ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳປັ່ນຂອງອີຕາລີ ຊ່ອຍ ພວກອົບພະຍົບທາງເຮືອ ຈາກອາຟຣິກາ 1500 ຄົນ ທີ່ກຳລັງລ່ອງລອຍ ຢູ່ກາງທະເລ


Italy Migrants
please wait
Embed

No media source currently available

0:00 0:01:34 0:00

Italy Migrants

ເຈົ້າ​ໜ້າ​ທີ່​ອີ​ຕາ​ລີ​ກ່າວ​ວ່າ ໃນ​ລະຍະ​ເວລາ​ພຽງ 24 ຊົ່ວ​ໂມງ​ຜ່ານ
​ມາ​ນີ້ ພວກ​ກຳ​ປັ່ນ​ກອງທັບ​ເຮືອ ​ແລະ​ໜ່ວຍາມ​ຝັ່ງ​ຂອງ​ຕົນ ​ໄດ້​
ຮັບ​ເອົາພວກປະຊາຊົນທີ່​ຢາກອົບ​ພະຍົບ​ໄປ​ຢູ່​ຢູ​ໂຣບ ປະມານ
1500 ຄົນ ​ທີ່​ກຳລັງ​ລ່ອງ​ລອຍ ​ຢູ່​ໃນ​ເຮືອກາງ​ທະ​ເລ​.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້
​ຮັບສັນຍາ​ນ​ຄຳ​ຂໍຮ້ອງ​ຄວາມຊ່ອຍ​ເຫຼືອ​ ຈາກ​ເຮືອ​ອົບ​ພະຍົບ 3
ລຳທີ່ກຳລັງ ​ປະສົບ​ກັບ​ບັນຫາ​ໃນ​ທະ​ເລ​ Mediterranean ນອກ​
ຝັ່ງ​ປະ​ເທດ​ລີ​ເບຍ.

​ໃນ​ຂະນະ​ທີ່​ພວມ​ແລ່ນ​ເຮືອ​ອອກ​ໄປ​ຍັງ​ບ່ອນ​ຊ່ອຍ​ກູ້​ໄພ​ນັ້ນ ເຂົາ​
ເຈົ້າ​ໄດ້​ພົບ​ເຮືອ​ອີກ​ສອງ​ລຳທີ່​ກຳລັງ​ມີ​ບັນຫາ​ ​ແລະເຕັມ​ໄປ​ດ້ວຍ​
ອົບພະຍົບ.

​ໄດ້​ມີ​ການ​ຊ່ອຍ​ເຫຼືອ​ພວກ​ຊາຍ​ຍິງ​ແລະ​ເດັກນ້ອຍ​ປະມານ 1500 ຄົນ​ແລະ​ສົ່ງ​ພວກ​ເຂົາເຈົ້າ​
ໄປ​ຍັງເກາະ Sicily ​ແລະ​ເກາະ Lampedusa.

ບໍ່​ມີ​ຂ່າວ​ຄາວ​ໃດໆ​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ອາການ​ຂອງ​ພວກ​ອົບ​ພະຍົບ.

ແຜນທີ່ ເກາະ Sicily, Lampedusa, ກັບຊາຍຝັ່ງລີເບຍ ໃນທະເລ Mediterranean.
ແຜນທີ່ ເກາະ Sicily, Lampedusa, ກັບຊາຍຝັ່ງລີເບຍ ໃນທະເລ Mediterranean.

ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຕາ​ລີ ກ່າວ​ວ່າ ຈຳນວນ​ພວກ​ອົບ​ພະຍົບທີ່​
ລອດ​ຊີວິດ​ຈາກ​ການ​ຂ້າມ​ຜ່ານທະ​ເລ Mediteranean ທີ່​ປັ່ນ​
ປ່ວນ​ໄປ​ຮອດ​ຢູ​ໂຣບ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ​ໃນ​ຊ່ວງ 3 ເດືອນ​ທຳ​ອິດ​
ຂອງຕົ້ນ​ປີ​ນີ້ ​ເມື່ອ​ສົມ​ທຽບ​ໃສ່ກັບ​ຈຳນວນ​ໃນ​ປີ 2014 ຜ່ານມາ.

ພວກ​ອົບ​ພະຍົບ​ເຫຼົ່າ​ນີ້ ​ສ່ວນ​ຫຼາຍ​ແມ່ນ​ໄປ​ຈາກ​ອາ​ຟຣິກາ​ເໜືອ
ເຂດ​ໃຕ້​ທະ​ເລ​ຊາຍ Sahara ຂອງ​ອາ​ຟຣິກາ ​ແລະ​ພາກ​ຕາ​ເວັນ
​ອອກ​ກາງ ​ເພື່ອ​ຫາ​ທາງ​ຫລົບໜີ​ຈາກ​ສົງຄາມ ຄວາມທຸກ​ຈົນ ​
ແລະ​ການ​ກໍ່​ການ​ຮ້າຍ.

XS
SM
MD
LG