ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອິນໂດເນເຊຍ ປະຕິເສດ ບໍ່​ຍອມ​ຜ່ອນ​ຜັນ ໂທດປະຫານ ແກ່ພວກ​ຄ້າ​ຢາ​ເສ​ບ​ຕິດ ອອສເຕຣເລຍ


O'qqa to'la ko'z, Kiyevda san'at ko'rgazmasi
O'qqa to'la ko'z, Kiyevda san'at ko'rgazmasi

ສານ​ອິນ​ໂ​ດ​ເນ​ເຊຍແຫ່ງ​ນຶ່ງ ​ໄດ້​ປະຕິ​ເສດ​ຕໍ່ການ​ອຸທອນແບບ
ສິ້ນຫວັງ ​ເພື່ອ​ຫຼຸຢ່ອນຜ່ອນໂທດ ​ໃຫ້ແກ່​ນັກ​ຄ້າ​ຢາ​ເສບ​ຕິດ
ອອສ​ເຕຣຍ​ເລຍ​ສອງ​ຄົນ ທີ່​ລໍຖ້າ​ການ​ປະຫານ​ຊີວິດ ໃນ​ຄະດີ​
ທີ່ໄດ້ສ້າງຄວາມຂົ່ມຂື່ນ​ໃຫ້​ຄວາມສຳພັນ​ລ​ະຫວ່າງອິນ​ໂດ​ເນ
​ເຊຍ ​ແລະ​ອອສ​ເຕຣ​ເລຍ.

ປະ​ທາ​ນາ​ທິບໍດີ Joko Widodo ​ໄດ້​ປະຕິ​ເສດ​ທີ່ຈະຫຼຸດຢ່ອນ
ຜ່ອນ​ໂທດ​ໃຫ້​ແກ່ ນັກ​ໂທດ​ທັງສອງ​. ສານ​ນະຄອນຫລວງ
Jakarta ​ໃນ​ວັນ​ອັງຄານ​ມື້​ນີ້​ໄດ້​ຕັດສິນ​ວ່າ ທ່ານ​ມີສິດໃນ​ການ​
ດຳເນີນການດັ່ງກ່າວ ​ແລະນັ້ນມັນຈະບໍ່ຕ່າວ​ປີ້ນການ​ຕັດ ສິນ.

ລັດຖະບານອອສ​ເຕຣຍ​ເລ​ຍ ​ເພີ້​ມຄວາມ​ກົດ​ດັນ​ທາງດ້ານ​ການ​ທູດ ​ຕໍ່ອິນ​ໂດ​ເນ​ເຊຍ ​ເພື່ອ​
ໃຫ້ໄວ້ຊີວິດຊາວ​ອອສ​ເຕຣ​ເລຍທັງ​ສອງ​ ທ້າວ Myuran Sukumaran ​ແລະ ທ້າວ
Andrew Chan ທີ່ມີ​ກຳນົດ​ວ່າ ຈະ​ຖືກ​ປະຫານ​ຊີວິດ ​ດ້ວຍ​ການ​ຍິງ​ເປົ້າ.

ປະທານາທິບໍດີ Widodo ​ໃນ​ວັນ​ອັງຄານມື້ນີ້ ​ຢືນຢັດວ່າ​ລັດຖະບານ​ຂອງ​ທ່ານ ​ຈະ​ດຳ​ເນີນ
ຕໍ່ໄປ ກ່ຽວ​ກັບ​ການ​ປະຫານ​ຊີວິດ​ຊາວ​ອອສ​ເຕຣຍ​ເລຍທັງ​ສອງ​ ​ແລະ​ພວກນັກໂທດອື່ນໆ
ອີກ​ເກົ້າ​ຄົນ​ ທີ່​ພວມລໍຖ້າ​ການ​ປະຫານ​ຊີວິດ ​ແລະ​ເຕືອນ​ບັນ ດາ​ລັດຖະບານຕ່າງປະ​ເທດ
ຕໍ່ການພະຍາຍາມ​ຫາທາງເຮັດໃຫ້​ເລື້ອງ​ດັ່ງກ່າວມີ ການຊັກຊ້າ.

ທ່ານ Widodo ກ່າວ​ວ່າ “ຢ່າ​ແຊກ​ແຊງກ່ຽວກັບ​ການ​ປະຫານ​ຊີວິດ. ນີ້​ແມ່ນອຳ ນາດອະທິ
ປະໄຕທາງດ້ານ​ຍຸຕິ​ທຳ ​ແລະດ້ານການ​ເມືອງ ​ຂອງ​ອິນໂດເນເຊຍ." ປະທານາທິບໍດີ
Widodo ກ່າວ​ວ່າ ທ່ານ​ໄດ້​ຮັບ​ໂທລະ​ສັບ​ ຈາກບັນດາ​ຜູ້ນຳ​ຂອງຝຣັ່ງ ແລະບຣາຊີ​ລ ຊຶ່ງ​ມີ
ຄົນ​ສັນຊາດຂອງຕົນ ພວມລໍຖ້າການ​ປະຫານ​ຊີ​ວິດຢູ່​ນັ້ນ.

ຊາວ​ອອສ​ເຕຣຍ​ເລຍທັງສອງ ຕົ້ນຕໍແລ້ວ ​ມີ​ກຳນົດ​ທີ່​ຈະ​ຖືກ​ປະຫານ​ຊີວິດ ​ໃນ​ເດືອນ​ກຸມ
ພານີ້ ​ແຕ່​ວ່າ​ໄດ້ມີ​ຊັກຊ້າ​ເລື່ອນເວລາອອກໄປເຖິງນຶ່ງ​ເດືອນ ​ຍ້ອນໃນ ອັນທີ່​ເຂົາ​ເຈົ້າກ່າວ​
ວ່າ ເປັນເຫດຜົນ​ໃນດ້ານການຄຸ້ມຄອງກ່ຽວກັບເລື່ອງດັ່ງກ່າວ.

INDONESIA AUSTRALIA CNPK
please wait

No media source currently available

0:00 0:01:51 0:00

XS
SM
MD
LG