ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳຝ່າຍຄ້ານ ທີ່ຖືກຂັງ ໃນເວເນຊູເອລາ ຮຽກຮ້ອງ ໃຫ້ສືບຕໍ່ ການປະທ້ວງ (ສະໄລດ໌/ວີດີໂອ)


ພວກສະໜັບສະໜຸນຝ່າຍຄ້ານ ຍ່າງກາຍເຄື່ອງກີດຂວາງ ທີ່ຖືກໄຟໄໝ້ ທີ່ຈະຕຸລັດ Altamira ໃນນະຄອນຫລວງກາຣາກັສ (20 ກຸມພາ 2014)
ພວກສະໜັບສະໜຸນຝ່າຍຄ້ານ ຍ່າງກາຍເຄື່ອງກີດຂວາງ ທີ່ຖືກໄຟໄໝ້ ທີ່ຈະຕຸລັດ Altamira ໃນນະຄອນຫລວງກາຣາກັສ (20 ກຸມພາ 2014)
ທ່ານ Leopoldo Lopez ຜູ້ນຳຝ່າຍຄ້ານ ທີ່ຖືກຄຸມຂັງຂອງ
ເວເນຊູເອລາຮຽກຮ້ອງໃຫ້ພວກສະໜັບສະໜຸນທ່ານ ຈົ່ງຢ່າ
ໄດ້ຍົກເລີກການປະທ້ວງຕໍ່ຕ້ານລັດຖະບານຂອງພວກເຂົາ
ເຈົ້າ ທີ່ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວ 8 ຄົນ ໃນອາທິດນີ້.

ໃນຈົດໝາຍນ້ອຍສະບັບນຶ່ງທີ່ສົ່ງໄປຫາພັນລະຍາຂອງ
ທ່ານຈາກຫ້ອງຂັງໃນຄຸກນະຄອນກາຣາກັສ ເມື່ອວັນສຸກ
ວານນີ້ ທ່ານ Lopez ເວົ້າວ່າ ທ່ານສະບາຍດີຢູ່. ທ່ານຮຽກ
ຮ້ອງໃຫ້ພວກປະທ້ວງຕັ້ງໝັ້ນຢ່າງໜັກແໜ້ນ ຕໍ່ການບໍ່ໃຊ້
ຄວາມຮຸນແຮງພ້ອມທັງສືບຕໍ່ຮັກສາການຈັດຕັ້ງ ແລະມີ
ລະບຽບວິໄນ.

ທ່ານ Lopez ເວົ້າວ່າ “ນີ້ແມ່ນການຕໍ່ສູ້ຂອງທຸກໆຄົນ.”

Venezuela Protest
please wait
Embed

No media source currently available

0:00 0:01:12 0:00

ທ່ານ Lopez ໄດ້ເຂົ້າມອບໂຕຕໍ່ຕຳຫຼວດໃນວັນອັງຄານຜ່ານມາ. ປະທານາທິບໍດີ Nicolas Maduro ໄດ້ກ່າວຫາທ່ານ Lopez ວ່າ ຍຸແຍ່ໃຫ້ເກີດຄວາມຮຸນແຮງ ແລະນຳໄປສູ່ໃນອັນ ທີ່ປະທານາທິບໍດີເອີ້ນວ່າ ການສົມຮູ້ຮ່ວມຄິດ ທີ່ໄດ້ຮັບການໜຸນຫລັງຈາກສະຫະລັດ ເພື່ອ ໂຄ່ນລົ້ມທ່ານ.

ທ່ານ Lopez ແລະພັກຄວາມປາຖະໜາຂອງມະຫາຊົນຫຼື Popular Will ພາກັນປະທ້ວງ ຕໍ່ອັດຕາເງິນເຟີ້ ທີ່ພວມຖີໂຕສູງຂຶ້ນ ການຂາດແຄນອາຫານການກິນຢູ່ຕາມຕະຫລາດຊູເປີ້ ມາກເກັດ ແລະການກໍ່ອາຊະຍາກຳທີ່ຮຸນແຮງ ແບບຄວບຄຸມບໍ່ໄດ້.

ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ມັນເປັນການກ່າວຫາ ທີ່ບໍ່ມີພື້ນຖານ ທີ່ວ່າສະ ຫະລັດເປັນຜູ້ຢູ່ເບື້ອງຫຼັງການປະທ້ວງດັ່ງກ່າວແລະເວົ້າວ່າ ພວກເຂົາເຈົ້າໄດ້ຫັນເຫຄວາມ ສົນໃຈໄປຈາກຄວາມບໍ່ສາມາດຂອງລັດຖະບານເວເນຊູເອລາ ໃນການແກ້ໄຂບັນຫາຕ່າງໆ ຂອງປະເທດຊາດ.

ເຈົ້າໜ້າທີ່ເວເນຊູເອລາກ່າວວ່າ ຄວາມຮຸນແຮງທີ່ເກີດຈາກການປະທ້ວງຍັງເຮັດໃຫ້ມີຜູ້ໄດ້ ຮັບບາດເຈັບອີກ 137 ຄົນ.

XS
SM
MD
LG