ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນທົ່ວ ສຫລ ສືບຕໍ່ປະທ້ວງ ຄໍາຕັດສິນ ຄະດີທ້າວ ຊິມເມີແມນ (ວີດິໂອ)


At Washington Rally, Calls for Civil Rights Charges
please wait

No media source currently available

0:00 0:03:07 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້.

ປະຊາຊົນຫຼາຍພັນ​ຄົນ​ໃນ​ສະຫະລັດ ​ໄດ້ພາກັນເຂົ້າຮ່ວມ​ການ​ໂຮມ​ຊຸມນຸມ ທົ່ວປະ​ເທດ ​ເພື່ອ​ທວງ​ໃຫ້​ລັດຖະບານ​ກາງ​ເອົາ​ບາດກ້າວ​ ​ສະ​ໜັບສະ​ໜຸນ​ສິດທິ ພົນລະ​ເຮືອນ ຊຶ່ງການ​ເຄື່ອນ​ໄຫວດັ່ງກ່າວ​ນີ້​ໄດ້​ມີ​ຂຶ້ນ ​ນຶ່ງ​ອາທິດຫຼັງ ຈາກ​ຄະນະ​ຂຸນ​ສານ​ທີ່ລັດ​ຟລໍ​ລິ​ດາ​ໄດ້​ຕັດສິນວ່າ ​ຄົນ​ຍາມ​ຄຸ້ມ​ບ້າ​ນທີ່ເປັນ ຊາວສະແປ​ນີສຄົນ​ນຶ່ງ ບໍ່​ມີ​ຄວາມ​ຜິດ ​ໃນ​ເຫດການ​ຍິງ​ສັງຫານ​ຊາຍໄວ​ລຸ່ນ ຜິວ​ດໍາ​ຄົນ​ນຶ່ງ ທີ່​ບໍ່​ມີ​ອາວຸດ.

​ເຄືອ​ຂ່າຍກິດແຫ່ງ​ຊາດ​ ຫຼື National Action Network ຂອງຄຸນ​ພໍ່ Al Sharpton ຜູ້​ນໍາ​ສິດ​ທິພົນລະ​ເຮືອ​ນອາ​ເມ​ຣິກັນ ​ເປັນ​ຜູ້​ຈັດແຈງ​ການ​ໂຮມ​ຊຸມນຸມ​ດັ່ງກ່າວ​ເມື່ອ​ວັນ​ເສົາ​ວານ​ນີ້ ຢູ່​ນອກ​ຕຶກ​ໂຮງການ​ລັດຖະບານ ​ໃນຫຼາຍກວ່າ 100 ຫົວ​ເມືອງ​ທົ່ວ​ສະຫະລັດ ​ເພື່ອ​ໃຫ້​ກຽດ​ແກ່​ໄວ​ລຸ່ນຜູ້​ເສຍ​ຊີວິດ ທ້າວ Trayvon Martin.

ມັນ​ເປັ​ນການ​ປະ​ທ້ວງ​ລະດັບ​ຊາດ​ບັ້ນ​ລ່າ​ສຸດ ຕໍ່ຕ້ານ​ການ​ຕັດ​ສິນ​ເມື່ອ​ວັນ​ທີ 13 ຜ່ານ​ມາ ໃຫ້ຄົນ​ຍາມ​ຄຸ້ມ​ບ້ານທ້າວ George Zimmerman ​ບໍ່​ມີ​ຄວາມຜິດ ​ໃນ​ຂໍ້​ຫາ​ຄາດ​ຕະກໍາ ລະດັບ​ທີ​ສອງ ​ແລະ​ຂໍ້​ຫາ​ຂ້າ​ຄົນ ໃນ​ເຫດການ​ທີ່​ເກີດ​ຂຶ້ນເມື່ອ​ເດືອນ​ກຸມພາ ປີ 2012 ​
ເວລາ Zimmerman ຍິງ​ທ້າວ​ມາ​ຕິນ ທີ່​ໜ້າ​ເອິກ ຈົນ​ເຖິງ​ແກ່​ຄວາມຕາຍ ​ໃນ​ລະຫວ່າງ
ການຕໍ່ສູ້​ກັນ ຊຶ່ງ​ທ້າວ Zimmerman ພະຍາຍາມ​ຈະ​ເອົາ​ຜິດ​ກັບທ້າວ​ມາ​ຕິນທີ່​ກໍາລັງ​ຍ່າງ​
ຢູ່​ຄຸ້ມ​ບ້ານ​ໃນ​ເວລາ​ເດິກດື່ນ. ຄະນະ​ຂຸນ​ສານໄດ້​ຮັບ​ເອົາ​ຄໍາ​ອ້າງ​ຂອງ Zimmerma ທີ່ວ່າ
ຕົນຍິງ​ທ້າວ​ມາ​ຕິນ ​ເພື່ອ​ປ້ອງ​ກັນຕົນ​ເອງ ທັ້ງໆ​ທີ່​ທ້າວ​ມາ​ຕິນບໍ່​ມີ​ອາວຸດ.

ຄໍາ​ຕັດສິນ​ຂອງ​ສານ ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ຊາວ​ອາ​ເມຣິກັນຫຼາຍຄົນ ທີ່​ເຊື່ອ​ວ່າ ການ​ສັງຫານ​ທ້າວ Martin ນັ້ນ ​ແມ່ນ​ມີ​ສາ​ເຫດມາ​ຈາກຄວາມ​ກຽດ​ຊັງ​ດ້ານເຊື້​ອຊາດ​ຜິວ​ພັນ ເຖິງ​ແມ່ນ​ເລື້ອງເຊື້ອ​ຊາດ​ຜິວ​ພັນ ບໍ່​ໄດ້ຖືກ​ຍົກ​ຂຶ້ນມາ​ຖົກ​ຖຽງ​ກັນ​ຢູ່​ໃນ​ສານ ​ໃນ​ລະຫວ່າງ​ການ​ດໍາ​ເນີນ​ຄະດີ​ນັ້ນກໍ​ຕາມ.

ການ​ໂຮມ​ຊຸມນຸມ​ກັນ​ບັ້ນໃຫຍ່ສຸດ​ເມື່ອ​ວັນ​ເສົາ​ວານ​ນີ້ ​ແມ່ນ​ຢູ່​ໃນ​ນະຄອນ ນີວຢອກ ທີ່​ມີ​ປະຊາຊົນຫຼາຍຮ້ອຍ​ຄົນ ​ໄປ​ເຕົ້າ​ໂຮມ​ກັນ​ເພື່ອ​ພົບ​ພໍ້​ກັບ​ແມ່​ຂອງ​ທ້າວ Martin ນາງ Sybrina Fulton, ທ່ານ Sharpton ​ແລະ​ດາຣານັກ​ຮ້ອງຊື່ດັງ​ສອງ​ຜົວ​ເມຍ ຄື Beyonce ​ກັບ Jay-Z. ​ໃນ​ການ​ກ່າວ​ຕໍ່ໜ້າ​ຝຸງຊົນ​ທີ່​ມາ​ໂຮມ​ຊຸມນຸມ​ກັນ​ນັ້ນ ​ນາງ Fulton ​ເ​ວົ້າວ່າ
“ມື້​ນີ້​ ມັນ​ແມ່ນ​ລູກ​ຊາຍຂອງ​ຂ້ອຍ ​ເມື່ອ​ໜ້າ​ມັນ​ອາດ​ຈະ​ເປັນ​ລູກ​ຊາຍ​ຂອງ​ພວກ​ທ່ານ.” ນາງ Fulton ​ແມ່​ຂອງທ້າວ​ມາ​ຕິນ ຍັງ​ໄດ້​ປະຕິ​ຍານ​ວ່າ ນາງ​ຈະ​ຕໍ່ສູ້​ໃຫ້​ມີ​ການປ່ຽນ​ແປງ ​ເພື່ອ​ຮັບປະກັນ​ວ່າ ​ລູກ​ຊາຍ​ຂອງ​ນາງບໍ່​ໄດ້​ເສຍ​ຊີວິດ​ໄປ​ໂດຍ​ເປົ່າ​ປະ​ໂຫຍ​ດ ​ແລະ​ກ່າວ​ວ່າ “ຂ້ອຍຈະ​ເຮັດ​ວຽກ​ເພື່ອ​ລູກຫຼານຂອງ​ພວກທ່ານ​ນໍາ.”

ເບິ່ງວີດິໂອ ທ່ານໂອບາມາອອກ ຄວາມເຫັນ ກ່ຽວກັບເລື້ອງນີ້:


Obama Addresses Race Issues After Zimmerman Verdict
please wait

No media source currently available

0:00 0:02:35 0:00
ລິງໂດຍກົງ

XS
SM
MD
LG