ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

14 ຄົນເສຍຊີວິດ ໃນເຫດວາງລະເບີດລົດ ຢູ່ອິຣັກ (ວີດີໂອ)


ບ່ອນເກີດເຫດໂຈມຕີດ້ວບລະເບີດລົດ ທີ່ເມືອງ Samarra, ໃນວັນເສົາວານນີ້ ທີ 12 ຕຸລາ 2013.
ບ່ອນເກີດເຫດໂຈມຕີດ້ວບລະເບີດລົດ ທີ່ເມືອງ Samarra, ໃນວັນເສົາວານນີ້ ທີ 12 ຕຸລາ 2013.
ເຈົ້າໜ້າ​ທີ່​ ອີຣັກ ​ເວົ້າ​ວ່າ ການໂຈມ​ຕີ​ດ້ວຍລະ​ເບີດ​ລົດຄັນ​ນຶ່ງ ຢູ່ຕະຫຼາດ​ແຫ່ງນຶ່ງ ​ໄດ້ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 14 ຄົນ ​ແລະ​ເຮັດໃຫ້ ບາດ​ເຈັບ​ອີກຫຼາຍສິບ​ຄົນ ຢູ່​ໃນ​ພາກ​ກາງຂອງ​ອີຣັກ.

​ເຈົ້າໜ້າ​ທີ່​ ຕໍາຫຼວດ​ເວົ້າ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເກີດ​ຂຶ້ນ ​ເວລາ​ລົດ​ກະບະ​ຄັນ​ນຶ່ງ​ ​ລະ​ເບີດ​ຂຶ້ນຢູ່​ທາງ​ເຂົ້າຕະຫຼາດຂາຍຍົກ​ໝາກ​ໄມ້​ແລະ​ຜັກ ຢູ່​ທີ່​ເມືອງ Samarra. ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ 30 ຄົນ.

ຍັງ​ບໍ່​ມີ​ ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ທັນທີນີ້​ເທື່ອ ​ແຕ່​ສາຂາ​ຂອງ ກຸ່ມ​ອາລຄາ​ອີ​ດາ ຢູ່ໃນ​ອີຣັກ ມັກ​ຈະ​ໃຊ້ຄົນ​ວາງ​ລະ​ເບີດ​ສະຫຼະຊີບ ​ແລະ​ລະເບີດ​ລົດ​ໂຈມ​ຕີ ​ພວກ​ພົນລະ​ເຮືອນ​ນິກາຍ Shi’ite ຢູ່​ເລື້ອຍ​ມາ ​ໃນ​ຄວາມພະຍາຍາມ​ເພື່ອ​ບ່ອນ​ທໍາລາຍ​ລັດຖະບານ​ທີ່​ນໍາ​ໂດຍຊາວ Shi’ite ນັ້ນ. ອຸດົມການ​ຂອງ​ກຸ່ມ​ດັ່ງກ່າວ​ຖື​ວ່າ ຊາວ​ນິກາຍ Shi’ite ​ເປັນ​ພວກ​ນອກຮີດສາສະໜາ.

​ເຫດການ​ຄວາມ​ຮຸນ​ແຮງ​ເຖິງ​ຂັ້ນ​ເສຍ​ຊີວິດ ແບບນີ້ ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ສູ່ລະດັບສູງ​ສຸດ ນັບ​ຕັ້ງ​ແຕ່​ປີ 2008 ​ເປັນ​ຕົ້ນ​ມາ ​ແລະ​ບັນ​ດາ​ນັກວິ​ເຄາະ​ຕ່າງ​ກໍ​ພາກັນ​ຢ້ານ​ກົວວ່າ ​ອີຣັກກໍາລັງ
​ຖອຍຫຼັງຄືນ​ໄປສູ່​ສົງຄາມ​ກາງ​ເມືອງຂຶ້ນ ລະຫວ່າງ​ກຸ່ມຊົນ ​ນິກາຍ Sunni ​ແລະ Shi’ite ນັ້ນ.

Iraq Violence
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG