ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສັນຕະປະປາ Francis ຖືກ​ເລືອກ​ເປັນ ​ບຸກຄົນ​ເດັ່ນ ປະ​ຈໍາປີ ຂອງ Time (ສະ​ໄລດ໌)


ພະສັນຕະປະປາ Francis
ພະສັນຕະປະປາ Francis
ນິຕະຍະ​ສານ Time ຂອງ​ສະຫະລັດ ​ໄດ້​ເລືອກ​ເອົາ Pope
Francis ​ເປັນ​ບຸກຄົນ​ເດັ່ນ ປະ​ຈໍາປີ​ຂອງ​ຕົນ.

ນິຕະຍະ​ສານ Time ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ພະ​ສັນຕະ​ປະປາ​
ອົງ​ໃໝ່ນີ້ ທີ່​ຄັ້ງ​ນຶ່ງ​ເຄີຍ​ດໍາລົງ​ຕໍາ​ແໜ່​ງ ​ເປັນ Archbishop Jorge
Mario Bergoglio ​ແຫ່ງນະຄອນ Buenos Aries ປະ​ເທດ
Argentina ນັ້ນ ​ແມ່ນ​ໄດ້ຫລໍ່​ຫລອມພາບ​ພົດ​ໃໝ່​ຂອງສາສະໜາ
ກາໂຕລິກ ​ໃນໄລຍະ 9 ​ເດືອນ​ ຫລັງ​ຈາກທີ່​ພະ​ອົງ​ໄດ້​ຖືກ​ເລືອກ ​
ເປັນ​ພະ​ສັນ​ປະປາ​ອົງ​ທີ 266 ນັ້ນ.


ນິຕະຍະ​ສານຍັງ​ໄດ້​ກ່າວ​ອີກ​ວ່າ ພະ​ອົງ​ໄດ້ເລືອກ​ເອົາ​ພະນາມ Francis ນີ້​ ​ເພາະ​ເປັນຊື່
​ຂອງ​ພະ​ອໍລະຫັນ​ແຫ່ງ Assisi ກໍ​ຄື Saint Francis ທີ່ເປັນ​ຄົນຖ່ອມ​ເນື້ອຖ່ອມຕົວ ແລະ
​ພະສັນຕະປາປາໄດ້​ຮຽກຮ້ອງ​ໃຫ້ທາງ​ໂບດ​ກາ​ໂຕ​ລິກ ທໍາ​ການ​ປິ່ນປົວ​ຮັກສາພວກ​ມະຫາ
ຊົນ ທີ່​ປະ​ເຊີນ​ກັບພະຍາດ​ໂຣຄາ ຄວາມທຸກ​ຈົນ ​ແລະ​ປະສົບ​ກັບ​ບັນຫາຊີວິດນາໆ​ປະການ​
ນັ້ນ ​ແລະ​ກ່າວ​ອີກ​ວ່າ Pope Francis ກໍາ​ລັງ​ຈະ​ປ່ຽນ​ແປງໂສມ​ໜ້າ ​ແລະ​ພາລະກິດຂອງ
ສໍານັກ​ວາ​ຕິ​ກັງ​ເຊັ່ນ​ກັນ.

ນິຕະຍະ​ສານ Time ໄດ້​ກ່າວເພີ່ມ​ຕື່ມ​ວ່າ ພະ​ສັນ​ປະປາ Francis​ ​ຊຶ່ງຈະ​ມີອາຍຸ 77 ປີ​ໃນ
​ອາທິດ​ໜ້າ​ນີ້ ຖື​ວ່າ​ເປັນຕົວ​ແທນຂອງໂບດ​ກາ​ໂຕ​ລິກ ທີ່​ມີ​ຄວາມ​ເປັນ​ມິດ​ແລະ​ເອື້ອ​ອໍານວຍ
​ແກ່​ຄົນ​ທົ່ວ​ໄປ.

​ໃນ​ການ​ຄັດ​ເລືອກ​ເອົາບຸກຄົນ​ເດັ່ນ​ປະ​ຈໍາປີ​ ຫຼື Person of the Year ນັ້ນ ທາງນິຕະຍະ
​ສານ Time ​ແມ່ນ​ໄດ້ຊອກ​ຫາ ​ໃນ​ໄລຍະ 86 ປີຜ່ານມາ ບຸກຄົນ​ໃນ​ຂ່າວ ທີ່ມີອິດທິພົນ
ຫລາຍ​ທີ່​ສຸດ ໃນຮອບປີ ຫຼືບໍ່ ກໍຂະ​ບວນການໃດນຶ່ງ ທີ່​ໄດ້ຄອບງໍາ​ເຫດການໂດ່ງດັງຂອງປີ.
​ ​ ​
XS
SM
MD
LG