ເຈົ້າໜ້າທີ່ອາວຸໂສ ຂອງອົງການ NATO ກ່າວໃນວັນພະຫັດ
ວານນີ້ວ່າ ບັນດາທະຫານຣັດເຊຍກຳລັງສູນເສຍຊີວິດ ເປັນ
“ຈຳນວນຫຼວງຫຼາຍ” ໃນການຕໍ່ສູ້ຄຽງບ່າຄຽງໄລ່ ກັບພວກ
ແບ່ງແຍກດິນແດນ ຢູ່ພາກຕາເວັນອອກ ຂອງຢູເຄຣນ ຕໍ່ຕ້ານ
ກອງກຳລັງລັດຖະບານຢູເຄຣນ.
ຮອງເລຂາທິການໃຫຍ່ອົງການ NATO ທ່ານ Alexander
Vershbow ໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນຄຳປາໄສຕໍ່ກອງ
ປະຊຸມ ທີ່ນະຄອນຫລວງ Riga ປະເທດ ລັດເວຍ.
ທ່ານຍັງເວົ້າວ່າ “ພວກລັດທິແກ້ຣັດເຊຍທີ່ໂມໂຫໂທໂສ ທີ່
ລະເມີດກົດລະບຽບຕ່າງໆ ຂອງນາໆຊາດ” ແລະ ສືບຕໍ່ສ້າງຄວາມບໍ່ທຸ່ນທ່ຽງໃນຢູເຄຣນ ແລະຂົ່ມຂູ່ປະເທດເພື່ອນບ້ານຂອງຕົນ ແມ່ນເປັນນຶ່ງຂອງ “ການຂົ່ມຂູ່ ແລະ ການທ້າ ທາຍຕ່າງໆອັນໃໝ່” ທີ່ ກອງທະຫານພັນທະມິດຕາເວັນຕົກ ແລະ ສະຫະພາບຢູໂຣບ
ໄດ້ປະເຊີນໜ້ານັ້ນ.
ການໃຫ້ຄວາມເຫັນຂອງ ທ່ານ Vershbow ມີຂຶ້ນນຶ່ງມື້ ຫຼັງຈາກ ລັດຖະມົນຕີຊ່ວຍວ່າ
ການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບ ກິດຈະການຢູໂຣບ ແລະ ຢູໂຣບເອເຊຍ ຮ່ວມກັນ ທ່ານນາງ Victoria Nuland ໄດ້ໃຫ້ການຕໍ່ ຄະນະກຳມະການລັດຖະສະພາວ່າ
ຣັດເຊຍ ໄດ້ສົ່ງ ພວກທະຫານນັບເປັນພັນໆແລະອາວຸດຍຸດໂທປະກອນຕ່າງໆ ຫຼາຍໆ
ຮ້ອຍອັນ ເຂົ້າໄປຍັງພາກຕາເວັນອອກຂອງຢູເຄຣນ.
ຜູ້ບັນຊາການກອງທັບສະຫະລັດ ໃນຢູໂຣບ ພົນໂທ Ben Hodges ກ່າວໃນອາທິດນີ້ວ່າ
ມີທະຫານຣັດເຊຍ 12,000 ຄົນ ກຳລັງສະໜັບ ສະໜຸນ ພວກແບ່ງແຍກດິນແດນ ຢູ່ໃນ
ພາກຕາເວັນອອກຂອງຢູເຄຣນ.
ບັນດາເຈົ້າໜ້າທີ່ຣັດເຊຍ ໄດ້ປະຕິເສດ ຕໍ່ການປະເມີນເຫຼົ່ານັ້ນ ໃນວັນພະຫັດວານນີ້.
ໂຄສົກກະຊວງການຕ່າງປະເທດຣັດເຊຍ ທ່ານ Alexander Lukashevich ກ່າວວ່າ
ຕົວເລກເຫຼົ່ານັ້ນ ແມ່ນ “ເອົາອອກມາຈາກອາກາດ” ໂດຍສະຫະລັດ ແລະ ອາດ
“ເຮັດໃຫ້ປະຊາຄົມນາໆຊາດ ຫຍໍ້ທໍ້ ແລະ ສັບສົນ.”
ຮອງລັດຖະມົນຕີປ້ອງກັນປະເທດຣັດເຊຍ ທ່ານ Anatoly Antonov ໄດ້ຕອບໂຕ້ໂດຍ
ກົງ ຕໍ່ການກ່າວຫາວ່າ ມີທະຫານຣັດເຊຍ 12,000 ຄົນ ໃນພາກຕາເວັນອອກຂອງຢູເຄຣນນັ້ນ ໂດຍກ່າວວ່າ: “ແຕ່ເປັນຍ້ອນຫຍັງຈຶ່ງແມ່ນ 12,000 ຄົນ? ຍ້ອນຫຍັງ
ຈຶ່ງບໍ່ແມ່ນ 20,000 ຫລື 25,000? ເປັນຍ້ອນຫຍັງ ພວກເຂົາເຈົ້າຄິດເອົາຕົວ
ເລັກນ້ອຍ?”