ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກະບົດເຢເມັນ ​​ເຊັນ ​ຂໍ້​ຕົກລົງ ດ້ານຄວາມ​ໝັ້ນຄົງ ກັບ​ລັດຖະບານ


ແຜນທີ່ ປະເທດເຢເມັນ
ແຜນທີ່ ປະເທດເຢເມັນ

ພວກ​ກະ​ບົດ​ນິກາຍ Shi’ite ຢູ່​ໃນ​ເຢ​ເມັນ ​ໄດ້ເຊັນ​ຂໍ້​ຕົກລົງດ້ານ
ຄວາມ​ໝັ້ນຄົງ ກັບ​ລັດຖະບານ ທີ່​ລະບຸ​ໃຫ້ພວກ​ເຂົາ​ປົດ​ອາວຸດ ​
ແລະ​ຖອນ​ກຳລັງ​ອອກຈາກ​ຫລາຍໆ​ເຂດ ທີ່​ພວກ​ເຂົາ​ໄດ້​ຢຶດ​ເອົາ
​ເມື່ອ 2-3 ​ເດືອນ​ບໍ່​ດົນ​ມາ​ນີ້.

ຂໍ້​ຕົກລົງດັ່ງກ່າວໄດ້​ລົງ​ນາມກັນ ​ໃນ​ວັນ​ເສົາ​ວານ​ນີ້ ມື້​ນຶ່ງຫຼັງຈາກ
​ພວກ​ກະບົດ ທີ່ເອີ້ນກັນວ່າ ພວກ Houthies ນັ້ນ ​ໄດ້ບຸກ​ເຂົ້າ​ຍຶດ
​ເອົາ​ຫລາຍໆ​ເຂດ​ຂອງນະຄອນຫລວງ Sana'a ຂອງ​ເຢ​ເມັນ.
ຂໍ້​ຕົກລົງ​ດັ່ງກ່າວ ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງ​ສະບັບ​ຮອບດ້ານ ທີ່
ສະຫະ​ປະຊາ​ຊາດ​ເປັນ​ຜູ້ໄກ່​ເກ່​ຍ​ ​ແລະ​ຮວມ​ເອົາທັງ​ຄູ່​ແຂ່ງ​ອື່ນໆ ​
ເຊັ່ນພັກ Islah​ ທີ່​ມີ​ການ​ເຊື່ອມ​ໂຍງ​ກັບ​ກຸ່ມ ​ພະລາດອນພາບ
​ມຸສລິ​ມ ຫຼື Muslim Brotherhood ນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ປະນາມ ຄວາມ​ຮຸນ​ແຮງ​ທີ່ດຳ​
ເນີນ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ ຢູ່​ໃນ​ເຢ​ເມັນ ​ແລະ​ກ່າວ​ສະໜັບສະ​ໜຸນ ປະທານາທິບໍດີ ທ່ານ Abd
Rabbo Mansour Hadi ທີ່​ພະຍາຍາມຈັດ​ຕັ້ງ​ປະຕິບັດ ຂໍ້​ຕົກລົງເພື່ອ​ສັນຕິພາບ ​ແລະ
ພາຄີ​ແຫ່ງ​ຊາດນັ້ນ. ສະຫະລັດ ຮຽກຮ້ອງ​ທຸກ​ພັກ​ຝ່າຍ​ ຈັດ​ຕັ້ງ​ປະຕິບັດ ​ທຸກ​ພາກສ່ວນ​
ຂອງ​ຂໍ້​ຕົກລົງ​ສັນຕິພາບ​ສະບັບນີ້ ​ໂດຍ​ສະ​ເພາະ ການມອບ​ຄືນ​ອາວຸດຂະໜາດ​ກາງ
ແລະອາວຸດໜັກ ທັງ​ໝົດ ​ໃຫ້​ແກ່​ລັດຖະບານ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ກ່າວ​ວ່າ ສະຫະລັດ ກຳລັງ​ຍົກ​ລະດັບ​ຄວາມ​ພະຍາ
ຍາມ ປະຕິບັດ​ງານ​ກັບ​ປະຊາ​ຄົມນາໆ​ຊາດຂຶ້ນ ​ເພື່ອ​ດຳ​ເນີນ​ການ​ລົງ​ໂທດ ຕໍ່​ບັນດາບຸກຄົນ
ຜູ້​ທີ່​ກຳລັງ​ຂົ່ມ​ຂູ່​ຕໍ່ສັນຕິພາບ​ ສະຖຽນ​ລະ​ພາບ ​ແລະ ຄວາມໝັ້ນຄົງ ຂອງ​ເຢ​ເມັນ ຖ້າ​ຫາກ​ພວກ​ເຂົາ​ ບໍ່​ຍຸດຕິການ​ກະທຳ​ແບບ​ນັ້ນ ​ໂດຍ​ທັນ​ທີ.

YEMEN SOTVO
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG