ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການ ອະນາໄມໂລກ ກ່າວວ່າ ການໃຊ້ຍາ ທົດລອງ ກັບຄົນປ່ວຍ ບໍ່​ຜິດຈັນຍາບັນ (ສະ​ໄລ​ດ໌)


ຮູບພາບພວກພະນັກງານສາທາລະນະສຸກ ກວດກາ
ຫາເຊື້ອໄວຣັສອີໂບລາ ທີ່ອັນຕະລາຍເຖິງຕາຍ ກ່ອນຈະເຂົ້າໄປໃນໂຮງໝໍ Kenema ຂອງລັດຖະບານ ທີ່ເມືອງ Kenema, Sierra Leone.
ຮູບພາບພວກພະນັກງານສາທາລະນະສຸກ ກວດກາ ຫາເຊື້ອໄວຣັສອີໂບລາ ທີ່ອັນຕະລາຍເຖິງຕາຍ ກ່ອນຈະເຂົ້າໄປໃນໂຮງໝໍ Kenema ຂອງລັດຖະບານ ທີ່ເມືອງ Kenema, Sierra Leone.

ອົງການ​ອະນາ​ໄມໂລກ ກ່າວ​ວ່າ ມັນເປັນເລື້ອງທີ່​ຖືກຕ້ອງ​ກັບ​
ຈັນຍາບັນ​ ທີ່​ຈະ​ໃຫ້ຢາທີ່ບໍ່​ໄດ້​ຮັບ​ການພິສູດ​ແກ່ພວກ​ຄົນ​ເຈັບ​
ທີ່​ຕິດ​ເຊື້ອ​ອີ​ໂບລາ ​ເພື່ອ​ຕໍ່ສູ້​ກັບ​ການລະບາດທີ່​ຮ້າຍ​ແຮງ​ທີ່​ສຸດ
ຂອງ​ເຊື້ອໄວຣັສ ດັ່ງກ່າວ ທີ່​ພວມ​ຄຸກ​ຄາມ​ຢູ່​ໃນ​ອາ​ຟຣິກາ​ຕາ
​ເວັນ​ຕົກ​ນັ້ນ.

​ແຕ່​ວ່າ ອົງການອະນາໄມໂລກ ຊຶ່ງເປັນພະແນກການນຶ່ງຂອງ
ອົງການ​ສະຫະ​ປະຊາ​ຊາດ​ ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ວ່າ ການ​ໃຊ້
​ຢາ​ດັ່ງກ່າວ ຈະ​ຕ້ອງ​ດຳ​ເນີນ​ໄປ​ດ້ວຍ "ຄວາມ​ຍິນ​ຍອມຂອງ​
ຜູ້​ປ່ວຍ​ທີ່​ຮັບ​ແຈ້ງ​ໃຫ້​ຊາບ​ກ່ອນ ແລະເສລີພາບ​ໃນ​ການ​
ເລືອກ ຖື​ເປັນຄວາມ​ລັບ ການ​ນັບຖື​ຕໍ່ຄົນປ່ວຍ ຮັກສາ​ໄວ້​ຊຶ່ງກຽດສັກສີຂອງ​ຜູ້ກ່ຽວ ​ແລະ​ການ​ພົວພັນ​ນຳຂອງ​ປະຊາ​ຄົມ.
"

ອົງການ​ອະນາ​ໄມ​ໂລກ ​ໄດ້​ເປັນ​ເຈົ້າພາບ​ຈັດການ​ໂຕ້​ວາທີ​ກັນ​ຂຶ້ນ​ກ່ຽວ​ກັບ​ເລື້ອງ​ໃຊ້​ຢາ​ນີ້ ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ມື້​ດຽວ​ກັນ​ກັບ​ທີ່ບັນດາ​ເຈົ້າ​ໜ້າ​ທີ່​ໄລ​ບີ​ເຣຍ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຄາດ​ວ່າ ຈະ​ໄດ້​ຮັບ​ຢາ​ທົດ​ລອງ​ຈາກ​ບໍລິສັດ​ນຶ່ງ​ຂອງ​ສະຫະລັດ ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້ ​ເພື່ອ​ປິ່ນປົວ​ ​ທ່ານໝໍ 2 ທ່ານ ​ທີ່​ຕິດ​ເຊື້ອ​ໄວຣັສອີ​ໂບລາ​.

ຢາ ທີ່​ເອີ້ນ​ວ່າ ZMapp ຍັງ​ບໍ່​ທັນ​ໄດ້​ທົດ​ສອບເລື້ອງ​ຄວາມ​ປອດ​ໄພ​ໃນ​ການ​ໃຊ້​ກັບ​ຜູ້​ຄົນ​ເທື່ອ.

ບໍລິສັດ​ທີ່​ຜະລິດ​ຢາ​ນີ້ ກ່າວ​ໃນ​ມື້ນີ້​ວ່າ ສະບຽງ​ຢາ​ຂອງ​ຕົນ​ໄດ້​ໝົດ​ໄປ​ແລ້ວ ຫຼັງຈາກ​ທີ່ເອົາ​ຢາ​ໄປໃຫ້ປະ​ເທດ​ອາ​ຟຣິກາ​ຕາ​ເວັນ​ຕົກ​ປະ​ເທດ​ນຶ່ງ​.

ນັກບວດ​ສະ​ເປ​ນອົງ​ນຶ່ງ ​ທີ່​ຕິດ​ເຊື້ອ​ໄວຣັສອີ​ໂບລາ ​ໄດ້​ຮັບ​ຢາ​ດັ່ງກ່າວ ​ແຕ່​ໂຮງໝໍແຫ່ງ​ນຶ່ງ
ໃນ​ນະຄອນຫຼວງ Madrid ບ່ອນ​ທີ່​ນັກບວດ​ຄົນ​ນັ້ນ​ໄດ້​ຖືກ​ສົ່ງ​ໄປ​ຮັກສາ​ຕົວ ປະກາດໃນ
ວັນ​ອັງຄານ​ມື້​ນີ້ວ່າ ຜູ້ກ່ຽວໄດ້​ເສຍ​ຊີວິດ​ໄປ​ແລ້ວ.

ຢາ ZMapp ກຳລັງ​ຖືກ​ໃຊ້​ປິ່ນປົວ​ພວກ​ພະນັກງານ​ຊ່ອຍ​ເຫຼືອ​ສະຫະລັດ​ສອງ​ຄົນ​ເຊັ່ນ​ກັນ
ທີ່ໄດ້​ສະ​ແດງຮ່ອງຮອຍ​ວ່າມີອາການ​ດີ​ຂຶ້ນ ​ແຕ່ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ​ເປັນ​ຍ້ອນ
ຢາ​ດັ່ງກ່າວ​ຫຼືບໍ່​.

XS
SM
MD
LG