ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ເກົາຫຼີໃຕ້ ຢ້ຽມຢາມ ​ເອກ​ອັກຄະ​ລັດຖະທູດ​ ສຫລ ຢູ່ທີ່ໂຮງໝໍ ໃນນະຄອນຫຼວງໂຊລ


ປະ​ທາ​ນາ​ທິບໍດີ​​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hye (ຊ້າຍ) ໂອ້ລົມກັບ ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳເກົາຫຼີໃຕ້ ທ່ານ Mark Lippert ຢູ່ທີ່ຫ້ອງຕ້ອນຮັບແຂກຂອງໂຮງໝໍ ບ່ອນທີ່ ທ່ານ Mark Lippert ໄດ້ນອນ​ຮັບການ​ຮັກສາ​ຕົວ​ຢູ່ນັ້ນ ໃນນະຄອນຫລວງໂຊລ ເກົາຫຼີໃຕ້, ວັນຈັນທີ 9 ມີນາ 2015.
ປະ​ທາ​ນາ​ທິບໍດີ​​ເກົາຫຼີ​ໃຕ້ ທ່ານ​ນາງ Park Geun-hye (ຊ້າຍ) ໂອ້ລົມກັບ ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳເກົາຫຼີໃຕ້ ທ່ານ Mark Lippert ຢູ່ທີ່ຫ້ອງຕ້ອນຮັບແຂກຂອງໂຮງໝໍ ບ່ອນທີ່ ທ່ານ Mark Lippert ໄດ້ນອນ​ຮັບການ​ຮັກສາ​ຕົວ​ຢູ່ນັ້ນ ໃນນະຄອນຫລວງໂຊລ ເກົາຫຼີໃຕ້, ວັນຈັນທີ 9 ມີນາ 2015.

ໃນ​ວັນ​ຈັນ​ມື້​ນີ້ ປະ​ທາ​ນາ​ທິບໍດີເກົາຫຼີ​ໃຕ້ ທ່ານ​ນາງ Park
Geun-hye ​ໄດ້ໄປ​ຢ້ຽມຢາມ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ
ທ່ານ Mark Lippert ທີ່ນອນ​ຮັບ​ຮັກສາ​ຕົວ​ຢູ່​ໂຮງໝໍ ຫລັງ​ຈາກ​
ຖືກ​ໂຈມ​ຕີ​ດ້ວຍ​ມີດ​ ​ເມື່ອ​ອາທິດ​ແລ້ວ​ນີ້.

ນັກ​ເຄື່ອນ​ໄຫວ​ຄົນ​ໜຶ່ງ​ ທີ່​ເປັນ​ຜູ້​ເຫັນ​ອົກ​ເຫັນ​ໃຈ​ເກົາຫຼີ​ເໜືອ​ ​ໄດ້
ຖື​ມີດ​ແລ່ນ​ເຂົ້າ​ໄປ​ປາດ ທ່ານ Lippert ຢູ່​ທີ່​ໃບ​ໜ້າ ​ແລະ​ຂໍ້​ແຂນ ​
ໃນ​ວັນ​ພະ​ຫັດ​ຜ່ານ​ມາ ຂະນະ​ທີ່ທ່ານກຽມຈະ​ກ່າວ​ຄຳ​ປາໄສ ຢູ່​
ຫ້ອງກ່າວ​ປະຖະກະຖາແຫ່ງ​ໜຶ່ງ ​ໃນ​ນະຄອນຫລວງ​ໂຊ​ລ.

​ໃນ​ວັນ​ສຸກ​ຜ່ານ​ມາ ທ່ານ​ນາງ Park ທີ່​ຫາ​ກໍ​ກັບ​ຄືນ​ມາ​ ຈາກ
ການ​ເດີນ ທາງ​ໄປພາກຕາ​ເວັນອອກ​ກາງນັ້ນ ​ໄດ້ລົມ​ກັບທ່ານ Lippert ​ແລະ ບອກ​ທ່ານ​ວ່າ
ຫົວ​ໃຈ​ຂອງ​ທ່ານ​ນາງ​ມີ​ຄວາມ​ເຈັບ​ປວດ ​ເພາະວ່າ ທ່ານ Lippert ​ໄດ້​ປະສົບ​ກັບ​ການ​ໂຈມ
​ຕີ​ແບບ​ດຽວ​ກັນ​ ທີ່​ທ່ານ​ນາງ​ໄດ້​ປະສົບ ມາຄັ້ງໜຶ່ງ. ທ່ານ​ນາງ Park ​ໄດ້​ຖືກ​ປາດ​ຢູ່​ໃບ​ໜ້າ​
​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ ​ໃນ​ນະຄອນຫລວງ​ໂຊ​ລ ​ເມື່ອ​ປີ 2006. ທ່ານ​ນາງ ​ໄດ້​
ເຂົ້າ​ຮັບ​ການ​ຮັກສາ​ພະຍາບານ​ຢູ່ໂຮງໝໍ​ດຽວ​ກັນ ກັບ​ທີ່​ທ່ານ Lippert ກຳລັງ​ໄດ້​ຮັບ​ການ​
ຮັກສາ​ປິ່ນປົວ​ຢູ່​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວໃນ​ວັນ​ອາທິດວານ​ນີ້ວ່າ ຜູ້​ຕ້ອງ​ສົງ​ໄສ ຊື່ Kim Ki-jong ​ໄວ 55 ປີ
ປະ​ເຊີນ​ໜ້າ​ກັບຂໍ້ກ່າວ​ຫາ ພະຍາຍາມ​ທຳ​ການຄາດຕະກຳ ທີ່​ອາດ​ເປັນ​ໄປ​ໄດ້.

US South Korea attack
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG