ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ​ Francois Hollande ​ຍຸບ ລັດຖະບານຝຣັ່ງ (ສະໄລດ໌/ວີດີໂອ)


ນາຍົກ​ລັດຖະມົນຕີຝຣັ່ງ ທ່ານ Manuel Valls ກຳລັງກ່າວ ຄຳປາໄສ ກ່ຽວກັບນະໂຍບາຍທົ່ວໄປ ໃນສະພາແຫ່ງຊາດ ຢູ່ນະຄອນຫລວງ ປາຣີ, ວັນທີ 8 ເມສາ 2014.
ນາຍົກ​ລັດຖະມົນຕີຝຣັ່ງ ທ່ານ Manuel Valls ກຳລັງກ່າວ ຄຳປາໄສ ກ່ຽວກັບນະໂຍບາຍທົ່ວໄປ ໃນສະພາແຫ່ງຊາດ ຢູ່ນະຄອນຫລວງ ປາຣີ, ວັນທີ 8 ເມສາ 2014.

ປະທານາທິບໍດີ​ Francois Hollande ​ໄດ້​ຍຸບ ຄະນະລັດຖະບານ
ຝຣັ່ງ.

ນາຍົກ​ລັດຖະມົນຕີ Manuel Valls ​ໄດ້​ສະ​ເໜີ​ ຂໍລາ​ອອກ​ພ້ອມ
​ກັບ​ຄະນະ​ລັດຖະບານ​ສັງຄົມ​ນິຍົມຂອງ​ທ່ານ​ທັງ​ໝົດ ​ໃນ​ວັນ​ຈັນ​
ມື້​ນີ້ ​ຊຶ່ງ ທ່ານ Hollande ​ກໍໄດ້​ຮັບ​ເອົາ ​ແລ້ວ​ອອກ​ຄຳ​ສັ່ງ​ໃຫ້​
ນາຍົກລັດຖະມົນຕີ ຈັດຕັ້ງລັດຖະບານ​ຊຸດ​ໃໝ່ຂຶ້ນ ພາຍ​ໃນວັນ
​ອັງຄານມື້​ອື່ນ.

ການ​ເຄື່ອນ​ໄຫວທາງ​ການ​ເມືອງທີ່​ວ່າ​ນີ້ ​ແມ່ນຕິດຕາມ​ມາ​ ຫຼັງຈາກ
ການ​ຕຳນິຕິຕຽນ​ຂອງ​ລັດຖະມົນຕີ​ເສດຖະກິດ ທ່ານ Arnaud
Montebourg ​ເມື່ອ​ບໍ່​ດົນ​ມາ​ນີ້ ກ່ຽວ​ກັບນະ​ໂຍບາຍ​ດ້ານ​ເສດຖະກິດ​ ຂອງ​ປະ​ເທດ ​ແລະ
ການ​ຕັ້ງຂໍ້​ສົງ​ໄສ​ຂອງ​ທ່ານກ່ຽວ​ກັບ​ການເຄື່ອນ​ໄຫວ​ຕ່າງ​ໆ ດ້ານ​ງົບປະມານ​ ຂອງ​ພັນທະມິດ ​ເຢຍຣະມັນ.

ຝຣັ່ງກຳລັງ​ຕົກ​ຢູ່​ພາຍ​ໃຕ້ ​ຄວາມ​ກົດ​ດັນຈາກ​ສະຫະພາບ​ຢູ່​ໂຣບ ໃຫ້​ ​ແກ້​ໄຂ​ບັນຫາການ​
ເງິນຕ່າງໆ​ຂອງ​ຕົນ​ໃຫ້​ເປັນລະບບຮຽບຮ້ອຍ ​ແຕ່ ທ່ານ Montebourg ​ໄດ້​ຕັ້ງຂໍ້​ສົງ​ໄສ​ວ່າ
ການ​ປະ​ຫຍັດ​ມັດທະຍັດ​ທາງ​ການ​ເງິນ​ທີ່​ສະຫະພາບ​ຢູ​ໂຣບ​ໄດ້​ບັງຄັບ​ໃຫ້​ປະຕິບັດ​ນັ້ນ ຈະ​
ເປັນ​ປະ​ໂຫຍ​ດ​ຕໍ່​ຝຣັ່ງ ຢ່າງ​ແທ້​ຈິງ ຫຼືບໍ່.

FRANCE VO
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG