ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດ ປ. Tabare Vazquez ໄດ້​ຮັບ​ໄຊຊະນະ ​ໃນການ​ເລືອກຕັ້ງ ທີ່ຢູຣູກວາຍ


ຜູ້ສະໝັກ ເປັນປະທານາທິບໍດີ ຈາກພັກປະສົມ
ແນວ​ໂຮມກວ້າງຂວ້າງ ທ່ານ Tabare Vazquez ສະເຫລີມສະຫລອງ ຢູ່ນະຄອນຫລວງ Montevideo ປະເທດຢູຣູກວາຍ ວັນທີ 30 ພະຈິກ 2014.
ຜູ້ສະໝັກ ເປັນປະທານາທິບໍດີ ຈາກພັກປະສົມ ແນວ​ໂຮມກວ້າງຂວ້າງ ທ່ານ Tabare Vazquez ສະເຫລີມສະຫລອງ ຢູ່ນະຄອນຫລວງ Montevideo ປະເທດຢູຣູກວາຍ ວັນທີ 30 ພະຈິກ 2014.

ຜູ້​ສະໝັກ ຂອງພັກ​ລັດຖະບານ ທ່ານ Tabare Vazquez ​ໄດ້​ຮັບ
​ໄຊຊະນະ ຢ່າງ​ງ່າຍດາຍ ​ໃນ​ການ​ເລືອກຕັ້ງປະທານາທິບໍດີ ຂອງ
ຢູຣູ​ກວາຍ.

ທ່ານ Vazquez ​ ໝໍ​ປົວໂຣກມະ​ເຮັງ ໄວ 74 ປີ ໄດ້​ຮັບ​ໄຊຊະນະ
​ການ​ເລືອກຕັ້ງຂັ້ນຊີ້​ຂາດ ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ເປັນ​ການ​
ຂະຫຍາຍ ອຳນາດການ​ປົກຄອງ ​ຂອງ​ແນວ​ໂຮມອ່ຽງຊ້າຍ ອອກ
ໄປອີກ ທີ່ໄດ້​ຊ່ອຍເຮັດ​ໃຫ້ ການ​ສົມລົດ​ລະຫວ່າງ​ເພດ​ດຽວ​ກັນນັ້ນ
​ເປັນ​ສິ່ງ​ຖືກຕ້ອງ ຕາມກົດໝາຍ ​ແລະ​ ໄດ້​ເຄື່ອນ​ໄຫວ ໄປ​ສູ່​ການສ້າງຕັ້ງຕະຫລາດກັນຊາ ທີ່ລັດເປັນ​ຜູ້​ດຳ​ເນີນ​ການ ແຫ່ງ​
ທຳ​ອິດ​ຂອງ​ໂລກ.

ຄູ່​ແຂ່ງ​ຂອງ ​ທ່ານ Vazquez ຄື ທ່ານ Lacalle Pou ​ໄວ 41 ປີ ​ໄດ້​ໃຫ້​ຄຳ​ສັນຍາ​ວ່າ
ຈະທັບມ້າງສ່ວນ​ໃຫຍ່ ​ຂອງ​ແຜນການດັ່ງກ່າວ ​ທີ່​ເຮັດໃຫ້​ລັດຖະບານ ​ເປັນ​ຜູ້​ເບິ່ງ​ແຍງ
ຄວບ​ຄຸມ ການ​ຜະ​ລິດ ການ​ແຈກ​ຈ່າຍ​ ​ແລະ ການ​ຄ້າຂາຍ ກັນຊາ​ນັ້ນ ໃນ​ລະດັບ​ຊາດ.
​ແຜນ​ການ​ດັ່ງກ່າວ ​ແມ່ນ​ຍັງ​ຢູ່​ໃນຂັ້ນຕອນ ການ​ຈັດ​ຕັ້ງປະຕິບັດຢູ່.

ທ່ານ Vazquez ປະທານາທິບໍດີ​ຜູ້​ຖືກ​ເລືອກຕັ້ງ​ໃໝ່ນັ້ນ ​ເຄີຍ​ເປັນ​ປະທານາທິບໍດີ ​ມາແລ້ວ ​ຈາກ​ປີ 2005 ຫາ 2010. ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ທ່ານ​ ​ໃນ​ເວລາ​ທີ່​ທ່ານ​ອອກ​ຈາກຕຳ​ແໜ່ງ ໄປ​ນັ້ນ ໄດ້​ເປີດ​ທາງ​ໃຫ້ ປະທານາທິບໍດີໃນ​ປັດຈຸບັນ ທ່ານ Jose Mujica ​ໄດ້​ຖືກເລືອກເປັນ ປະທານາທິບໍດີ ​ສືບ​ທອດຕຳ​ແໜ່​ງຈາກ​ທ່ານ. ທ່ານ Jose Mujica ​ເປັນອະດີດທະຫານ​ກອງ​ໂຈນ ຜູ້​ທີ່ດຳລົງຊີ​ວິດຢູ່ແບບ​ອ່ອນ​ນ້ອມ​ຖ່ອມ​ໂຕ. ທັງ​ສອງ​ທ່ານນັ້ນ ​ແມ່ນ​ສັງກັດ​ຢູ່​ໃນ​ພັກ​ດຽວ​ກັນ ຄືພັກປະສົມແນວ​ໂຮມກວ້າງຂວ້າງ ທີ່ໄດ້​ຄຸມ​ອຳນາດ​ມາ​ເປັນເວລາໜຶ່ງທົດ​ສະ​ຫວັດແລ້ວ.

ຢູຣູກວາ​ຍ ​ຫ້າມ ​ປະທານາທິບໍດີ ບໍ່ໃຫ້​ດຳລົງ​ຕຳ​ແໜ່​ງ ສອງ​ສະ​ໄໝ ລຽນຕິດ ຊຶ່ງ​ສະ​ໄໝໜຶ່ງ​
ມີ​ກຳໜົດ​ 5 ປີ​.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG