ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ມີຄວາມໝາຍໝັ້ນ ​ທີ່​ຈະ​ຊຸກຍູ້​ ໃຫ້ດຳເນີນການຕໍ່ໄປ ກ່ຽວ​ກັບ​ ຈຸດ​ສຸມ​ໃໝ່​ ໃນ​ເອ​ເຊຍ (ວີດີໂອ)


Kerry: Law, Not Coercion, Key to South China Sea Disputes
please wait

No media source currently available

0:00 0:02:46 0:00

ເບິ່ງວີດີໂອກ່ຽວກັບລາຍງານເລື້ອງນີ້.

ລັດຖະມົນຕີ​ການ​ຕ່າງ​ປະເທດສະຫະລັດ ທ່ານ John Kerry
ກ່າວ​ວ່າ ສະຫະລັດ​ມີຄວາມໝາຍໝັ້ນ ​ທີ່​ຈະ​ຊຸກຍູ້​ໃຫ້ດຳເນີນ
ການຕໍ່ໄປ ກ່ຽວ​ກັບ​ຈຸດ​ສຸມ​ໃໝ່​ໃນ​ເອ​ເຊຍ ​ຂອງ​ຕົນ​ນັ້ນ.

ການໃຫ້ຄວາມ​ເຫັນ​ດັ່ງກ່າວ​ ຂອງທ່ານ Kerry ມີຂຶ້ນ​ໃນ​ລະ
ຫວ່າງ​ການ ກ່າວຄຳ​ປາໄສ​ເມື່ອວັນ​ພຸດ​ວານ​ນີ້ ຢູ່​ທີ່​ສູ​ນກາງ
ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ທີ່ ລັດຮາວາຍ ຊຶ່ງເປັນ​ບ່ອນ​ຢຸດ
​ແຫ່ງສຸດທ້າຍ​ຂອງ​ການ​ເດີນ​ທາງ​ໄປຢ້ຽມຢາມ​ເຂດ​ປາຊີ​ຟິກ​
ເປັນ​ເວລາ 8 ມື້.

ຫົວໜ້ານັກ​ການ​ທູດ​ ຂອງ​ສະຫະລັດ​ ກ່າວ​ວ່າ ປະທານາທິບໍດີ
ບາຣັກ ​ໂອ​ບາ​ມາ ​ໄດ້​ຂໍ​ຮ້ອງ​ທ່ານ​ໃຫ້ “​ເພີ້​ມທະວີ” ການດຳເນີນຄວາມ​ພະຍາຍາມ​ທາງ
​ການ​ທູດ​ຂອງ​ທ່ານ​ ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ.

ທ່ານ Kerry ກ່າວ​ວ່າ ສິ່ງ​ທີ່​ສຳຄັນ​ໃນ​ຄວາມ​ພະຍາຍາມ​ເຫຼົ່ານັ້ນ ແມ່ນ​ການຜັນ​ຂະຫຍາຍ
​ຄວາມຮ່ວມ​ໄມ້​ຮ່ວມ​ມື ກັບ​ຈີນ ຊຶ່ງ​ຈີນ​ໄດ້​ສະ​ແດງ​ຄວາ​ມ​ກັງວົນ ຕໍ່​ອັນ​ທີ່​ເອີ້ນ​ວ່າ “ການ​ຫັນ” ໄປສູ່​ເອ​ເຊຍຂອງສະຫະລັດ.

ທ່ານ Kerry ​ເວົ້າວ່າ: “ບັດ​ນີ້ ສິ່ງ​ນຶ່ງ​ທີ່​ຂ້າພະ​ເຈົ້າຮູ້​ຈັກ ​ຈະ​ປົກປັກຮັກສາສັນຕິພາບ​
ແລະ ສະຖຽນ​ລະ​ພາບຢູ່ໃນຂົງເຂດ ກໍ​ແມ່ນ​ຄວາມສຳພັນ ແບບສ້າງສັນ​ລະຫວ່າງ
ສະຫະ​ລັດ​ ແລະ ຈີນ. ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ສະແດງໃຫ້ເຫັນ​ຢ່າງ​ຈະ​ແຈ້ງ​
ແລ້ວ​ວ່າ ສະຫະລັດຍິນ​ດີ​ ກັບ​ການມີອິດ​ທິພົນເພີ້​ມຂຶ້ນ ແບບມີ​ສັນຕິພາບ ຄວາມ
ຈະ​ເລີ​ນຮຸ່ງ​ເຮືອງ ແລະ ສະຖຽນລະພາບ ຂອງຈີນ​ນັ້ນ ກໍຄືການເປັນປະເທດ​ທີ່​ມີ​
ບົດບາດ​ອັນແບບມີ​ຄວາມ​ຮັບຜິດຊອບ​ໃນ​ເອ​ເຊຍ ​ແລະ​ໃນ​ໂລກ ​ແລະ​ ສະໜັບ
ສະ​ໜຸນ​ກົດ​ລະບຽບ​ ​ແລະ ຫລັກການຕ່າງໆ ກ່ຽວ​ກັບເລື້ອງເສດຖະກິດ ​ແລະ
ຄວາມ​ໝັ້ນຄົງ. ປະທານາທິບໍດີ ​ໄດ້​ກ່າວ​ຢ່າງ​ຈະແຈ້ງ ດັ່ງທີ່​ຂ້າພະ​ເຈົ້າໄດ້ເວົ້າ
ມານີ້ວ່າ ພວກ​ເຮົາ​ແມ່ນມີຄວາມໝາຍໝັ້ນ ທີ່​ຈະ​ຫລີກ​ເວັ້ນຈາກ​ກັບ​ດັກ ໃນການ
ເປັນ​ຄູ່​ແຂ່ງ​ທາງດ້ານຍຸດ​ທະ​ສາດ.”

​ຂົງເຂດນຶ່ງ​ທີ່​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ ລະຫວ່າງ​ຈີນ ​ແລະ ສະຫະລັດກໍ ຄືບັນຫາຂັດແຍ້ງ
ເລື່ອງເຂດນ້ຳແດນດິນ ຂອງປັກ​ກິ່ງ​ກັບ​ບັນດາປະເທດ ​ເພື່ອນ​ບ້ານ ​ໃນທະ​ເລ​ຈີນຕາເວັນ
ອອກ ແລະ ທະເລຈີນໃຕ້.

ໃນລະຫວ່າງກອງ​ປະຊຸມ​ຂອງບັນດາ​ຜູ້ນຳປະ​ເທດ​ໃນເຂດເອ​ເຊຍ​ຕາ​ເວັນ​ອອກສຽງໃຕ້ ​
ໃນ​ມຽນມາ ບ່ອນ​ທີ່​ທ່ານ Kerry ກໍໄດ້​ເຂົ້າຮ່ວມ​ດ້ວຍ​ນັ້ນ ຈີນ​ໄດ້​ປະຕິ​ເສດ ​ຕໍ່ຂໍ້​ສະ​ເໜີ​ ຂອງ​ສະຫະລັດ​ ເພື່ອ​ຫລຸດຜ່ອນ ຄວາມ​ເຄັ່ງ​ຕຶງ​ຕ່າງໆ ທີ່​ກ່ຽວ​ພັນ​ກັບ​ບັນຫາຂັດແຍ້​ງ
ດັ່ງກ່າວ​.

ທ່ານ Kerry ​ໃນ​ວັນ​ພຸດ​ວານ​ນີ້ ​ໄດ້​ກ່າວ​ຢ້ຳອີກ ວ່າສະຫະລັດ​ບໍ່​ໄດ້​ເອົາ​ທ່າທີໃດໆ​ ກ່ຽວ
​ກັບບັນຫາ​ຂັດ​ແຍ້​ງຕ່າງໆ ​ແຕ່​ທ່ານ​ກ່າວ​ວ່າ ວໍ​ຊິງ​ຕັນ​ແມ່ນ​ເປັນ​ຫ່ວງ ​ກ່ຽວ​ກັບ​ວິ​ທີແກ້​ໄຂ
ບັນຫາ​ຂັດ​ແຍ້​ງ​ເຫຼົ່ານັ້ນ.

KERRY ASIA CNPK
please wait
Embed

No media source currently available

0:00 0:02:33 0:00

XS
SM
MD
LG