ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງໃຫ້ ສະພາ ຮັບຜ່ານ ທຶນສຸກເສີນ ຕ້ານອີໂບລາ


ປະທານາທິບໍດີ ໂອບາມາ ກ່າວທີ່ສະຖາບັນອະນາໄມແຫ່ງຊາດ ທີ່ເມືອງ Bethesda ລັດແມຣິແລນ.
ປະທານາທິບໍດີ ໂອບາມາ ກ່າວທີ່ສະຖາບັນອະນາໄມແຫ່ງຊາດ ທີ່ເມືອງ Bethesda ລັດແມຣິແລນ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ຮຽກຮ້ອງ
​ໃຫ້ລັດຖະສະພາ ຮັບຜ່ານ​ເງິນ​ທຶນສຸກ​ເສີນ ຈຳນວນ 6 ພັນ 2
ຮ້ອຍ​ລ້ານ​ໂດ​ລາ ​ເພື່ອ​ຕໍ່​ສູ້ຮັບ ມືກັບ​ເຊື້ອ​ອີ​ໂບລາ ກ່ອນ​ການ
​ຢຸດພັກ​ວັນ​ບຸນ ​ໃນ​ບໍ່​ເທົ່າ​ໃດ​ອາທິດ​ຈະ​ມາ​ເຖິງ​ນີ້.

ໃນການຖະແຫຼງ ທີ່ສະ​ຖາ​ບັນອະນາໄມ​ແຫ່ງ​ຊາດ ​ໃກ້​ກັບ​ນະ
ຄອນຫລວງວໍ​ຊິງ​ຕັນ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Obama
ກ່າວ​ວ່າ ​ເງິນ​ເພື່ອຕໍ່ສູ້​ກັບ​ເຊື້ອໄວ ຣັດ​ດັ່ງກ່າວ​ກຳລັງ​ຈະ​ໝົດ​ລົງ
ແລ້ວ. ທ່ານກ່າວ​ວ່າ ການ​ຮັບຜ່ານ​ຮ່າງ​ກົດໝາຍ​ຈະ​ເປັນ​ຂອງ
ຂວັນ​ສຳຫລັບວັນບຸນຄຣິສມາສ ​ໃຫ້​ແກ່​ຊາວ​ອາ​ເມຣິກັນ ແລະ​
ຊາວໂລກ.

ທ່ານຮ້ອງ​ວ່າ ມັນ​ “​ເປັນຂ່າວ​ທີ່​ໜ້າ​ຕື່ນ​ເຕັ້ນ” ທີ່​ບໍ່​ເຫັນມີຜົນ​ກະທົບຂ້າງຄຽງຢ່າງ​ ຮ້າຍ​ແຮງ
​ໃນ​ລະຫວ່າງການທົດ​ລອງຂັ້ນ​ທຳ​ອິດ​ ຂອງອັນທີ່ອາດຈະກາຍເປັນ ຢາວັກ​ຊິນກັນອີໂບລາ
ນັ້ນ. ທ່ານ​ໃຫ້​ຂໍ້ສັງ​ເກດ​ວ່າ ຍັງບໍ່​ມີ​ຢາ​ປົວອີ​ໂບລາຊະນິດ​ໃດ ທີ່​ກ້າວໜ້າ​ມາ​ໄດ້​ໄກ​ເຖິງ​ຂັ້ນ​ນີ້ເທື່ອ.

ປະທານາທິບໍດີ ເຖິງແນວໃດກໍຕາມ ໄດ້ກ່າວຢ້ຳວ່າຍັງບໍ່ສາມາດຄ້ຳປະກັນໄດ້ເທື່ອວ່າ
ຢາວັກຊີນນີ້ຈະໄດ້ຜົນ ແລະການຕໍ່ສູ້ກໍຍັງບໍ່ມີຮ່ອງຮອຍເລີຍວ່າຈະສິ້ນ ສຸດລົງ ເຖິງແມ່ນ
ວ່າຄວາມສົນໃຈຂອງສື່ມວນຊົນໄດ້ຫັນປ່ຽນໄປສູ່ບັນຫາອື່ນ ແລ້ວກໍຕາມ.

ອີ​ໂບລາ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດແລ້ວ​ເກືອບ 7,000 ຄົນ​ຢູ່​ໃນ ກີນີ ​ໄລ​ບີ​ເຣຍ ​ແລະ​ຊິ​ແອຣາ
​ລີ​ອອນ ພ້ອມກັບຜູ້ຄົນອີກຈຳນວນນຶ່ງ​ຢູ່​ໃນ​ຫລາຍ​ປະ​ເທດ.

ທ່ານ Obama ກ່າວ​ວ່າ ເພື່ອ​ປ້ອງ​ກັນຊາ​ວອາ​ເມຣິກັນ ແມ່ນໝາຍ​ຄວາມ​ວ່າ ລົບ​ລ້າງອີ​ໂບລາ ຢູ່​ໃນອາ​ຟຣິກາຕາ​ເວັນ​ຕົກ.

EBOLA OBAMA SOTVO
please wait
Embed

No media source currently available

0:00 0:01:36 0:00

XS
SM
MD
LG