ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Biden ເດີນທາງໄປ ຢ້ຽມຢາມ ຢູເຄຣນ (ສະໄລດ໌/ວີດີໂອ)


ຣອງປະທານາທິບໍດີສະຫະລັດ Joe Biden ໂບກມືໃສ່ປະຊາຊົນ ຫຼັງຈາກເດີນທາງໄປຮອດ ສະໜາມບິນລະຫວ່າງຊາດ Boryspil ທີ່ນະຄອນຫຼວງ Kyi, ວັນທີ 21 ເມສາ, 21014.
ຣອງປະທານາທິບໍດີສະຫະລັດ Joe Biden ໂບກມືໃສ່ປະຊາຊົນ ຫຼັງຈາກເດີນທາງໄປຮອດ ສະໜາມບິນລະຫວ່າງຊາດ Boryspil ທີ່ນະຄອນຫຼວງ Kyi, ວັນທີ 21 ເມສາ, 21014.
ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ກຳລັງ​
ເດີນທາງ​ມຸ້ງ​ໜ້າ​ໄປ​ຍັງ​ຢູ​ເຄຣນ ​ເພື່ອ​ທຳ​ການ​ພົບ​ປະ​ຫາລື​ກັນ
​ກັບ​ປະທານາທິບໍດີ​ຮັກສາ​ການ ​ແລະ​ນາຍົກລັດຖະມົນຕີຂອງ
ຢູ​ເຄຣນ ​ໃນ​ຂະນະ​ທີ່​ສະຖານະ​ການ​ໃນ​ພາກຕາ​ເວັນ​ອອກ​
ຂອງ​ປະ​ເທດ​ ຍັງ​ຢູ່​ໃນ​ຂັ້ນ​ຮຸນ​ແຮງສືບ​ຕໍ່​ມາ ​ເຖິງ​ແມ່ນ​ໄດ້​ມີ
​ຂໍ້​ຕົກລົງ​ກັນ ທີ່​ແນ​ໃສ່​ເພື່ອ​ຜ່ອຍ​ຄາຍ​ວິ​ກິດ​ການ​ລົງ​ ກໍ​ຕາມ.

ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ ກ່າວ​ວ່າ ທ່ານ Biden ຈະ​ທຳ​
ການ​ໂອ້​ລົມ​ສົນທະນາ​ ​ເລື້ອງ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ປະ
ຊາ​ຄົມນາໆ​ຊາດ​ເພື່ອ​ຊ່ອຍ​ຢູ​ເຄຣນທຳ​ຄວາມ​ຄືບ​ໜ້າ​ຕໍ່​ໄປ​ໃນ​
ການ​ປະຕິ​ຮູບ​ກົດໝາຍ​ລັດຖະທຳ​ມະນູນ​ຂອງ​ຕົນ ​ແລະສຳລັບ
ອັນທີ່ ​ທາງ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໂອ​ບາ​ມາ ກ່າວ​ວ່າ ຈະ​ເປັນ​ການ​ເລືອກ​ຕັ້ງປະ
ທານາທິບໍດີ ຢ່າງ​ເສລີ​ແລະ​ຍຸຕິ​ທຳ​ໃນ​ວັນ​ທີ 25 ພຶດສະພາ​ເດືອນໜ້າ​ນີ້.

ນອກ​ນັ້ນ​ ການ​ໂອ້​ລົມ​ສົນທະນາ​ກັນ​ນີ້ ຍັງ​ຈະ​ເພ່ງ​ເລັງ​ໃສ່​ສະຖານະ​ການໃນ​ພາກ​ຕາເວັນ​
ອອກ​ຂອງ​ຢູ​ເຄຣນ​ ບ່ອນ​ທີ່​ການ​ຢຸດ​ຍິງ​ເນື່ອງ​ໃນ​ບຸນ​ອິສ​ເຕີ​ໃນ​ວັນ​ອາທິດ​ວານ​ນີ້ດຳ​ເນີນ
​ໄປ​ພຽງບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ຈະແຕກ​ຫັກ​ລົງ ຍ້ອນ​ການ​ຍິງ​ຕໍ່ສູ້​ກັນ​ຢູ່​ດ່ານ​ກວດກາ​ແຫ່ງນຶ່ງ​ໃນ​ເມືອງ Slavyansk ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ຫົວ​ນິຍົມຣັດ​ເຊຍ ຊຶ່ງ​ຍັງ​ຜົນ​ໃຫ້​ປະຊາຊົນ 3 ຄົນ​ເສຍ​ຊີວິດ. ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າມີ​ຫຍັງ​ເກີດ​ຂຶ້ນ​
ແທ້ໆ.

ຢູ​ເຄຣນ​ໄດ້​ຖິ້ມ​ໂທດ​ການ​ໂຈມ​ຕີ​ກັນ​ນີ້​ໃ ສ່​ກຳລັງ​ພິ​ເສດ​ຂອງຣັດ​ເຊຍແຕ່ລັດຖະມົນຕີ
ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ກ່າວ​ຫາ​ລັດຖະບານ​ຢູ​ເຄຣນວ່າ​ ບໍ່​ຢາກ​
ຄວບ​ຄຸມ​ພວກ​ຫົວ​ຮຸນ​ແຮງ​ຈັດ ທີ່​ທ່ານ Lavrov ກ່າວ​ວ່າ ​ເປັນ​ຜູ້ຍິງ​ປືນ​ໃສ່​ ພວກ​ພົນ
ລະ​ເຮືອນ​ທີ່​ບໍ່​ມີ​ອາວຸດ​ນັ້ນ.

ທ່ານ Lavrov ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຢູ​ເຄຣນກຳລັງລະ​ເມີດ ຕໍ່ຂໍ້​ຕົກ ລົງ​ທີ່​ບັນລຸ​ກັນຢູ່
ນະຄອນ​ຈີ​ນີວາ​ໃນ​ສັບປະດາ​ແລ້ວ​ນີ້ ທີ່​ຮຽກຮ້ອງ​ໃຫ້ ໝົດ​ທຸກ​ກຸ່ມ​ທີ່​ປະກອບ​ອາວຸດ​ທີ່​
ຜິດ​ກົດໝາຍ ຢູ່​ໃນ​ພາກ​ຕາ​ເວັນ​ອອກ ​ໃຫ້​ວາງ​ອາວຸດ ​ແລ້ວ​ອອກ​ຈາກ​ເມືອງ​ຕ່າງໆໄປ.
ນອກ​ນັ້ນ ​ຂໍ້​ຕົກລົງ​ສະບັບ​ນີ້​ຍັງ​ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ ​ຄະນະ​ສັງ​ເກດ​ການ​ສະຫະພາບ​ຢູ​ໂຣບເຂົ້າ​ໄປ​ຕິດຕາມ​ເບິ່ງ​ສະຖານະ​ການ.

ແຕ່​ວ່າ ພວກ​ປະ​ທ້ວງ​ນິຍົມຣັດ​ເຊຍ ທີ່​ເຂົ້າ​ຍຶດ​ອາຄານ​ຕ່າງ​ໆ​ຂອງ​ລັດຖະບານ ໃນ​ປະ
ມານ 10 ຫົວ​ເມືອງ​ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ ມາ​ຮອດ​ປັດຈຸບັນ​ນີ້ກໍຍັງ
​ບໍ່​ທັນ​ໄດ້​ສະ​ແດງ​ຮ່ອງຮອຍ​ໃດໆ​ໃຫ້​ເຫັນ​ເທື່ອ​ວ່າ ຈະ​ຖອຍ​ອອກ​ໄປ.
Ukraine Shootout Casts Doubt on Geneva Deal
please wait

No media source currently available

0:00 0:02:06 0:00
XS
SM
MD
LG