ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບ ສະຫະລັດ ໂຈມຕີ ພວກຫົວຮຸນແຮງ ໃນອີຣັກ ໃກ້ເຂື່ອນ Haditha (ວີດີໂອ)


ພວກຊາວເມືອງພາກັນມອດໄຟ ທີ່ເກີດຈາກການໂຈມຕີ
ທາງອາກາດ ໂດຍກຳລັງທີ່ຈົງຮັກພັກດີຕໍ່ ປ. Bashar al-Assad ແຫ່ງຊີເຣຍ ທີ່ເມືອງ Raqqa, ວັນທີ 6 ກັນຍາ 2014.
ພວກຊາວເມືອງພາກັນມອດໄຟ ທີ່ເກີດຈາກການໂຈມຕີ ທາງອາກາດ ໂດຍກຳລັງທີ່ຈົງຮັກພັກດີຕໍ່ ປ. Bashar al-Assad ແຫ່ງຊີເຣຍ ທີ່ເມືອງ Raqqa, ວັນທີ 6 ກັນຍາ 2014.

ກອງທັບ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​ທຳ​ການໂຈມ​ຕີ​ທາງ​ອາກາດ
​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ​ໃກ້ໆ​ກັບ​ເຂື່ອນ Haditha ທີ່ກຳລັງ
ຢູ່​ພາຍ​ໃຕ້​ການຂົ່ມຂູ່ ຈາກພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ອີຣັກຍັງ​
ຄວບ​ຄຸມ​ເຂື່ອນ​ດັ່ງກ່າວ​ຢູ່ ​ແຕ່​ການ​ບຸກ​ໂຈມ​ຕີ​ນີ້ໄດ້​ເລີ້ມ​ຂຶ້ນ ເພື່ອ​
ຕອບ​ໂຕ້ຕໍ່​ພວກ​ກະບົດ ທີ່​ກຳລັງ​ພະຍາຍາມ​ເຂົ້າ​ຄວບ​ຄຸມ​ເຂື່ອນ
ດັ່ງກ່າວ.

ທ່ານ Chuck Hagel ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ໃນ
ລະຫວ່າງທີ່ກ່າວ​ປາ​ໄສ ​ຢູ່ປະເທດ Georgia ​ໃນ​ວັນ​ອາທິດ​ມື້​ນີ້
ເວົ້າວ່າ ການ​ຮັກສາ​ເຂື່ອນ Haditha ​ໃຫ້​ປອດ​ໄພ​ແມ່ນ​ສຳຄັນ​ທີ່​ສຸດ.

ທ່ານ​ Hagel ກ່າວ​ວ່າ “ຖ້າ​ເຂື່ອນແຫ່ງ​ນີ້ຫາກຕົກ​ໄປ​ຢູ່​ໃນ​ກຳມື​ຂອງ​ກຸ່ມ​ລັດ​ອິສ
ລາມຫຼື​ຖືກ​ທຳລາຍໄປ ຄວາມ​ເສຍ​ຫາຍ​ທີ່ຈະ​ເກີດ​ຂຶ້ນ​ນັ້ນ​ແມ່ນ​ມີ​ຢ່າງ​ຫຼວງ​ຫຼາຍ
​ແລະ​ມັນຈະ​ມີ​ການ​ສ່ຽງທີ່​ສຳຄັນ​ແລະໃຫຍ່​ຫຼວງ ແກ່​ຄວາມ​ສັບສົນ​ໃນ​ອີຣັກນັ້ນ.”

ກອງທັບ​ສະຫະລັດ ຍັງ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ເຊັ່ນ​ກັນ​ຕໍ່​ພວກ ຫົວ​ຮຸນ​ແຮງ​ລັດ​ອິສລາມ​ໃນ​ພາກ​ເໜືອ​ຂອງ​ອີຣັກ ​ໂດຍ​ແນ​ເປົ້າ​ໝາຍ​ໃສ່ ພວກ​ຫົວ​ຕໍ່ສູ້ ​ແລະອາວຸດ​ຍຸດ​
ໂທ​ປະກອນ​ທາງທະຫານ ໃກ້ໆ​ກັບ​ເມືອງ Irbil.

ກອງ​ບັນຊາ​ການ​ທະຫານສະຫະລັດໃນເຂດພາກຕາເວັນອອກກາງ ບັນ​ລະ​ຍາຍ​ການ​
ໂຈມ​ຕີນີ້​ວ່າ ເປັນ “ການ​ໂຈມ​ຕີແບບ​ປະສົມ ຄື​ໃຊ້ທັງ​ເຮືອ ບິນ​ລົບ ​ແລະ​ເຮືອບິນ​
ທີ່​ບໍ່ມີຄົນຂັບ”
ໂດຍ​ກ່າວ​ວ່າ ການໂຈມຕີ​ເຫຼົ່າ​ນີ້​ມີ​ຂຶ້ນ​ໃນ​ວັນ​ສຸກ​ແລະ​ວັນ​ເສົາ​ວານ​ນີ້.

ທີ່​ຊີ​ເຣຍ ​ໃກ້ໆ​ກັນ​ນັ້ນ ພວກ​ນັກ​ສັງ​ເກດ​ການ​ນາໆ​ຊາດ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​
ຂອງ​ລັດຖະບານ​ຊີ​ເຣຍ ທີ່​ແນ​ເປົ້າ​ໝາຍ​ໃສ່​ເມື​ອງ Raqqa ຊຶ່ງ​ເປັນ​ທີ່​ໝັ້ນຂອງ​ກຸ່ມ​ລັດ​ອິສ
ລາມ ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 25 ຄົນ ທີ່​ຮວມທັງ​ພວກ​ພົນລະ​ເຮືອນ​ 16 ຄົນນຳ.

ກຸ່ມ​ສິ້ງຊອມສິດທິ​ມະນຸດໃນຊີເຣຍ ກ່າວ​ວ່າ ພວກ​ພົນລະ​ເຮືອນ​ເສຍ​ຊີວິດ​ໃນ​ການຖິ້ມ​ລະ​
ເບີດ​ໃສ່​ໂຮງ​ເຂົ້າ​ຈີ່​ແຫ່ງ​ນຶ່ງທີ່​ດຳເນີນ​ການ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ. ການ​ໂຈມ​ຕີ​ບັ້ນ​ອື່ນໆ​ໄດ້​
ຕົກ​ໃສ່​ຄ້າຍ​ເຝິກ​ແອບ​ແຫ່ງ​ນຶ່ງ​ຂອງ​ກຸ່ມ​ລັດ​ອິສລາມ ​ແລະ​ອາຄານຂອງພະແນກ​ການຄັງ​
ຫຼັງ​ນຶ່ງ ຂອງ​ລັດຖະບານ ທີ່​ຖືກ​ໃຊ້​ເປັນສານ​ຂອງ​ກຸ່ມ​ອິສລາມ​ນັ້ນ.

​ເມືອງ Raqqa ​ທີ່ຕັ້ງຢູ່ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງຊີເຣຍ​ ​ເປັນ​ທີ່​ໝັ້ນ​ແຫ່ງ​ສຳຄັນ ​ຂອງ​ກຸ່ມ​ລັດ​ອິສລາມ​ໃນ​ຊີ​ເຣຍ.

islamicstateairstrikes7september14
please wait

No media source currently available

0:00 0:00:33 0:00

XS
SM
MD
LG