ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການ​ເດີນ​ຂະ​ບວນ​ ຍັງມີ​ຢູ່​ຕໍ່​ມາ ເພື່ອ​ປະ​ທ້ວງ​ ການ​ຄາດຕະກຳ ຊາຍ​ຜິວ​ດຳ​ ທີ່​ບໍ່​ມີ​ອາວຸດ


US PROTESTS VO
please wait
Embed

No media source currently available

0:00 0:00:43 0:00

ເບິ່ງວີດີໂອ ລາຍງານເລື້ອງນີ້

ການ​ເດີນ​ຂະ​ບວນ​ໃນ​ທົ່ວ​ສະຫະລັດ ຍັງມີ​ຢູ່​ຕໍ່​ມາ ​ໃນ​ວັນ​ເສົາ​
ວານ​ນີ້ ​ເພື່ອ​ປະ​ທ້ວງ​ການ​ຄາດຕະກຳຊາຍ​ຜິວ​ດຳ​ທີ່​ບໍ່​ມີ​ອາວຸດ ​
ໂດຍ​ຕຳຫລວດ​ຜິວ​ຂາວ ​ທີ່​ບໍ່​ໄດ້​ຖືກ​ກ່າວ​ຟ້ອງ ​ໃນ​ຂໍ້​ຫາ​ກະທຳ
​ຜິດ​ໃດໆ ​ໂດຍ​ຄະນະ​ຕຸລາການ. ພວກ​ເດີນ​ຂະ​ບວນ ພາກັນ
​ອອກ​ມາປະ​ທ້ວງ ຕາມ​ເມືອງ​ໃຫຍ່​ໆ​ ລວມທັງ​ໃນ ນະຄອນ
ນິວຢອກ ວໍ​ຊິງ​ຕັນ ​ຊິຄາ​ໂກ ດີ​ທຣ້ອ​ຍ ລອສ ​ແອນ​ຈີ​ແລັສ
ຮີ​ວສຕັນ ​ແລະ ຊີ​ແອັຕ​ເຕິ​ລ.

ພວກ​ເດີນ​ຂະ​ບວນປະ​ທ້ວງ ຫຼາຍໆ​ຄົນ ພາກັນນອນ​ລົງກັບ​ພື້ນ
ຮ້ານ​ຄ້າ​ໃຫຍ່ໆ ​ແລະ ຕັນ​ຖະໜົນສາຍຫຼັກຕ່າງໆ ​ເຮັດ​ຄື​ຄົນຕາຍ
​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າຮ້ອງ​ໂຮ​ວ່າ “ຊີວິດ​ຄົນ​ຜິວ​ດຳ ມີ​
ຄວາມສຳຄັນ.”

ການ​ປະ​ທ້ວງ​ຢູ່​ທາງພາກ​ເໜືອ​ຂອງ​ແຄ​ລິ​ຟໍ​ເນຍ ທີ່​ເມືອງ ​ເບີກ​ກລີ ໄດ້​ກາຍ​ເປັນ​ຄວາມ​
ຮຸນ​ແຮງ​ຂຶ້ນ ​ເວລາ​ພວກປະ​ທ້ວງໃສ່​ໜ້າ​ກາກ​ຈຳນວນ​ນຶ່ງ ​ໄດ້​ປະ​ທະ​ກັບ​ຕຳຫລວດ ​ແລະ
ທຸບກະຈົກ​ລົດຫຼາຍໆຄັນ ​ແລະ ພາ​ກັນ​ເຂົ້າ​ໄປລັກ​ເອົາ​ເຄື່ອງ​ຢູ່​ໃນ​ຮ້ານ​ຄ້າຫຼາຍໆ​ແຫ່ງ.
ສອງສະຖານີ​ລົດ​ໄຟ​ຂົນ​ສົ່ງແບບວ່ອງ​ໄວ ​ໄດ້​ຖືກ​ປິດ​ລົງ ​ໃນ​ລະຫວ່າງ​ການ​ກໍ່​ຄວາມ​ວຸ້ນວາຍ ດັ່ງກ່າວ.

ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່​ຈະ​ແກ້ໄຂ​ອັນ​ທີ່​ທ່ານ​ເອີ້ນ​ວ່າ
“ຄວາມ​ບໍ່​ໄວ້​ວາງ​ໃຈທີ່​ພວມຟົດ​ເດືອດ​ຢູ່​” ລະຫວ່າງ ຕຳ​ຫລວດ ​ແລະ ຊົນ​ກຸ່ມນ້ອຍນັ້ນ.

ການ​ເດີນ​ຂະ​ບວນປະທ້ວງຫຼ້າສຸດ ​ເລີ້ມ​ຂຶ້ນ​ໃນ​ວັນ​ພຸດ​ຜ່ານ​ມາ ​ເວລາ ຄະນະ​ຕຸລາການ​
ສອບ​ສວນໃນ​ນະຄອນ​ນິວຢອກ ຕັດສິນ​ໃຈບໍ່ກ່າວ​ຟ້ອງ​ ​ຕຳຫລວດ Daniel Pantaleo
​ໃນ​ຂໍ້​ຫາ​ຄາດ​ຕະກຳ ​ດ້ວຍ​ການ​ຮັດ​ຄໍ ທ້າວ Eric Garner ພໍ່​ໄວ 43 ປີ ທີ່​ມີ​ລູກ​ເຕົ້າ 6
ຄົນນັ້ນ. ຢູ່​ໃນ​ພາບ​ວີ​ດີ​ໂອ ຂອງ​ການ​ຈັບ​ກຸມ​ທ້າວ Garner ນັ້ນ ​ສາມາດໄດ້​ຍິນສຽງ​ຂອງ
​ລາວ​ເວົ້າຄ່ອຍໆວ່າ “ຂ້ອຍ​ຫາຍ​ໃຈ​ບໍ່​ໄດ້” ​ ໃນ​ຂະນະ​ທີ່​ຕຳຫລວດ​ຈັບໂຕໄວ້​ຢູ່​ກັບພື້ນ.

ການ​ຕັດສິນ​ດັ່ງກ່າວ​ ທີ່​ໄດ້​ປະກາດ​ອອກ​ມາ ​ເກົ້າມື້ຫຼັງຈາກຄະນະ​ຕຸລາການ ​ເມືອງເຟີ​ກູ​ສັນ ຂອງ​ລັດ​ມິ​ຊູຣີ ​ໄດ້ຕັດສິນ​ທີ່​ຈະ​ບໍ່​ຟ້ອງ​ຮ້ອງ ຕຳຫລວດ Darren Wilson ​ໃນ​ຂໍ້​ຫາ​ຍິງ ທ້າວ Michael Brown ​ໄວ 18 ປີ ຕາຍ ເມື່ອ​ເດືອນສິງຫາ​ຜ່ານ​ມາ ​ເ​ຊັ່ນກັນ.

ເບິ່ງວີດີໂອ ກ່ຽວກັບຂ່າວນີ້:

New Protests Against Police Brutality in Many US Cities
please wait

No media source currently available

0:00 0:02:35 0:00

Demonstrations across the U.S. continued Saturday, protesting the killing of unarmed black men by white police officers who have not been been charged with any offenses by grand juries.

Marchers turned out in several large cities, including New York, Washington, Chicago, Detroit, Los Angeles, Houston and Seattle.

The latest demonstrations started Wednesday when a New York grand jury failed to indict police officer Daniel Pantaleo for the July chokehold death of Eric Garner, a 43-year-old father of six.

That decision was announced nine days after a Ferguson, Missouri grand jury chose not to indict Darren Wilson for the shooting death in August of 18-year-old Michael Brown.

XS
SM
MD
LG