ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ພວມສືບສວນ ກ່ຽວກັບ ຍານອະວະກາດ ເອກະຊົນ ທີ່ຕົກ ຢູ ແຄລີຟໍເນຍ


SPACE CRASH VIRGIN VO
please wait
Embed

No media source currently available

0:00 0:00:33 0:00

ເຈົ້າໜ້າທີ່ຂອງສະຫະລັດ ພວມທຳການສືບສວນ ເບິ່ງອຸບັດຕິ
ເຫດຂອງຍານອະວະກາດທ່ອງທ່ຽວລຳນຶ່ງ ທີ່ໄດ້ຕົກຢູ່ລັດແຄ
ລີຟໍເນຍໃນມື້ວັນສຸກວານນີ້ທີ່ເຮັດໃຫ້ນັກບິນຄົນນຶ່ງເສຍຊີວິດ ແລະອີກຄົນນຶ່ງໄດ້ຮັບບາດເຈັບສາຫັດ.

ຍານອະວະກາດທີ່ມີຊື່ວ່າ SpaceShip Two ໄດ້ປະສົບອຸບັດ
ຕິເຫດຕົກ ຫລັຈາກຖືກປ່ອຍອອກຈາກເຮືອບິນ ໃນລະຫວ່າງ
ການບິນທົດລອງ ຢູ່ເໜືອທະເລຊາຍ Mojave.

ເຈົ້າໜ້າທີ່ເວົ້າວ່າ ນັກບິນທີ່ບາດເຈັບໄດ້ດີດຕົວອອກຈາກຍານ
ອະວະກາດເອກະຊົນ ຂອງບໍລິສັດ Virgin Galactic ກ່ອນທີ່
ຍານດັ່ງກ່າວປະສົບອຸບັດຕິເຫດຕົກ. ລາຍງານຂ່າວໂທລະພາບສະແດງໃຫ້ເຫັນວ່າ ຊິ້ນ ສ່ວນຂອງຍານອະວະກາດລຳນີ້ ໄດ້ຢັ່ງຢາຍຢູ່ຕາມພຸ່ມໄມ້ຂອງທະລຊາຍ ທາງກ້ຳເໜືອ ຂອງນະຄອນ Los Angeles.

ບໍລິສັດ Virgin Galactic ທີ່ກໍຕັ້ງຂຶ້ນມາ ໂດຍມະຫາເສດຖີພັນລ້ານ ຊາວອັງກິດ ທ່ານ Richard Branson ກ່າວວ່າຕົນຈະດຳເນີນງານຮ່ວມກັບພວກເຈົ້າໜ້າທີ່ກ່ຽວຂ້ອງເພື່ອ ລົງຄວາມເຫັນວ່າ ແມ່ນຫຍັງຄືສາເຫດທີ່ພາໃຫ້ຍານອະວະກາດລຳນີ້ຕົກ. ທ່ານ Bran-
son ພວມພົບປະກັບບັນດາທີມງານອະວະກາດຂອງທ່ານ ທີ່ທະເລຊາຍ Mojave ໃນ ວັນເສົາມື້ນີ້.

ພວກນັກບິນທັງສອງ ເປັນນັກບິນ ບິນທົດລອງຂອງບໍລິສັດ Scaled Composites ຊຶ່ງ ເປັນສາຂາຂອງບໍລິສັດ Northrop Gruman ທີ່ພົວພັນໃນໂຄງການນີ້.

ບໍລິສັດ Scaled Composites ເວົ້າວ່າ ຖ້ຽວບິນທີ່ປະສົບອຸບັດຕິເຫດດັ່ງກ່າວນີ້ແມ່ນໄດ້ ໃຊ້ເຊື້ອໄຟຈະຫຼວດໃໝ່ເປັນເທື່ອທຳອິດ ທີ່ໄດ້ທົດລອງປະສົບຜົນສຳເລັດມາແລ້ວຢູ່ພາກ ພື້ນດິນ.

ບໍລິສັດ Virgin Galactic ມີແຜນການ ທີ່ຈະຂາຍປີ້ ເພື່ອເດີນທາງ ອອກໄປນອກອະວະ ກາດປະມານ 100 ກິໂລແມັດຫ່າງຈາກໂລກ ໂດຍຍານອະວະກາດ SpaceShip Two. ພວກຜູ້ໂດຍສານຈະມີເວລາຫລາຍໆນາທີຢູ່ໃນສະພາບສູນຍາກາດຫຼືບໍ່ມີນ້ຳໜັກກ່ອນທີ່ ຈະກັບຄືນສູ່ໂລກ.

ນີ້ເປັນອຸບັດຕິເຫດຄັ້ງທີສອງຂອງບໍລິສັດອະວະກາດເອກະຊົນຂອງສະຫະລັດໃນສັບປະ
ດານີ້. ເມື່ອວັນອັງຄານຜ່ານມາ ຍານອະວະກາດເອກະຊົນທີ່ບໍ່ມີຄົນຂັບລຳນຶ່ງ ທີ່ລຳລຽງ ສຳພາລະແລະເຄື່ອງຂອງ ໄປຍັງສະຖານີອະວະກາດນາໆຊາດ ກໍໄດ້ເກີດລະເບີດບໍ່ເທົ່າ ໃດວິນາທີຫລັງຈາກທະຍານຂຶ້ນຈາກຖານສົ່ງຂອງອົງການອະວະກາດສະຫະລັດຫຼືນາຊ້າ ທີ່ລັດເວີຈີເນຍ.

Virgin Spaceship Crash Raises Questions
please wait

No media source currently available

0:00 0:02:47 0:00

U.S. investigators are looking into the crash of a space tourism craft in California Friday that killed one pilot and seriously injured the other.

The craft -- dubbed SpaceShipTwo -- crashed after it was released from a plane during a test flight over the Mojave desert.

Officials say the injured pilot ejected from the Virgin Galactic commercial spaceship. Television images showed parts of SpaceShipTwo scattered amid brush in the desert.

Virgin Galactic, founded by British billionaire Richard Branson, says it will work with the relevant authorities to determine the cause of the accident. Branson is meeting with his space team Saturday in the Mojave desert.

Both crew members were test pilots for Scaled Composites, a Northrop Grumman subsidiary involved in the project.

Scaled Composites said the ill-fated flight was the first using a new rocket fuel formula that had been tested successfully on the ground.

Virgin Galactic plans to sell trips on SpaceShipTwo to the edge of space. Passengers would have a few minutes of weightlessness before returning to Earth.

It was the second accident suffered by a private U.S. space company this week. Tuesday, an unmanned commercial rocket that was supposed to send a cargo ship to the International Space Station exploded seconds after liftoff from a NASA launch pad in Virginia.

XS
SM
MD
LG