ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານອອສເຕຣເລຍ ລົບລ້າງ ການໃຫ້ປະກັນໂຕຜູ້ສາວ ຂອງຄົນຈັບຕົວປະກັນ ທີ່ຊິດນີ


ປະຊາຊົນພາກັນເອົາຊໍ່ດອກໄມ້ ໄປວາງໄວ້ ໃກ້ກັບຮ້ານອາຫານ
ບ່ອນທີ່ມີການກັກໂຕຜູ້ຄົນໄວ້ເປັນຕົວປະກັນ ທີ່ນະຄອນຊິດນີ,
ວັນທີ 16 ທັນວາ 2014.
ປະຊາຊົນພາກັນເອົາຊໍ່ດອກໄມ້ ໄປວາງໄວ້ ໃກ້ກັບຮ້ານອາຫານ ບ່ອນທີ່ມີການກັກໂຕຜູ້ຄົນໄວ້ເປັນຕົວປະກັນ ທີ່ນະຄອນຊິດນີ, ວັນທີ 16 ທັນວາ 2014.

ສານ​ອອສ​ເຕຣ​ເລຍ​ແຫ່ງ​ນຶ່ງ ​ໄດ້​ລົບ​ລ້າງ​ການ​ອະນຸຍາດ​ໃຫ້
ປະກັນ​ໂຕ​ຜູ້​ສາວ​ຂອງ​ຜູ້​ຊາຍທີ່​ເກີດ​ໃນ​ອີຣ່ານຄົນ​ນຶ່ງ ທີ່​ທຳ​
ການໂຈມ​ຕີ​ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ຄົນ​ເສຍ​ຊີວິດ​ ໃນ​ຮ້ານ​ອາຫານ​
ແຫ່ງ​ນຶ່ງ​ ໃນ​ນະຄອນ​ຊິດ​ນີ​ໃນ​ສັບ​ບປະດາ​ແລ້ວນີ້.

ນາງ Amirah Droudis ​ເປັນຜູ້​ສາວຂອງນາຍ Man Haron
Monis ທີ່​ຖືກ​ຍິງ​ຕາຍ​ໃນ​ສັບປະດາ​ແລ້ວ​ນີ້ ​ເວລາ​ພວກ​ຕຳຫຼວດ
​ທີ່​ຕິດອາວຸດ​ໜັກ​ບຸກຖະລົ່ມ​ເຂົ້າ​ໄປ​ໃນ​ຮ້ານ​ອາຫານ ບ່ອນ​ທີ່​ຜູ້
ກ່ຽວ​ໄດ້​ຈັບ​ຜູ້​ຄົນ​ 17 ຄົນໄວ້​ເປັນ​ຕົວ​ປະກັນ ດົນ​ກວ່າ 16ຊົ່ວ
​ໂມງ ຊຶ່ງມີ​ຕົວ​ປະກັນ 2 ຄົນ ເສຍ​ຊີວິດ​ໃນ​ເຫດການ​ດັ່ງກ່າວ.

ນາງ Droudis ​ໄດ້​ຖືກ​ປ່ອຍ​ເປັນ​ອິດ​ສະລະ​ຫຼັງ​ຈາກສານ​ອະນຸ
ຍາດ​ໃຫ້ປະກັນ​ໂຕອອກ​ມາ ຫຼັງ​ຈາກ​ນາງ​ຖືກ​ກ່າວ​ຫາ ຖານ​ທຳ
​ການ​ຄາດ​ຕະກຳ​ເມຍ​ເກົ່າ​ຂອງນາຍ Monis. ອົງການ​ຂ່າວ AP
ລາຍ​ງານ​ຂ່າວ​ວ່າ ​ເມຍ​ເກົ່າ​ຂອງ​ນາຍ Monis ຖື​ກແທງ​ຕາຍ
​ແລະ​ຖືກ​ໄຟ​ເຜົາ.

ນາຍ Monis ​ໄດ້​ຖືກ​ກ່າວ​ຫາ ຖານ​ເປັນ​ຜູ້​ສົມຮູ້​ຮ່ວມ​ຄິດ​ໃນ​ການ​ຄາດຕະກຳພັນ​ລະ​ຍາ​
ເກົ່າ​ຂອງ​ຕົນ. ລາວ​ຍັງ​ປະ​ເຊີນ​ໜ້າ​ກັບ​ຂໍ້​ກ່າວ​ຫາ​ຫຼາຍ​ກວ່າ 40 ກະ​ໂທ​ງ ຖານລວນ​ລາມ​ທາງ​ເພດ ​ແລະຂໍ້​ຫາ​ຖານ​ກະທຳ​ອະນາ​ຈານ ລາມົກ.

ລາວ​ໄດ້​ຫຼົບໜີ​ເຂົ້າໄປ​ອາ​ໄສ​ຢູ່​ໃນ​ອອສ​ເຕຣ​ເລຍ ​ເມື່ອ 2 ທົດ​ສວັດ​ກ່ອນ ​ໂດຍ​ກ່າວ​ອ້າງ
​ວ່າ​ລາວ​ຖືກ​ປະ​ຫັດ​ປະຫານ​ຢູ່​ໃນ​ອີຣ່ານນັ້ນ. ​ສື່​ມວນ​ຊົນ​ໄດ້​ເອີ່ຍ​ເຖິງ​ຜູ້ກ່ຽວ ວ່າ “​ເປັນນັກບວດ​ອິສລາມຕາມ​ແບບ​ສະບັບ​ຂອງ​ຕົນ​ເອງ” ​ໂດຍອີງ​ໃສ່​ການ​ປະຕິບັດ​ຕ່າງໆ ນອກສາສະໜາ​ອິສລາມ ທີ່​ລາວ​ອ້າງ​ວ່າ​ ຕົນເປັນ​ນັກ​ຊ່ຽວຊານ ຮວມທັງ​ດ້ານ​ໂຫລາ​ສາດ ດ້ານ​ການ​ຄຳນວນ ​ແລະເວດມົນຄາຖາ.​

australiasecurity22december14
please wait

No media source currently available

0:00 0:00:29 0:00

XS
SM
MD
LG