ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການສູ້ລົບກັນ ດຳເນີນຕໍ່ມາ ຢູ່ໃນ ແລະ ອ້ອມແອ້ມ ເມືອງໂກບານີ


ບັນດາເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ​ເຮືອ​ບິນ​ລົບ​ໄອ​ພົ່ນ​ ຂອງ
​ແນວ​ໂຮມຫຼາຍລຳ ​ໄດ້​ທຳ​ການ​ໂຈມ​ຕີ ທາງ​ອາກາດ 8 ບັ້ນ ​ຕໍ່​
ເປົ້າໝາຍ ຂອງ​ພວກ​ລັດ​ອິສລາມ​ໃນຊີ​ເຣຍ​ ເມື່ອ​ຄືນ​ວານ​ນີ້ ​
ໃນ​ຂະນະ​ທີ່ການ​ຕໍ່ສູ້​ກັນຍັງ​ດຳ​ເນີນ​ສືບ​ຕໍ່​ມາ ​ເພື່ອ​ຄວບ​ຄຸມ​ເອົາ
​Kobani ເມືອງ​ຊາຍ​ແດນທີ່​ສຳຄັນ​ນັ້ນ.

​ກຳລັງຂອງ​ແນວ​ໂຮມ ​ໄດ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ ​ຢ່າງ​ນ້ອຍ
6 ຖ້ຽວ ​ໃນ​ເມືອງ ໂກບານີ ​ແລະ ທຳ​ການ​ໂຈມ​ຕີ​ຕື່ມ​ອີກ ໃສ່​ເປົ້າ
ໝາຍ​ອື່ນໆ ຂອງ​ພວກ​ລັດ​ອິສລາມ​. ບັນດາ​ທ່ານໝໍ​ຊາວ​ເຄີ​ດ​ໃນ
​ເມືອງໂກ​ບາ​ນີ ​ກ່າວວ່າ ມີຢ່າງ​ນ້ອຍ​ 4 ຄົນ​ໄດ້​ຮັບ​ບາດ​ເຈັບ.

​ໃນ​ຕອນ​ເຊົ້າຂອງ​ວັນ​ອາທິດ​ມື້​ນີ້ ​ໄດ້​ມີ​ຄວາມ​ສະຫງົບ​ເປັນ​ເວລາ​ສັ້ນໆ ​ໃນ​ການ​ຍິງ​ປືນ​ໃຫຍ່​ຂອງ​ພວກ​ຫົວ​ຮຸນ​ແຮງ ​ໃສ່ໃນ​ຕົວ​ເມືອງ ​ແຕ່​ຜູ້​ສື່​ຂ່າວວີ​ໂອ​ເອ Scott Bobb ທີ່ລາຍ​ງານມາ ຈາກຟາກຊາຍ​ແດນ​ເທີ​ກີເວົ້າວ່າ ​ໃນ​ຕອນ​ບ່າຍ​ ພວກຫົວ​ຮຸນ​ແຮງ​ໄດ້​ຍິງປືນ​ຄົກ ​ແລະ ປືນ​ໃຫຍ່ ເພີ້​ມຂຶ້ນ​ເລື້ອຍໆ ​ໂດຍ​ມີລູກປືນ​ໃຫຍ່ ຈຳນວນ​ນຶ່ງ ​ຕົກ​ໃສ່ເຂດຕາ​ເວັນ​ຕົກ​ຂອງເມືອງ Kobani ​ແລະ ອີກ​ຈຳນວນນຶ່ງ​ຕົກໃສ່ ໃກ້ໆດ່ານ​ຂ້າມ​ຊາຍ​ແດນ​ກັບ​ເທີ​ກີ.

​ແຫ​ລ່ງຂ່າວ​ຂອງ​ຊາວ​ເຄີ​ດ ບອກນັກ​ຂ່າວ​ວີ​ໂອ​ເອວ່າ ​ສະຖານະ​ການ​ໃນ Kobani ​ໄດ້​ເລີ້ມ​ດີ​ຂຶ້ນໜ້ອຍ​ນຶ່ງ ​ແລະ​ວ່າ​ ພວກ​ເຂົາເຈົ້າສາມາດ​ຄວບ​ຄຸມ​ໄດ້​ຄືນ ​ໝູ່​ບ້ານ​ຈຳນວນ​ນຶ່ງ ທີ່ຢູ່​ອ້ອມ​ແອ້ມ​ນັ້ນ.

ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້ຕໍ່​ສູ້​ກັບ​ພວກ​ນັກ​ລົບ​ຊາວ​ເຄີ​ດມາ ເປັນ​ເ​ວລາເດືອນ​ນຶ່ງ​ແລ້ວ ​ເພື່ອ​ຢຶດ​ເອົາ​ເມືອ​ງດັ່ງກ່າວ.

Kobani Fighting Sends 400,000 Refugees to Turkey
please wait

No media source currently available

0:00 0:02:28 0:00


U.S. officials say coalition jets made eight airstrikes on Islamic State targets in Syria overnight as fighting continued for control of the key border city of Kobani.

Coalition forces launched at least six airstrikes in Kobani and more on other Islamic State targets. Kurdish doctors in the city say at least four people have been wounded.

Sunday morning saw a brief lull in the militants' shelling of the city, but VOA correspondent Scott Bobb, reporting from the Turkish side of the border, says that by early afternoon mortar and artillery fire was picking up, with some shells landing in the western part of Kobani and some near the border crossing with Turkey.

Kurdish sources told Bobb the situation in Kobani has improved somewhat, adding that they have been able to regain control of some surrounding villages.

Islamic State militants have been battling Kurdish fighters for a month for control of the city.

XS
SM
MD
LG