ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາມະການໂອລິມປິກ ຈະປະກາດ ຊື່ເມືອງ ທີ່ຈະໄດ້ເປັນ ເຈົ້າພາບກິລາ Olympic ປີ 2020 (ວີດິໂອ)


ທ່ານ Jacques Rogge ປະທານກໍາມະການໂອລິມປິກສາກົນ ຂະນະກ່າວທີ່ກອງປະຊຸມໂອລິມປິກ ຢູ່ເມືອງ Buenos Aires
ປະເທດອາເຢັນຕິນາ ເມື່ອວັນທີ 4 ກັນຍານີ້.
ທ່ານ Jacques Rogge ປະທານກໍາມະການໂອລິມປິກສາກົນ ຂະນະກ່າວທີ່ກອງປະຊຸມໂອລິມປິກ ຢູ່ເມືອງ Buenos Aires ປະເທດອາເຢັນຕິນາ ເມື່ອວັນທີ 4 ກັນຍານີ້.
ເຫຼືອພຽງ​ອີກ​ມື້​ນຶ່ງ ​ທີ່ຄະນະ​ກໍາມະການ
​ໂອ​ລິ​ມປິກ​ສາກົນ ຫຼື IOC ຈະ​ປະກາດ​ເມືອງທີ່​ຈະ​ໄດ້​ເປັນ​ເຈົ້າ
ພາບຈັດ​ງານ​ແຂ່ງຂັນ​ກິລາ​ໂອລິ​ມປິກ​ລະດູ​ຮ້ອນ​ປີ 2020 ຊຶ່ງ​
ຄະນະ​ກໍາມະ​ການ IOC ດັ່ງກ່າວ ໄດ້ປະຊຸມ​ກັນທີ່​ເມືອງ Buenos
Aires ປະ​ເທດ​ອາເຢັນຕິນາ ມາຕະຫຼອດອາທິດ.

ສາມເມືອງ​ໃຫຍ່ທີ່​ກໍາລັງ ​ແຂ່ງຂັນເພື່ອ​ຖືກ​ເລືອກ​ໃຫ້​ເປັນ​ເຈົ້າ
ພາບ​ຄື ​ໂຕ​ກຽວ ອີສຕັນບູນ ປະ​ເທດ​ເທີ​ກີ ​ແລະ Madrid
ປະ​ເທດສະ​ເປ​ນ ຊຶ່ງໂຕ​ກຽວ ຖື​ວ່າ​ຈະ​ມີ​ໂອກາດຫຼາຍກວ່າ​ໝູ່
​ເຖິງ​ແມ່ນ​ວ່າຍີ່ປຸ່ນ​ຈະ​ຕ້ອງ​ໄດ້ຫັນ​ເຫ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ
​ນໍ້າ​ທີ່​ເປັນ​ກໍາ​ມັນຕະພາບ​ລັງສີ ທີ່​ຮົ່ວ​ໄຫຼ ອອກ​ຈາກ​ໂຮງງານ
ໄຟຟ້າ​ພະລັງ​ປະລະມະ​ນູ Fukushima ທີ່​ຖືກ​ເພພັງ ນັ້ນ. ວັນ​ພະຫັດ​ມື້​ນີ້ ​ເມືອງ Madrid
​ໄດ້​ນໍາ​ເອົາ Pau Gasol ຜູ້​ຊະນະຫຼຽນ​ເງິນ​ໂອ​ລິ​ມປິກ​ສອງ​ຄັ້ງ ​ແລະ​ນັກຫຼິ້ນກີລາ​ບານບ້ວງ ​
ທີ​ມຊື່​ດັງ Los Angeles Lakers ​ຂອງສະຫະລັດ ມາຮ່ວມຖະແຫຼງຂ່າວ ເພື່ອ​ຊ່ວຍຊຸກຍູ້
​ໃຫ້​ Madrid ​ໄດ້​ເປັນເຈົ້າພາບ​ກິລາ ​ໂອ​ລິ​ມປີກ​ປີ 2020 ​ນັ້ນ ຊຶ່ງ​ນັກ​ກິລາໂອ​ລິ​ມປິກ
Pau Gasol ​ເວົ້າ​ໃນ​ຕອນ​ນຶ່ງ​ວ່າ:

“ພວກ​ເຮົາ​ບຸ​ກບືນຫຼາຍທີ່​ສຸດ ພວກ​ເຮົາຈະ​ກະທໍາ​ທຸກ​ວິຖີ​ທາງ​ໃນ​ພະລັງອໍານາດ
ຂອງ​ພວກ​ເຮົາຈົນ​ເຖິງ​ນາທີ​ສຸດ​ທ້າຍ ທີ່​ຈະ​ໃຫ້ Madrid ຖືກ​ຄັດເລືອກ​ໃຫ້​ໄດ້​ເປັນ​
ເຈົ້າພາ​ບ​ໂອ​ລິ​ມປີກ ​ໃນ​ການ​ປະກາດ​ວັນ​ເສົາ​ມື້​ອື່ນ​ນີ້ ​ແລະ​ຍິ່ງ​ໄປ​ກວ່າ​ນີ້ ພວກ​ເຮົາ
​ມາ​ທີ່​ນີ້ ​ເພື່ອ​ສະ​ແດງ​ຄ່າ​ນິຍົມ​ຂອງ​ປະ​ເທດ ຊາດຂອງ​ເຮົາ ກໍ​ຄື​ກິລາ ນັ້ນ.”


​ໃນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ໄດ້​ເປັນ​ເຈົ້າພາບ​ໂອ​ລິ​ມປິກ​ນັ້ນ Madrid ​ໄດ້​ພະຍາຍາມ​ຫັນ
​ເຫ​ຄໍາ​ຖາມ​ຕ່າງໆ​ກ່ຽວ​ກັບ​ອັດຕາ​ການ​ວ່າງ​ງານ 27 ​ເປີ​ເຊັນ ​ແລະ​ສະພາບ​ການ​ເສດຖະກິດ
​ທີ່​ກໍາລັງ​ລົ້ມລຸກ​ຄຸນ​ຄານ​ ໃນ​ສະ​ເປ​ນນັ້ນ ອອກ​ໄປ.

ເມືອງທີສາມທີ່ເຂົ້າ​ແຂ່ງ​ເປັນ​ເຈົ້າພາບ​ ຄືອີສຕັນ​ບູນ ປະ​ເທດ​ເທີ​ກີນັ້ນ ກໍ​ບໍ່​ແນ່ນອນ ຍ້ອນ
ສະຖານະ​ການ​ທາງ​ການ​ເມືອງ​ຢູ່​ທີ່​ນັ້ນ.

ເບິ່ງວີດີໂອ:
Olympic 2020
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG