດລ້ອມ Peru ທ່ານ Manuel Pulgar-Vidal, ທ່ານພັນກິມູນ ເລຂາທິການໃຫຍ່ ສປຊ, ທ່ານ Rajendra K. Pachauri ປະທານຄະນະກຳມະການ IPCC ແລະທ່ານນາງ Renata Christ ເລຂາທິການ ຂອງ IPCC, ວັນທີ 2 ພະຈິກ 2014, ທີ່ Copenhagen.

ຄະນະ​ກຳມະການ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​
ຂອງ​ສະຫະ​ປະຊາ​ຊາດ​ຈຸ​ນຶ່ງ​ກ່າວ​ວ່າ ​ໂລກ​ຈະ​ຕ້ອງ​ຕັດ​ການ​ສົ່ງ
ແກ​ສ​ເຮືອນແກ້ວ​ ຂຶ້ນ​ສູ່​ບັນຍາກ​າດລົງ​ມາ​ເປັນ​ຈຸດ​ສູນ ​ພາຍ​ໃນ​
ປີ 2100 ​ເພື່ອ​ຈຳກັດ​ຄວາມ​ສ່ຽງ​ອັນຕະລາຍ​ທີ່​ສຸດທີ່​ພົວພັນ​ກັບ
​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນັ້ນ.

ຢູ່​ໃນ​ລາຍ​ງານສະບັບ​ນຶ່ງ​ທີ່​ອອກ​ໃນ​ວັນ​ອາທິດ​ວານ​ນີ້​ທີ່​ນະ​ຄອນ
Copenhagen ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ວ່າ
ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ສະ​ລຸບການ​ພົບ
ເຫັນ​ຂອງ​ພວກ​ນັກວິທະຍາສາດ​ຈຳນວນ​ຫລາຍ​ກວ່າ 800 ຄົນ
​ໃນ​ຊ່ວງ​ເວລາ 13 ​ເດືອນ​ຜ່ານ​ມາ​ນີ້ ​ໃນ​ອັນ​ທີ່​ບັນ​ລະ​ຍາຍ​ວ່າ ​ເປັນ​ການ​ປະ​ເມິນ​ຜົນ​ທີ່​ກວ້າງຂວາງ​ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ກ່ຽວ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ວີດີໂອ: ປ. ໂອບາມາ ຮຽກຮ້ອງໃຫ້ເຄື່ອນໄຫວ ກ່ຽວກັບການປ່ຽນແປງຂອງ
ດິນຟ້າອາກາດ:

Obama Calls for World Action on Climate Change
please wait

No media source currently available

0:00 0:02:06 0:00

ລາຍ​ງານ​ສະ​ບັບ​ນີ້​ເຕືອນ​ວ່າ ນອກຈາກ​ວ່າການ​ໃຊ້​ເຊື້ອ​ເພີງ​ທຳ​ມະ​ຊາດ ທີ່ບໍ່​ມີ​ການ​ຈຳກັດ​
ຈະ​ໝົດ​ໄປ​ພາຍ​ໃນ​ປີ 2100 ​ເພື່ອ​ລົດຜ່ອນ​ການປ່ອຍ​ແກ​ສ​ເຮືອນ​ແກ້​ວ ຂຶ້ນ​ສູ່​ບັນຍາກາດ​. ບໍ່​ດັ່ງ​ນັ້ນ ມັນກໍ​ອາດ​ຈະ​ເປັນ​ໄປ​ບໍ່​ໄດ້ ​ທີ່​ຈະບັນລຸ​ເປົ້າ​ໝາຍ​ໃນ​ການ​ຈຳກັດການ​ເພີ່ມ​ຂຶ້ນ​ຂອງອຸນນະພູມ​ສະ​ເລ່ຍ ຢູ່​ເທິງ​ໜ້າດິນ​ຂຶ້ນ 2 ອົງສາ Celcius ເ​ໜືອຍຸກ​ສະ​ໄໝ​ກ່ອນ​ອຸດ
ສາຫະກຳ. ອຸນນະພູມ​ໄດ້​ເພີ່ມ​ຂຶ້ນ​ແລ້ວ​ .85 ອົງສາ Celcius ​ແລ້ວ.

ລາຍ​ງານ​ສະບັບ​ນີ້​ເຕືອນ​ວ່າ ຖ້າ​ບໍ່​ມີ​ການ​ແກ້​ໄຂ​ເລື້ອງ​ນີ້ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ​ ຈະ​ເພີ່ມ​ຂຶ້ນ ​ໃນ​ຂັ້ນ​ທີ່​ຮ້າຍ​ແຮງຜິດ​ປົກກະຕິ ​ແລະ​ສົ່ງ​ຜົນ​ກະທົບ​ທີ່​ຈະ​ຕ່າວ​ປີ້ນ​ບໍ​່ໄດ້​ ສຳລັບ​
ຜູ້​ຄົນ​ແລະ​ລະບົບ​ນິ​ເວດ​ວິທະຍາ.

ວີດີໂອ: ເດັນມາກ ທົດລອງໃຊ້ ໄຟໃຕ້ຖະໜົນແບບໃໝ່ ເພື່ອລົດການປ່ອຍແກສ ເຮືອນແກ້ວ:

Better Street Lighting Lowers Carbon Emission
please wait

No media source currently available

0:00 0:02:45 0:00

ວີດີໂອພາສາລາວ ກ່ຽວກັບ ກອງປະຊຸມດິນຟ້າອາກາດ ຂອງ ສປຊ ເມື່ອເດືອນກັນຍາ:

XS
SM
MD
LG