ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​​ແມັກ​ຊິກ​ໂກ ຢືນຢັນວ່າ ນັກສຶກສາ ທີ່ຫາຍຕົວໄປນັ້ນ ແມ່ນຖືກຂ້າ ໂດຍພວກອັນທະພານ


Mexico Student Deaths VOSOT
please wait

No media source currently available

0:00 0:01:50 0:00

ລັດຖະບານແມັກ​ຊິກ​ໂກກ່າວ​ວ່າ ມັນ​ແມ່ນເຖິງ​ເວລາ​ແລ້ວ ທີ່​ຈະ​ເວົ້າ​ຄວາມ​ຈິງ ກ່ຽວ​ກັບນັກ​ສຶກສາ 43 ຄົນ ທີ່​ຫາຍ​ສາບ​ສູນໄປ​ນັບ​ຕັ້ງ​ແຕ່​ເດືອນ​ກັນຍາ​ປີ​ກາຍ​ນີ້ ​ໄດ້​ຖືກ​ສັງຫານ​ໂດຍ​ພວກ​ຄ້າ​ຢາ​ເສບ​ຕິດ ທີ່​ເຊື່ອ​ກັນວ່າເປັນ​ສະມາຊິກ​ຂອງ​ພວກ​ກຸ່ມອັນ​ທະພານທີ່ເປັນຄູ່ແຂ່ງກັນ.

​ອະທິ​ໄອ​ຍະ​ການແມັກ​ຊິກ​ໂກ ທ່ານ Jesus Murillo ​ໄດ້ບອກກັບ​ພວກ​ນັກ​ຂ່າວ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ ພວກ​ນັກ​ສອບ​ສວນ​ໝັ້ນ​ໃຈ​ແລ້ວ​ວ່າ ພວກ​ນັກ​ສຶກສາ ທີ່​ເປັນ​ຜູ້​ຊາຍ​ທັງໝົດນັ້ນ ​ຖືກ​ລັກ​ພາ​ຕົວໄປ ​ໂດຍພວກຕຳຫຼວດ​ທີ່ຖືກ​ຊື້​ຈ້າງ ​ໃນ​ລັດ Guerrero
ທາງ​ພາກ​ໃຕ້ຂອງ​ປະ​ເທດ ​ແລະ​ສົ່ງ​ໃຫ້ສະມາຊິກຂອງກຸ່ມ Guerreros Unidos. ທ່ານ​ໄດ້​ກ່າວວ່າ ພວກກຸ່ມອັນທະພານ ນຳ ​ເອົາພວກ​ນັກ​ສຶກສາ​ເຫຼົ່າ​ນີ້ ໄປຍັງບ່ອນຖິ້ມຂີ້ເຫຍື້ອ​ແລະ​ສັງຫານ​ພວກ​ເຂົາ ​ແລ້ວ​ເຜົາ​ສົບ​ຂອງ​ພວກ​ເຂົາ​ເຈົ້າ ​ແລະຖີ້ມ​ຊາກສົບ​ເຫຼົ່ານັ້ນ ລົງ​ໃນ​ແມ່​ນ້ຳ​ທີ່ຢູ່ໃກ້​ໆ.

ຊາວ​ສົບ​ທັງຫຼາຍແມ່ນ​ຖືກ​ໄໝ້​ຢ່າງ​ລະອຽດ ແຕ່ເຖິງຢ່າງ​ໃດກໍຕາມ ນຶ່ງ​ໃນ​ພວກນັກ​ສຶກສາທີ່​ຫາ​ຍ ສາບ​ສູນໄປນັ້ນ​ແມ່ນ​ໄດ້ຮັບ​ການພິສູດແລະ​ຢືນຢັນ​ແລ້ວ. ທ່ານ Murillo ​ໄດ້​ກ່າວ​ວ່າ ການ​ສືບ ສວນສອບ​ສວນ​ໄດ້້ຜົນ​ສະຫຼຸບ​ແລ້ວ ອິງ​ຕາມຫລັກຖານໃນ​ການ​ສັນ​ນະສູດ​ສົບ ຈາກ​ສະຖານ​ທີ່​ເກີດ​ເຫດ ພ້ອມ​ທັງ​ຄຳໃຫ້ການ​ຂອງ​ພວກ​ເຫັນ​ເຫດການ ຊຶ່ງ​ຮວມທັງການ​ຮັບ​ສາລະພາບ ຂອງ​ສະມາຊິກຄົນນຶ່ງ ຂອງ​ກຸ່ມ Guerreros Unidos ທີ່​ໄດ້ຖືກ​ຈັບ​ກຸມ ​ເມື່ອເກືອບ​ສອງ​ສັບປະດາ​ຜ່ານມາ​ນີ້.

XS
SM
MD
LG