ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການປະທະກັນ ຍັງດຳເນີນຢູ່ຕໍ່ມາ ໃນຢູເຄຣນ ເຖິງແມ່ນມີການຢຸດຍິງ


ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko (ຊ້າຍ) ເບິ່ງ ການຊ້ອມລົບ ຂອງກອງທັບຢູເຄຣນ ຢູ່ໃນຂົງເຂດ Mykolaiv ຂອງ ຢູເຄຣນ, ວັນທີ 25 ເມສາ 2015.
ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko (ຊ້າຍ) ເບິ່ງ ການຊ້ອມລົບ ຂອງກອງທັບຢູເຄຣນ ຢູ່ໃນຂົງເຂດ Mykolaiv ຂອງ ຢູເຄຣນ, ວັນທີ 25 ເມສາ 2015.

ຢູ​ເຄຣນ ກ່າວ​ວ່າ ທະຫານ​ຂອງ​ຕົນ​ຄົນ​ນຶ່ງ ຖືກ​ຂ້າ​ຕາຍ ​ແລະ ອີກ
7 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ວັນ​ອາທິດ​ວານ​ນີ້ ​ໃນ​ການ​ປະ​ທະ​ກັນ
ຢ່າງ​ຮຸນ​ແຮງ​ບັ້ນ​ໃໝ່ ລະຫວ່າງ ກອງ​ກຳລັງ​ລັດຖະບານ ​ແລະ
ພວກ​ແບ່ງ​ແຍກ​ດິນ​ແດນ​ນິຍົມຣັດ​ເຊຍ ​ທີ່ໄດ້ຕໍ່ສູ້ກັນ​ເພື່ອ​ຄວບ​ຄຸມ
​ພື້ນ​ທີ່​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

​ໂຄສົກ​ກອງທັບ​ຢູ​ເຄຣນ ທ່ານ Oleksandr Motuzyanyk ​ໄດ້​
ກ່າວ​ຫາ ພວກກະບົດ ວ່າ​ເປັນ​ຝ່າຍ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ດ້ວຍ​
ການ​ຍິງ​ປືນ​ພວກ​ເຂົາ​ເຈົ້າ​ໃສ່ ທະຫານ​ຂອງ Kyiv ໃນໄລຍະເວລາ
24 ຊົ່ວ​ໂມງ​ຜ່ານ​ມາ ຊຶ່ງ​ເປັນ​ການ​ຂົ່ມຂູ່ເທື່ອ​ໃໝ່ ຕໍ່​ຂໍ້​ຕົກລົງ​ຢຸດ​ຍິງ​
ອັນບອບ​ບາງ ທີ່ໄດ້​ບັນລຸກັນ​ເມື່ອ​ເດືອນ​ກຸມພາ​ນັ້ນ. ທ່ານ​ກ່າວ​ອີກ
​ວ່າ ການ​ໂຈມ​ຕີ​ຕ່າງໆ ສ່ວນ​ໃຫຍ່ ​ແມ່ນ​ເພັ່ງເລັງ​ໃສ່​ສະໜາມ​ບິນ​ໃກ້ໆ​ກັບ ​ເມືອງ Donetsk ​
ແລະ ​ໃກ້​ກັບ ​ເມືອງ​ທ່າ​ Mariupol ທີ່​ລັດຖະບານຄວບ​ຄຸມ ຢູ່ຊາຍຝັ່ງທະ​ເລ Azov.

ບັນດາ​ຜູ້​ຕິດຕາມກວດກາ​ສາກົນ ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ ​ຍັງມີ​ຢູ່​ຕໍ່​ມາໃນແຕ່
ລະ​ມື້ ຢ່າງ​ເປັນ​ປົກກະຕິ ​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ຂໍ້​ຕົກລົງ​ຢຸດ​ຍິງກັນ​ແລ້ວ​ກໍ​ຕາມ ​ແຕ່​ຫາກ​ວ່າ
ບໍ່​ຮ້າຍ​ແຮງ​ເທົ່າ​ກັບ​ເມື່ອ​ກ່ອນ. ພົນລະ​ເຮືອນ ພວກ​ແບ່ງ​ແຍກ​ດິນ​ແດນ ​ແລະ ພວກ​
ພະນັກງານ​ຂອງ Kyiv ຫຼາຍກວ່າ 6,100 ຄົນ ​ໄດ້ເສຍ​ຊີວິດ ​ໃນ​ການ​ສູ້ລົບ​ກັນ ຈົນ​ເຖິງ​
ປັດຈຸບັນ​ນີ້ ​ເປັນເວລາຍາວ​ນານ ຫຼາຍກວ່າ 1 ປີມາແລ້ວ.

ນາຍທະຫານຢູເຄຣນ ຖືກສົ່ງມາຮັກສາຕົວ ຢູ່ສະຫະລັດ:

Left for Dead on Battlefield, Ukrainian Officer Recovers at US Мilitary Hospital
please wait

No media source currently available

0:00 0:04:48 0:00



Ukraine said that one of its soldiers was killed and seven others injured Sunday in a new outbreak of violence between government forces and pro-Russian separatists fighting for control in eastern Ukraine.

Ukrainian military spokesman Oleksandr Motuzyanyk accused the insurgents of escalating their fire against Kyiv's troops in the last 24 hours, a new threat to the fragile cease-fire agreed to in February.

He said the attacks were mostly focused near the Donetsk airport and near Mariupol, a government-held coastal city on the Sea of Azov.

International monitors say shelling has continued on a daily basis in spite of the truce, although not as extensively as before. More than 6,100 civilians, separatists and Kyiv personnel have been killed in the fighting that now has lasted for more than a year.

XS
SM
MD
LG