ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ປະທ້ວງ ທີ່ເຮືອບິນລົບຈີນ ບິນສະກັດກັ້ນ ແບບເປັນ ອັນຕະລາຍ (ວີດີໂອ)


ພົນເຮືອຕີ John Kirby ໂຄສົກທຳນຽບຫ້າແຈ
ພົນເຮືອຕີ John Kirby ໂຄສົກທຳນຽບຫ້າແຈ

ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ກ່າວ​ວ່າ ​ເຮືອບິ​ນລົບ​ອາຍ
ພົ່ນຂອງຈີນລຳນຶ່ງໄດ້​ບິນຂຶ້ນສະກັດກັ້ນແບບເປັນອັນ​ຕະລາຍ
ຕໍ່​ເຮືອບິນ ກອງທັບເຮືອ​ສະຫະລັດ ຢູ່​ນອກ​ຝັ່ງ​ທະ​ເລ​ຈີນ.

​ໂຄສົກ​ທະ​ນຽບຫ້າ​ແຈ ພົນ​ເຮືອຕີ John Kirby ກ່າວ​ວ່າ ​ເຮືອບິນ
​ລົບ​ຈີນ ​ໄດ້​ບິນເຂົ້າ​ມາໃກ້ໆ​ ຫລາຍ​ຄັ້ງ ​ບິນ​ເຂົ້າ​ມາໃນໄລຍະ 10 ​
ແມັດ ຫ່າງຈາກເຮືອບິນ​ອາຍພົ່ນ ຂອງກອງທັບ​ເຮືອສະຫະລັດ.

ທ່ານຍັງ​ກ່າວ​ອີກ​ວ່າ ​ເຮືອບິນ​ຈີນ ໄດ້ບິນ​ຜ່ານ​ກ້ອງ​ເຮືອບິນອາຍ
ພົ່ນ P-8 Poseidon ຂອງສະຫະລັດ.

ພົນເຮືອຕີຣ Kirby ກ່າວ​ວ່າ “​ເຮືອ​ບິນ​ລົບ​ຈີນ ຍັງ​ໄດ້​ບິນ​ຜ່ານ​ຫົວ​
ເຮືອບິນ P-8 ໃນລັດສະໝີ 90 ອົງສາດ້ວຍ​ການ​ແບ​ທ້ອງໃສ່ເຮືອ
ບິນ P-8 Poseidon ພ​ວກ​ເຮົາ​ເຊື່ອ​ວ່າ ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ
​ເຮືອບິນ​ນັ້ນຕິດ​ອາວຸດແລະ​ເຂົາ​ເຈົ້າ​ໄດ້​ບິນໂດຍ​ກົງ​ແລະ​ບິນຄຽງ
ຂ້າງ​ເຮືອບິນ P-8 ​ເຮັດ​ໃຫ້ ​ປີກ​ເຮືອບິ​ນ​ທັງສອງ ຫ່າງກັນພຽງ 20
ຟິດ ​ແລະ​ຫລັງ​ຈາກ​ນັ້ນ ​ກໍທຳການບິນປີ້ນຫງາຍ.

ພົນເຮືອຕີ Kirby ກ່າວ​ວ່າ ອຸບັດ​ເຫດດັ່ງກ່າວ ໄດ້​ເກີດ​ຂຶ້ນໃນ​ວັນ​
ອັງຄານ​ທີ່​ຜ່ານ​ມາໃນເຂດ​ນ່ານ​ນ້ຳສາກົນ 200 ກິ​ໂລ​ແມັດຢູ່ທາງ
​ພາກ​ຕາ​ເວັນ​ອອກ​ຂອງ​ເກາະ Hainan.

ທຳນຽບຫ້າ​ແຈກ່າວ​ວ່າ ສະຫະລັດໄດ້​ຍື່ນ​ປະ​ທ້ວງ​ຕໍ່​ຈີນກ່ຽວ​ກັບ​ອຸບັດ​ເຫດ​ດັ່ງກ່າວນີ້ແລ້ວ.

ພົນເຮືອຕີ Kirby ກ່າວ​ວ່າ “ພວກ​ເຮົາ​ ໄດ້​ສະແດງ​ຄວາມ​ເປັນ​ຫ່ວງ​ກັງວົນຢ່າງແຮງ​ຕໍ່ຈີນ ກ່ຽວ
​ກັບ​ຄວາມບໍ່ປອດ​ໄພ ​ແລະບໍ່​ເປັນມືອາຊີບ ​ໃນການສະກັດກັ້ນ ຊຶ່ງພາ​ໃຫ້​ເກີດຄວາມສ່ຽງ​ຕໍ່​ຄວາມ​ປອດ​ໄພ​ ​ແລະ​ສະຫວັດດີພາບຂອງ​ບັນດາ​ລູກ​ເຮືອ​ແລະເປັນການລະເມີດຕໍ່ກົດໝາ​ຍ ສາກົນ ທີ່ເຄີຍປະຕິບັດກັນມາ.

ພົນເຮືອຕີ Kirby ເວົ້າວ່າ ເຮືອບິນອາຍພົ່ນ ຂອງສະຫະລັດ ພວມຢູ່ໃນລະຫວ່າງການບິນ ລາດຕະເວນ ຕາມປົກກະຕິ.

US CHINA WARPLANE SOTVO
please wait

No media source currently available

0:00 0:00:23 0:00

XS
SM
MD
LG