ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ແລະຈີນ ປະກາດ ການໃຫ້ ສັດຕະຍາບັນ ຕໍ່ຂໍ້ຕົກລົງ ປາຣີ


ປະທານາທິບໍດີໂອບາມາ ເດີນທາງໄປເຖິງ ສະໜາມບິນສາກົນ Xiaoshan ທີ່ເມືອງຫາງໂຈ. (3 ກັນຍາ 2016)
ປະທານາທິບໍດີໂອບາມາ ເດີນທາງໄປເຖິງ ສະໜາມບິນສາກົນ Xiaoshan ທີ່ເມືອງຫາງໂຈ. (3 ກັນຍາ 2016)

ສະຫະລັດ​ແລະ​ຈີນຕ່າງ​ກໍ​ໄດ້​ໃຫ້​ສັດຕະຍາບັນ​ຢ່າງ​ເປັນ​ທາງ​ການ​ຕໍ່​ຂໍ້​ຕົກລົງ​ປາຣີ ຊຶ່ງ​ເປັນ​ບາດກ້າວ​ທີ່​ສຳຄັນ ຂອງ​ສອງ​ປະ​ເທດ​ທີ່​ສ້າງ​ຄວາມ​ເປື້ອນ​ເປິ​ຮ້າຍ​ແຮງ​ທີ່ສຸດທີ່​ແນ​ໃສ່​ເພື່ອ​ຊ່ອຍ​ນຳ​ເອົາ​ຂໍ້​ຕົກລົງ​ວ່າດ້ວຍ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃຫ້ ​ເລີ້ມມີ​ຜົນ​ບັງຄັບ​ໃຊ້​ພາຍ​ໃນ​ປີນີ້.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂ​ອບາ​ມາ ແລະ​ປະ​ເທດ​ປະ​ເທດ​ຈີນ ທ່ານ Xi Jin- ping ​ໄດ້​ປະກາດ​ກ່ຽວ​ກັບ​ການ​ຕົກລົງ​ທີ່​ວ່າ​ນີ້ໃນ​ລະຫວ່າງການ​ພົບ​ປະກັນທີ່​ເມືອງ​ຫາງ​ໂຈ ຊຶ່ງ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ຈີ 20 ​ໃນ​ປີນີ້.

ປະທານາທິບໍດີໂອບາມາ ເດີນທາງໄປເຖິງສະໜາມບິນສາກົນ Xiaoshan ຂອງເມືອງຫາງໂຈ
ປະທານາທິບໍດີໂອບາມາ ເດີນທາງໄປເຖິງສະໜາມບິນສາກົນ Xiaoshan ຂອງເມືອງຫາງໂຈ

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ “ນີ້ບໍ່​ແມ່ນ​ການ​ຕໍ່ສູ້ ທີ່​ປະ​ເທດ​ໃດ​ປະ​ເທດ​ນຶ່ງ ບໍ່ສຳຄັນ ​ວ່າ​ຈະ​ມີ​ອິດ​ທິພົນ​ຫລາຍ​ປານ​ໃດ​ກໍ​ຕາມ ຈະ​ເຮັດໄດ້​ຕາມ​ລຳພັງ. ​ໃນ​ອະ​ນາດ​ຄົດ​ຂ້າງ​ໜ້າ ພວກ​ເຮົາ​ອາດ​ຈະ​ຫຼິງ​ເຫັນ​ວ່າ ນີ້​ແມ່ນ​ໂອກາດ​ເວລາ​ ທີ່ພວກ​ເຮົາ​ຊຶ່ງ​ໃນ​ທີ່​ສຸດ​ກໍ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ປົກ​ປ້ອງ​ໂລກ​ຂອງ​ເຮົາ.”

ທ່ານ Xi ກ່າວ​ວ່າ ທ່ານ​ຫວັງ​ວ່າການ​ປະກາດ​ດັ່ງກ່າວ​ຈະ​ເປັນ​ຜົນ​ປະ​ໂຫຍ​ດສຳລັບ​ທຸກໆ​ປະ​ເທດ. ທ່ານ​ເວົ້າວ່າ ການ​ຕອບ​ຮັບ​ຂອງ​ພວກ​ເຮົາ ​ຕໍ່​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຈະ ​ມີຜົນ​ຕໍ່​ອະນາຄົດ​ຂອງ​ປະຊາຊົນ​ພວກ​ເຮົາ​ແລະຄວາ​ມຢູ່​ດີ​ກິນ​ດີ​ຂອງ​ມະນຸດຊາດ​ນຳດ້ວຍ.

World Leaders Arrive in Hangzhou for G-20 Summit
please wait

No media source currently available

0:00 0:00:56 0:00

ສື່​ມວນ​ຊົນ​ຂອງ​ທາງ​ການ​ຈີນ ລາຍງານ​ໃນ​ຕອນ​ເຊົ້າວັນເສົາ​ມື້ນີ້ວ່າ ສະພາ​ປະຊາຊົນ​ແຫ່ງ​ຊາດ​ຂອງ​ຕົນ ​ໄດ້​ໃຫ້ການ​ອະນຸມັດ​ ຕໍ່​ການ​ຕັດສິນ​ໃຈ ທີ່​ກອງ​ປະຊຸມປິດ​ລັບ ​ເປັນເວລາ​ນຶ່ງ​ອາທິດ. ລາຍ​ງານ​ຂອງ​ອົງການ​ຂ່າວ​ຊິນ​ຫົວ ​ໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ໝັ້ນໝາຍ​ຂອງ​ຈີນ ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ສະພາບ​ອາກາດ​ຮ້ອນ​ເອົ້າຂອງ​ໂລກ​ແລະ​ເອົາ​ບົດບາດ​ເພີ້ມຂຶ້ນກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ.

ທ່ານ Brian Deese ທີ່​ປຶກສາ​ອະ​ວຸ​ໂສ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ການ​ປະ ກາດ​ຂອງ​ປັກ​ກິ່ງ​ແລະ​ວໍ​ຊິງ​ຕັນ ​ແມ່ນໄດ້​ຈັດຕັ້ງທິດ​ທາງ​ອັນ​ຈະ​ແຈ້ງ​ ເພື່ອຊ່ອຍ​ເຮັດ​ໃຫ້​ຂໍ້​ຕົກລົງ​ປາຣີ​ ເລີ້ມມີ​ຜົນ​ບັງຄັບ​ໃຊ້​ພາຍ​ໃນ​ທ້າຍ​ປີນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG