ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍພັນຄົນ ໄປຕ້ອນຮັບ ທີມເຕະບານ ເຢຍຣະມັນ ທີ່ເດີ່ນບິນ Tegel (ສະໄລດ໌/ວີດີໂອ)


ບັນດາແຟນໆທິມເຕະບານເຢຍຣະມັນ ເຕົ້າໂຮມກັນຢູ່ ກາງ
ນະຄອນຫລວງເບີລິນ ເພື່ອຊົມເຊີຍ ການໄດ້ຮັບໄຊຊະນະ ໃນການຄອງແຊ້ມ ການແຂ່ງຂັນເຕະບານໂລກ ທີ່ປະເທດບຣາຊິລ ປີ 2014.
ບັນດາແຟນໆທິມເຕະບານເຢຍຣະມັນ ເຕົ້າໂຮມກັນຢູ່ ກາງ ນະຄອນຫລວງເບີລິນ ເພື່ອຊົມເຊີຍ ການໄດ້ຮັບໄຊຊະນະ ໃນການຄອງແຊ້ມ ການແຂ່ງຂັນເຕະບານໂລກ ທີ່ປະເທດບຣາຊິລ ປີ 2014.

ທິມ​ເຕະບານ​ເຢຍຣະມັນ ທີ່​ໄດ້​ຮັບໄຊຊະນະ ໃນການແຂ່ງຂັນເຕະ
ບານ​ໂລກ ​ໄດ້​ໄປ​ເຖິງ​ນະຄອນ​ເບີ​ລິນແລ້ວ ສອງ​ມື້ ​ຫລັງ​ຈາກ​ເຂົາ
​ເຈົ້າ​ໄດ້ຊະນະອາເຈັນຕີ​ນາ ​ເພື່ອຍາດເອົາແຊ້ມປ້ຽນ​ໂລກນັ້ນ.

​ເຮືອບິນ​ຂອງ​ທິມ​ໄດ້​ລົງ​ສູ່​ເດີ່ນ Tegel ໃນ​ນະຄອນ​ເບີ​ລິນໃນ​ຕອນ
​ເຊົ້າ​ວັນ​ອັງ ຄານ​ມື້​ນີ້ ໂດຍ​ໄດ້​ຮັບ​ການ​ຮ້ອງເຊຍ​ຈາກ​ບັນດາ​ແຟນໆ
​ຫລາຍ​ພັນ​ຄົນ.

​ສາຍ​ການບິນ​ແຫ່ງ​ຊາດ Lufthansa ​ໄດ້​ປ່ຽນ​ຊື່​ຊົ່ວຄາວ​ມາ​ເປັນ “Fanhansa” ​ເພື່ອ​ເປັນ​
ກຽດ​ໃຫ້​ແກ່​ບັນດາແຊ້ມປ້ຽນ​ໂລກ ​ແລະ​ໄດ້​ຕື່ມ​ຄຳ​ເວົ້າ​ເຂົ້າ​ໄປ​ອີກ​ວ່າ ​“ເຮືອ​ບິນ​ຂອງ​ຜູ້​ຊະນະ
​ເລີດ” ​ໃສ່​ປ້າຍເຄື່ອງໝາຍຂອງເຮືອບິນ ຮວມ​ທັງ​ຮູບ​ໜ່ວຍ​ໝາ​ກບານ. ພວກ​ລົດ​ດັບ​ເພີງ​
ພາກັນ​ສີດ​ນໍ້າ​ໃສ່​ເຮືອບິນ Boeing 747 ​ເພື່ອ​ສະ​ແດງ​ການຕ້ອນຮັບ ​ການກັບ​ຄືນ​ບ້ານຂອງ
ທີມດັ່ງກ່າວ.

ຜູ້​ທີ່​ອອກ​ຈາກ​ເຮືອບິນ​ຄົນ​ທຳ​ອິດ​ໄດ້ແກ່ ກັບຕັນ Philip Lahm ທີ່​ຖື​ລາງວັນເຕະບານ​ໂລກ
ຕິດ​ຕາມດ້ວຍສະມາຊິກ​ທິມ ທ້າວ Bastian Schweinsteiger ຜູ້ອອກ​ຈາກ​ເຮືອບິນ​ທີ່ເອົາ
ທຸງຊາດ​ເຢຍຣະມັນຫຸ້ມໂຕລາວໄວ້.

ບັນດາ​ສະມາຊິກ​ທິມ ​ໄດ້​ປາກົດ​ໂຕ​ຢູ່​ໃນ​ນະຄອນເບີ​ລິນ ​ໃນ​ເວລາ​ຕໍ່​ມາ ​ເພື່ອ​ເດີນ​ສວນສະ
ໜາມ​ໄຊຊະນະ ​ແລະສີ້​ນສຸດ​ລົງ​ດ້ວຍ​ການ​ເຕົ້າ​ໂຮມ​ບັນດາ​ແຟນໆ​ຫລາຍ​ພັນ​ຄົນ ຢູ່ໃກ້​ກັບ
ປະຕູ​ໂຂງປະຫວັດສາດ Brandenburg​.

​ເຢຍຣະມັນ ເປັນທີມ​ຢູ​ໂຣບ ທິມທຳ​ອິດ​ທີ່​ໄດ້​ຊະນະແຊ້ມປ້ຽນ​ເຕະບານ​ໂລກ ຢູ່ ໃນທະວີບອາ
ເມຣິກາ ໂດຍເອົາ​ຊະນະອາ​ເຈັນ​ຕີ​ນາ ​ໃນແຂ່ງຂັນເມື່ອ​ວັນ​ອາທິດ ແລ້ວ ໃນການຕໍ່ເວລາ
ພິເສດ 1 ປະຕູ​ຕໍ່ 0.

GERMANY WORLD CUP VO
please wait
Embed

No media source currently available

0:00 0:02:27 0:00

XS
SM
MD
LG