ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກນ້ອຍ 8 ຄົນ ຖືກແທງຕາຍ ໃນອອສເຕຣເລຍ


ຕຳຫລວດຕັນທາງສາຍໜຶ່ງ ນອກເຮືອນບ່ອນທີ່ເຈົ້າໜ້າ​ທີ່
ຕຳຫລວດ​ ພົບ​ເຫັນ​ ​ຊາກສົບຂອງ​ພວກ​ເດັກນ້ອຍ 8 ຄົນທີ່ຖືກ ຂ້າຕາຍ ທີ່ຄຸ້ມ Manoora ໃນເຂດຊານເມືອງ Cairnsປະເທດອອສເຕຣເລຍ ເມື່ອວັນສຸກທີ 19 ທັນວາ 2014.
ຕຳຫລວດຕັນທາງສາຍໜຶ່ງ ນອກເຮືອນບ່ອນທີ່ເຈົ້າໜ້າ​ທີ່ ຕຳຫລວດ​ ພົບ​ເຫັນ​ ​ຊາກສົບຂອງ​ພວກ​ເດັກນ້ອຍ 8 ຄົນທີ່ຖືກ ຂ້າຕາຍ ທີ່ຄຸ້ມ Manoora ໃນເຂດຊານເມືອງ Cairnsປະເທດອອສເຕຣເລຍ ເມື່ອວັນສຸກທີ 19 ທັນວາ 2014.

ຕຳຫລວດ​ອອສ​ເຕຣ​ເລຍ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ໄດ້ພົບ​ເຫັນ
8 ສົບ​ຂອງພວກ​ເດັກນ້ອຍ ​ແລະຜູ້​ຍິງ​ຄົນ​ໜຶ່ງ ທີ່​ຖືກ​ແທງ ຢູ່​ທີ່
​ເຮືອນຫຼັງໜຶ່ງ ໃນ​ເມືອງທາງ​ພາກ​ເໜືອ​ຂອງ​ປະ​ເທດ.

​ເຈົ້າໜ້າ​ທີ່ຕຳຫລວດ​ລັດ Queensland ກ່າວ​ວ່າ ພວກ​ເຂົາ​ເຈົ້າ
ຖືກ​ເອີ້ນ​ໃຫ້​ໄປ​ເຮືອນຫຼັງໜຶ່ງ ​ທີ່ຄຸ້ມ Manoora ໃນເຂດ​ຊານ​ເມືອງ
Cairns ​ເມື່ອ​ຕອນ​ເຊົ້າຂອງ​ວັນ​ສຸກ​ມື້​ນີ້ ​ແລະ​ໄດ້​ພົບ​ເຫັນ​ວ່າ ມີ​ຜູ້
ຍິງຄົນ​ໜຶ່ງ​ ໄດ້​ຮັບ​ບາດ​ເຈັ​ບ ​ແລະຊາກສົບຂອງ​ພວກ​ເດັກນ້ອຍ
8 ຄົນ ​ທີ່​ມີອາຍຸແຕ່ 18 ​ເດືອນ ຫາ 15 ປີ.

​ບັນ​ດາເຈົ້າໜ້າ​ທີ່ ກ່າວ​ວ່າ ຜູ້ຍິງໄວ 34 ປີ ​ຄົນດັ່ງກ່າວ ໄດ້​ຖືກ​ນຳ
​ສົ່ງ​ໄປ​ຮັກສາ​ໂຕ​ທີ່​ໂຮງໝໍ ​ແລະ​ຢູ່​ໃນ​ສະພາບທີ່ທຸ່ນ​ທ່ຽງ​ແລ້ວ ​ຜູ້ກ່ຽວກຳລັງ​ໃຫ້ການ​ຊ່ວຍ​ເຫຼືອ​ ພວກເຈົ້າໜ້າ​ທີ່ ໃນການສືບສວນ​ສອບ​ສວນ.

ສື່​ມວນຊົນອອສ​ເຕຣ​ເລຍ ​ໄດ້​ອ້າງ​ຄຳເວົ້າ ພີ່ນ້ອງ​ຄົນ​ໜຶ່ງ ຂອງ​ຜູ້ຍິງ​ທີ່​ໄດ້​ຮັບ​ບາດ​ເຈັບນັ້ນ
ຄື ນາງ Lisa Thaiday ​ ​ທີ່​ກ່າວ​ວ່າ ພວກ​ເດັກ​ນ້ອຍ​ຈຸນີ້ ​ແມ່ນ​ເປັນ​ອ້າຍ​ເອື້ອຍນ້ອງ​ດຽວ​ກັນ ​ແລະ​ຜູ້ຍິງ​ຄົນນັ້ນ ​ເປັນ​ແມ່​ຂອງ​ພວກເດັກນ້ອຍ.

ພີ່ນ້ອງ​ຄົນ​ດັ່ງກ່າວ ​ເວົ້າວ່າ​ ອ້າຍ​ຂອງ​ພວກ​ເດັກ​ນ້ອຍ​ເຫຼົ່ານັ້ນ ອີກຄົນໜຶ່ງ ​ໄວ 20 ປີ ໄປ​
ຮອດ​ເຮືອນຫຼັງດັ່ງກ່າວ ​ແລ້ວ​ພົບ​ເຫັນ ​ອ້າຍ​ເອື້ອຍ​ນ້ອງຂອງ​ລາວ ​ເສຍ​ຊີວິດແລ້ວ.

AUSTRALIA STABBINGS SOTVO
please wait

No media source currently available

0:00 0:00:37 0:00

XS
SM
MD
LG