ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຂ່າວ 2 ຄົນ ຖືກຍິງ ຢູ່ອັຟການິສຖານ ຜູ້ນຶ່ງຕາຍ ແລະ ຜູ້ນຶ່ງບາດເຈັບ (ວີດີໂອ)


ນາງ Anja Niedringhaus ນັກຂ່າວຂອງອົງການຂ່າວເອພີ
ທີ່ຖືກຕຳຫຼວດອັຟການິສຖານຍິງຕາຍ.
ນາງ Anja Niedringhaus ນັກຂ່າວຂອງອົງການຂ່າວເອພີ ທີ່ຖືກຕຳຫຼວດອັຟການິສຖານຍິງຕາຍ.
ເຈົ້າ​ໜ້າ​ທີ່ອັຟກາ​ນິສຖານກ່າວ​ວ່າ ຕຳ​ຫລວດຄົນ​ນຶ່ງ​ໄດ້ຍິງ
ນັກ​ຂ່າວແມ່ຍິງ​ຕ່າງປະ​ເທດ​ 2 ​ຄົນ ໃນ​ວັນ​ສຸກ​ມື້​ນີ້ ເຮັດໃຫ້
ຄົນນຶ່ງ​ເສຍ​ຊິວິດ​ ​ແລະອີກ​ຄົນ​ນຶ່ງໄດ້ຮັບ​ບາດ​ເຈັບ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ຕຳຫຼວດ​ຄົນ​ດັ່ງກ່າວ​ໄດ້​ຖືກ​ຈັບຫຼັງ
ຈາກໄດ້ເກີດເຫດຮ້າຍ ຢູ່ທີ່ປ້ອມຕຳຫຼວດແຂວງ Khost ໃນ
ພາກຕາເວັນອອກອັຟການິສຖານ.

ນັກຂ່າວທີ່ເສຍຊີວິດນັ້ນ ມີການເປີດເຜີຍວ່າແມ່ນນາງ Anja
Niedringhaus ອາຍຸ 48 ປີ ຊຶ່ງເປັນຊ່າງພາບທີ່ເຄີຍໄດ້ຮັບ
ລາງວັນມາແລ້ວເຮັດໃຫ້ວຽກໃຫ້ແກ່ອົງການຂ່າວເອພີ.

ສ່ວນຜູ້ລາຍງານຂ່າວຂອງເອພີນາງ Kathy Gannon ຢູ່ໃນອາການທີ່ພົ້ນຂີດອັນຕະລາຍ ແລ້ວ ຫລັງຈາກໄດ້ຮັບບາດເຈັບ 2 ເທື່ອ.
ນາງ Kathy Gannon ທີ່ໂຮງຮຽນແຫ່ງນຶ່ງ ໃນອັຟການິສຖານ
ນາງ Kathy Gannon ທີ່ໂຮງຮຽນແຫ່ງນຶ່ງ ໃນອັຟການິສຖານ

ນີ້ແມ່ນການໂຈມຕີຮ້າຍແຮງ ຕໍ່ພວກນັກຂ່າວຄັ້ງທີ 3 ໃນໄລຍະ
3 ອາທິດຜ່ານມາໃນຂະນະທີ່ຄວາມຮຸນແຮງເພີ້ມທະວີຂຶ້ນກ່ອນ ໜ້າການເລືອກຕັ້ງແຫ່ງຊາດແລະການເລືອກຕັ້ງທ້ອງຖິ່ນໃນວັນ
ເສົາມື້ອື່ນນີ້.

ກຸ່ມຕາລີບານໄດ້​ປະກາດວ່າ​ຈະ​ໃຊ້​ຄວາມ​ຮຸນ​ແຮງເພື່ອ​ລົບ​ກວນ​
ການ​ປ່ອນບັດເລືອກ​ຕັ້ງທີ່ຈະມີຂຶ້ນດັ່ງກ່າວ.

ໃນວັນທີ 11 ມີນາຜ່ານມານັກຂ່າວວິທະຍຸອັງກິດ-ສະວີເດັນທ່ານ
Nils Horner ໄດ້ຖືກຍິງຕາຍໃນໄລຍະເຜົາຂົນ ທີ່ຫົນທາງສາຍນຶ່ງ ໃນນະຄອນຫຼວງກາບູລ.
9 ມື້ຕໍ່ມາ ມືປືນກໍໄດ້ຍິງສັງຫານນັກຂ່າວອັຟການິສຖານທີ່ເຮັດວຽກໃຫ້ແກ່ອົງການ​ຂ່າວ​ຝຣັ່ງ ​ທ່ານ Sardar Ahmad ພ້ອມດ້ວຍພັນລະຍາແລະລູກນ້ອຍ 2 ຄົນຂອງຈຳນວນທັງໝົດ 3 ຄົນ ຂອງທ່ານ ທີ່ໂຮງແຮມ Serena ທີ່ໄດ້ມີການຍາມຄຸ້ມກັນຢ່າງແໜ້ນໜາ ໃນນະຄອນຫລວງກາ ບູລ.

ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Jan Kubis ຜູ້ຕາງໜ້າ​ພິ​ເສດຂອງອົງການສະຫະ​ປະຊາຊາດໃນ ອັຟກາ​ນິສຖານ ​ກໍໄດ້ຮຽກຮ້ອງ​ໃຫ້ປະຊາຊົນຊາວ​ອັ​ຟກາ​ນິສຖານ ຢ່າໄດ້ປ່ອຍໃຫ້ຜູ້​ໃດ​ຜູ້​ນຶ່ງ ​ຕັດ​ສິດ​ ຫຼື​ກີດ​ກັນ​ເຂົາ​ເຈົ້າ ບໍ່ໃຫ້ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​.

ທ່ານ Kubis ກ່າວ​ຕື່ມ​ວ່າ ອາດ​ຈະ​ມີ​ຄວາມ​ຫຍຸ້ງຍາກ ​ແລະ​ບັນຫາ​ດ້ານ​ຄວາມ​ປອດ​ໄພຕ່າງໆ ​ແຕ່​ອັຟກາ​ນິສຖານ​ໄດ້​ກະກຽມ​ໄວ້​ດີກ​ວ່າ​ເກົ່າ ສຳລັບ​ການ​ເລືອກ​ຕັ້ງ ​ໃນ​ວັນເສົາອາທິດ​ນີ້ ຄື​ດີ ກ​ວ່າການ​ເລືອກ​ຕັ້ງ ​ໃນ​ປີ 2009 ນັ້ນ.

ກຸ່ມ​ຕາ​ລີ​ບັນ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ ​ທີ່​ພົວພັນ​ກັບການເລືອກ​ ຕັ້ງເມື່ອໄວໆມານີ້ ຮວມທັງ​ການໂຈມຕີດ້ວຍລະ​ເບີດ​ສະລະ​ຊີບ​ໃນ​ວັນອັງຄານ​ຜ່ານມາ ຢູ່​ຂ້າງ​ນອກກະຊວງ​ພາຍ​ໃນ​ຂອງ​ອັຟກາ​ນິສຖານຊຶ່ງ​ໄດ້​ເຮັດ​ໃຫ້ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢ່າງ​ໜ້ອຍ 6 ຄົນ ​ເສຍ​ຊີວິດ​ໄປ​ນັ້ນ.
AFGHANISTAN CNPK
please wait
Embed

No media source currently available

0:00 0:01:13 0:00
XS
SM
MD
LG