ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈໍານວນຜູ້ເສຍຊີວິດ ເພີ້ມຂຶ້ນເປັນ 38 ຄົນ ໃນເຫດກໍ່າປັ່ນຕໍາກັນ ຢູ່ຟີລິບປິນ (ວີດິໂອ)


Abdullah Abdullah and Ashraf Ghani Ahmadzai shake hands after signing a power-sharing deal at the presidential palace in Kabul, Afghanistan, Sept. 21, 2014
Abdullah Abdullah and Ashraf Ghani Ahmadzai shake hands after signing a power-sharing deal at the presidential palace in Kabul, Afghanistan, Sept. 21, 2014
ທີ​ມກູ້​ໄພ​ໃນ​ຟິລິ​ບປິນ ກໍາລັງ​ດິ້ນຮົນປະຕິບັດ​ງານ​ ໃນທະ​ເລ​ທີ່​ມີ​ປັ່ນ​ປ່ວນ ​ເພື່ອ​ຊອກ​ຫາ​ຫຼາຍສິບຄົນ ​ທີ່​ຍັງ​ຫາຍ​ສາບ​ສູນ ຫຼັງຈາກ​ກໍ່າ​ປັ່ນໂດຍສານ ຂ້າມຟາກ​ລໍາ​ນຶ່ງຫຼົ້ມ ຢູ່​ເຂດ​ນອກຝັ່ງ​ຂອງແຂວງ Cebu.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ມີຜູ້​ໂດຍສານ 38 ຄົນ ​ໄດ້​ຮັບ​ການຢືນຢັນ​ວ່າ​ເສຍ​ຊີວິດ ພ້ອມກັບ​ອີກ ປະມານ 82 ຄົນ ຫາຍ​ສາບ​ສູນ ລຸນຫຼັງກໍ່າ​ປັ່ນ​ຂ້າມ​ຟາກ​ລໍາ​ດັ່ງກ່າວໄດ້​ຕໍາ​ກັນ​ກັບ​ກໍ່າ​ປັ່ນ​ ສິນຄ້າ​ລໍາ​ນຶ່ງ ​ເມື່ອ​ຕອນ​ແລງ​ວັນສຸກ​ຜ່ານ​ມາ​ນີ້. ​ເຈົ້າໜ້າ​ທີ່ໄດ້​ຫຼຸດ​ຈໍານວນ​ຄົນ​ຫາຍ​ສາບ​ສູນ​ລົງ​ຢ່າງຫຼວງຫຼາຍ ໃນ​ວັນ​ອາທິດ​ມື້​ນີ້.

​ເມື່ອ​ວັນ​ເສົາ​ວານ​ນີ້ ສະພາບອາກາດທີ່​ປັ່ນ​ປ່ວນ​ຢ່າງ​ໜັກ ​ໄດ້ບັງຄັບ​ໃຫ້​ນັກ​ດໍາ​ນໍ້າ​ຕ້ອງ ຢຸດ​ການ​ປະຕິບັດ​ງານຊອກ​ຫາ​ພວກ​ທີ່​ຫາຍ​ສາບ​ສູນ ​ແລະ​ເຊື່ອ​ວ່າ​ຍັງຕິດ​ຄ້າງ​ຢູ່​ໃນ​ກໍ່າ​ປັ່ນ​ທີ່ຫຼົ້ມ ທີ່​ໄດ້​ຈົມລົງ​ສູ່​ພື້ນ​ທະ​ເລ ​ເລິກ 30 ກ່ວາ​ແມັດ ຢູ່​ນອກ​ຝັ່ງ​ຂອງທ່າ​ເຮືອ Cebu. ການ​ປະຕິບັດ​ການ​ກູ້​ໄພ​ໄດ້​ເລີ່​ມຄືນ ໃໝ່​ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້.

ກໍ່າ​ປັ່ນ​ຂ້າມ​ຟາກ St. Thomas Aquinas ​ໄດ້​ຕໍາ​ກັນ​ກັບ​ກໍ່າ​ປັ່ນ​ບັນທຸກ​ສິນຄ້າ Sulpicio Express 7 ທີ່​ໜັກ 11,000 ​ໂຕນ ຢູ່ນອກ​ຝັ່ງອອກ​ ​ໄປ​ປະມານສອງກິ​ໂລ​ແມັດ​ ຄື​ເກືອບ 600 ກິ​ໂລ​ແມັດ ຫ່າງ​ຈາກນະຄອນ ຫຼວງມະນິລາ ​ໄປ​ທາງກໍ້າ​ຕາ​ເວັນ​ຕົກ​ສຽງ​ໃຕ້. ກັປຕັນເຮື​ອຂ້າມ​ຟາກໄດ້​ອອກ​ຄໍາ​ສັ່ງ​ໃຫ້ໂຕນ​ໜີ​ຈາກເຮືອ ​ແລະ​ຫຼາຍໆ​ຄົນໄດ້​ຟ້າວ​ໃສ່​ເສື້ອ​ຊູຊີບ ​ແລ້ວກໍພາກັນ​ໂດດ​ລົງທະ​ເລ ​ໃນ​ຄວາມ​ມືດ​ຂອງ​ຄືນ​ນັ້ນ. ກໍ່າ​ປັ່ນ​ຂ້າມ​ຟາກ ທີ່​ມີ​ອາຍຸ 40 ປີ ​ໄດ້ຈົມ​ນໍ້າລົງ​ສູ່​ທ້ອງ​ທະ​ເລ​ ພາຍ​ໃນ​ບໍ່​ເທົ່າ​ໃດນາທີ.

ພວກ​ກູ້​ໄພ​ໄດ້​ຊ່ວຍຫຼາຍຮ້ອຍ​ຄົນ ​ໃນ​ຈໍານວນຜູ້​ໂດຍສານແລະ​ລູກ​ເຮືອ ຫຼາຍກ່ວາ 800 ຄົນ ​ຂຶ້ນມາ​ຈາກ​ທະ​ເລ​ໄດ້​ຢ່າງ​ປອດ​ໄພ.

ເບິ່ງວີດີໂອ:

ຂ່າວກໍ່າປັ່ນຕໍາກັນ ໃນຟິລິບປິນ
please wait

No media source currently available

0:00 0:00:49 0:00
XS
SM
MD
LG