ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການອັດໂຮງການ ຂອງລັດຖະບານ ສຫລ ກ້າວເຂົ້າສູ່ ອາທິດທີ 2 ແລ້ວ (ວີດີໂອ)


Washington Week: All Eyes on Government Shutdown, US Debt Ceiling
please wait

No media source currently available

0:00 0:01:55 0:00
ລິງໂດຍກົງ

ທຸກໆສາຍຕາ ພາກັນເພັ່ງເລັ່ງໃສ່ ລັດຖະບານ ສຫລ ກ່ຽວກັບ ເພດານໜີ້ສິນຂອງລັດຖະບານ

ການ​ປິດ​ບາງ​ພາກສ່ວນ​ຂອງ​ລັດຖະບານສະຫະລັດ ​ໄດ້​ຍ່າງ​ເຂົ້າ
​ສູ່ອາທິດ​ທີ່​ສອງ​ແລ້ວ ​ໂດຍທີ່ຍັງ​ບໍ່​ເຫັນ​ວ່າ​ຈະ​ສິ້ນ​ສຸດລົງ​ໃນ​ໄວໆ
​ນີ້ແຕ່​ຢ່າງ​ໃດ ຂະນະ​ທີ່​ສໍານວນ​ໂວຫານ​ຂອງ​ທັງ​ສອງ​ພັກ​ການ
​ເມືອງໃນ​ກຸງ​ວໍ​ຊິງ​ຕັນ ມີ​ນໍ້າ​ສຽງ​ຮຸນ​ແຮງ​ຂຶ້ນໃນ​ແຕ່​ລະ​ມື້ ​ໂດຍ​ທີ່​
ພວກນັກ​ການ​ເມືອງຄົນ​ສໍາຄັນໆ ຍັງ​ສືບ​ຕໍ່ຢືນ​ຢັດ​ຢູ່​ໃນ​ທ່າ​ທີ​ອັນ
​ແຂງກະດ້າງ​ຂຶ້ນ​ຂອງ​ຕົນ ຊຶ່ງ​ປະກົດ​ວ່າ ໃຫ້ຄວາມ​ຫວັງ​ໄລຍະ​
ສັ້ນນ້ອຍຫລາຍ ວ່າຈະ​ມີ​ການ​ຮັບ​ຜ່ານ​ງົບປະມານໃຫ້ລັດຖະ
ບານກາງ​ນັ້ນ.

ທັງຝ່າຍ​ພັກເດ​ໂມ​ແຄຣັດ​ແລະ​ພັກ​ຣິ​ພັບບລິກັນ ຕ່າງ​ກໍ​ຍັງຢືນ​ຢັດ
​ວ່າ​ ມັນ​ຂຶ້ນ​ຢູ່​ກັບ​ອີກ​ຝ່າ​ຍນຶ່ງ ທີ່​ຈະ​ເປັນ​ຜູ້​ເຮັດ​ໃຫ້ ສະພາບ​ການ
​ບໍ່​ໄປ​ບໍ່​ມາ​ທາງ​ການ​ເມືອງ​ຂອງ​ວໍ​ຊິງ​ຕັນ ​ຍຸຕິ​ລົງ​ນັ້ນ. ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ
ກ່າວ​ວ່າ ພວກ​ຜູ້​ແທນພັກ​ຣິ​ພັບບລິກັນຢູ່​ໃນ ​ລັດຖະສະພາ ຈະຕ້ອງ​ຍອມ​ໃຫ້​ມີ​ການ​ລົງ
​ຄະ​ເນນ​ສຽງ​ກ່ຽວ​ກັບ​ຮ່າງ​ງົບປະມານທີ່​ບໍ່​ມີ​ເງື່ອນ​ໄຂໃດໆ​ຕິດ​ແນບ​ໄປ​ນໍ​າ ຊຶ່ງ​ທ່ານກ່າວ​ວ່າ​:
“ຈົ່ງຍຸຕິການ​ຫລິ້ນ​ຕະລົກ​ອັນ​ນີ້ເສຍແລະຍຸຕິການຢຸດພັກງານຂອງລັດຖະບານ.”

ພັກ​ຣິ​ພັບ​ບລິກັນ ກ່າວວ່າ ການປະ​ເຊີນ​ໜ້າ​ກັນຄັ້ງນີ້ແມ່ນ ສືບ​ເນື່ອງມາຈາກປະທານາທິບໍດີ
ທີ່ປະຕິເສດ ບໍ່ຍອມຕໍ່ລອງ ໃນຂະນະທີ່ລັດຖະບານຍັງປິດກິດຈະການຢູ່​ນີ້. ຜູ້ນໍາສຽງສ່ວນ
ຫຼາຍ​ໃນສະພາຕໍ່າ ທ່ານ Eric Canton ຈາກ​ພັກຣີພັບ​ບລິ​ກັນ ກ່າວວ່າ: “​ນັ້ນມັນ​ບໍ່ແມ່ນ
ການນໍາພາ, ມັນແມ່ນທ່າ​ທີ. ຄວາມ​ບໍ່​ເຕັມ​ໃຈທີ່​ຈະ​ນັ່ງ​ລົງ​ເຈລະຈາ​ກັບພວກເຮົາ​
ແມ່ນ​ສາ​ເຫດ​ທີ່​ພາ​ໃຫ້​ມີ​ການປິດ​ລັດຖະບານ​ລົງ​ນັ້ນ.”


US Government Shutdown Continues with No Clear End in Sight
please wait

No media source currently available

0:00 0:03:18 0:00
ລິງໂດຍກົງ

ປະທານາທິບໍດີ ​ໂອ​ບາ​ມາ ໄດ້ສົມ​ທຽບ​ຂໍ້​ຮຽກຮ້ອງ​ຂອງພັກ​ຣິ​ພັບບລິກັນ ​ໃສ່​ກັບການລັກພາ
ຕົວປະກັນ. ຊຶ່ງທ່ານກ່າວວວ່າ: “ຂ້າພະ​ເຈົ້າຈະ​ບໍ່​ຍອມຈ່າຍ​ຄ່າ​ໄຖ່ ​ເພື່ອ​ແລກກັບ​ການ​
ເປີດ​ລັດຖະບານ​ຄືນ​ນັ້ນ ແລະແນ່ນອນ ຂ້າພະ​ເຈົ້າຈະ​ບໍ່​ຍອມຈ່າຍ​ຄ່າ​ໄຖ່ ​ເພື່ອ​ແລກ
ກັບການ​ເພີ່ມເພ​ດານໜີ້​ສິນຂອງ​ລັດຖະບານ.”


​ໃນັວນ​ເສົາ​ແລ້ວ​ນີ້ ສະພາ​ຕໍ່າ ​ໄດ້​ລົງ​ຄະ​ແນນ​ສຽງເພື່ອອະນຸມັດ​ໃຫ້ຈ່າຍ​ເງິນ​ເດືອນ ຍ້ອນ​ຫລັງ
​ຄືນ​ໃຫ້​ພວກ​ລັດຖະກອນ ທີ່​ຖືກ​ພັກ​ການ​ເວລາ​ປິດ​ລັດຖະບານ​ລົງ​ເມື່ອ​ວັນ​ທີ​ນຶ່ງ​ຕຸລາ​ນັ້ນ
​ເວລາ​ໃດ​ທີ່​ສະພາວະ​ດັ່ງກ່າວ​ນີ້​ສິ້ນ​ສຸດ​ລົງ. ​ແຕ່​ວ່າ​ພວກ​ລັດຖະກອນ​ກໍ​ບໍ່​ຮູ້​ວ່າ ​ເວລາ​ໃດ​
ເຂົາ​ເຈົ້າ​ຈຶ່ງ​ຈະ​ໄດ້​ຮັບ​ເງິນ​ເດືອນ​ຄືນ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ຮຽກຮ້ອງ​ໃຫ້​ສະພາ​ທໍາ​ການ
​ເຄື່ອນ​ໄຫວ​ໂດຍ​ໄວ.

ສະພາບການ​ບໍ່​ໄປ​ບໍ່​ມາ​ກ່ຽວ​ກັບ​ການ​ອັດ​ລັດຖະບານ​ນີ້ ອາດ​ຈະ​ຖືກ​ຄອບ​ງໍາ​ໂດຍ​ວິ​ກິດ​ການ
ດ້ານ​ການ​ເງິນ​ອີກ​ອັນ​ນຶ່ງ ທີ່​ກໍາລັງ​ປະກົດ​ຂຶ້ນ​ມາລາ​ງໆ. ນັ້ນ​ກໍ​ຄື​ຄວາມ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ເພີ້​ມ
ຂີດ​ຈໍາກັດ​ໃນ​ການ​ກູ້​ຢືມ​ເງິນ​ຂອງ​ລັດຖະບານ​ກາງ. ສະຫະລັດ​ກໍາລັງ​ຕົກ​ຢູ່​ໃນ​ສະພາບ​ທີ່​ຈະ​
ບໍ່​ສາມາດ​ຊໍາລະ​ໜີ້​ສິນ​ຂອງ​ຕົນ ​ແລະ​ຖືກ​ຫລຸ​ດຄະ​ແນນ​ຄວາມ​ໜ້າ​ເຊື່ອ​ຖື​ດ້ານ​ສິນ​ເຊື່ອ​ລົງ ​
ເວັ້ນ​ເສຍ​ແຕ່​ວ່າ​ລັດຖະສະພາ​ຈະ​ອະນຸມັດ​ໃຫ້​ ຍົກ​ລະດັບ​ເພ​ດ​ານໜີ້​ຂອງ​ລັດຖະບານ​ໃນ​
ອາທິດ​ໜ້າ​ນີ້.
XS
SM
MD
LG