ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນໂດເນເຊຍ ຂໍການຊ່ອຍເຫຼືອ ເພື່ອຮັບມື ກັບໄຟໄໝ້ປ່າ ຮ້າຍແຮງ


ຜູ້ຊາຍຄົນນຶ່ງ ກຳລັງພາຍເຮືອ ໃນແມ່ນ້ຳ Siak ຂະນະທີ່ໝອກຄວັນ ຈາກໄຟໄໝ້ປ່າ ພວມປົກຄຸມເມືອງ
Pekanbaru ໃນແຂວງ Riau ຂອງອິນໂດເນເຊຍ. (ວັນທີ 5 ຕຸລາ 2015)
ຜູ້ຊາຍຄົນນຶ່ງ ກຳລັງພາຍເຮືອ ໃນແມ່ນ້ຳ Siak ຂະນະທີ່ໝອກຄວັນ ຈາກໄຟໄໝ້ປ່າ ພວມປົກຄຸມເມືອງ Pekanbaru ໃນແຂວງ Riau ຂອງອິນໂດເນເຊຍ. (ວັນທີ 5 ຕຸລາ 2015)

ປະທານາທິບໍດີອິນໂດເນເຊຍກ່າວວ່າ ລັດຖະບານຂອງທ່ານໄດ້
ຮ້ອງຂໍໃຫ້ຫຼາຍປະເທດຊ່ອຍມອດໄຟໄໝ້ປ່າຂະໜາດໃຫຍ່ທີ່ໄດ້
ກໍ່ໃຫ້ເກີດໝອກຄວັນ ປົກຄຸມສ່ວນໃຫຍ່ຢູ່ໃນຂົງເຂດ.

ໃນການຖະແຫຼງຕໍ່ພວກນັກຂ່າວໃນວັນພະຫັດວານນີ້ ປະທານາ
ທິບໍດີ Joko Widodo ຊຶ່ງເປັນທີ່ຮູ້ກັນ ຢ່າງກວ້າງຂວາງ ໃນນາມ
ທ່ານ Jokowi ນັ້ນກ່າວວ່າ ສະຖານະການໄດ້ບັງຄັບໃຫ້ຈາກາຕ້າ ຕ້ອງໄດ້ຮ້ອງຂໍຄວາມຊ່ອຍເຫລືອ.

ທ່ານເວົ້າວ່າ “ຫວັງວ່າພວກເຮົາສາມາດເລັ່ງລັດການຮັບມືກັບໄຟ
ໄໝ້ປ່າດົງດິບໃນພື້ນທີ່ຕ່ຳ ຊຶ່ງມີຄວາມແຕກຕ່າງຈາກການດັບໄຟ
ໄໝ້ປ່າທຳມະດາ. ມັນແຕກຕ່າງກັນຢ່າງຊິ້ນເຊີງ.”

ອິນໂດເນເຊຍ ກ່າວວ່າ ສິງກະໂປແລະມາເລເຊຍ ຈະສົ່ງເຮືອບິນມອດໄຟໄປຊ່ອຍ ໃນວັນ ສຸກມື້ນີ້ ໃນຂະນະທີ່ຈີນ ຍີ່ປຸ່ນ ແລະອອສເຕຣເລຍ ຍັງບໍ່ທັນໃຫ້ການຢືນຢັນເທື່ອວ່າ ເວລາ
ໃດການຊ່ອຍເຫຼືອຂອງພວກເຂົາເຈົ້າຈຶ່ງຈະໄປເຖິງ. ເຈົ້າໜ້າທີ່ໃນນະຄອນຫຼວງຈາກາຕ້າ
ກ່າວວ່າ ຣັດເຊຍຍັງລໍຖ້າຢູ່ ກ່ຽວກັບເລື້ອງຄ່າໃຊ້ຈ່າຍໃນການປະຕິບັດງານຈາກອິນໂດເນ
ເຊຍ.

ໃນຂະນະດຽວກັນ ຫົວໜ້າສະພາປົກປ້ອງສິ່ງແວດລ້ອມ ຂອງອິນໂດເນເຊຍ ທ່ານ Abet Nego Tarigan ຮຽກຮ້ອງໃຫ້ປະທານາທິບໍດີ Jokowi ປັບປຸງການສື່ສານຄົມມະນາຄົມ ກັບປະເທດອື່ນໆ ທີ່ໄດ້ຮັບຜົນກະທົບຈາກໝອກຄວັນນັ້ນ.

XS
SM
MD
LG