ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍພົນບຳນານ ສຫລ ຖືກສືບສວນ ຍ້ອນຄວາມລັບ ຮົ່ວໄຫຼ (ວິດີໂອ)


ອະດີດນາຍພົນ George James Cartwright ​
ອະດີດນາຍພົນ George James Cartwright ​
ສື່​ມວນ​ຊົນສະຫະລັດລາຍ​ງານ​ວ່າ ອະ​ດີດຮອງປະທານ​ເສນາ​ທິ
ການ​ຮ່ວມຂອງກອງ​ທັບສະຫະລັດ ກໍາລັງ​ຖືກ​ສືບສວນ ໃນການ
​ກ່າວ​ຫາວ່າ ​ເປີດ​ເຜີຍ​ຂໍ້ມູນ​ລັບ ກ່ຽວ​ກັບ​ການ​ໂຈມ​ຕີ​ລັບ​ທາງ​ອິນ​
ເຕີ​ແນັດ ໃສ່ໂຮງງານ​ນິວ​ເຄລຍ​ອີ​ຣ່ານ.

​ໂທລະພາບ NBC ​ແລະ​ໜັງສືພິມ The Washington Post
ລາຍ​ງານວ່າ ກະຊວງ​ຍຸຕິ​ທໍາສະຫະລັດ ກໍາລັງ​ສືບສວນນາຍ​ພົນ​
ທະຫານມາຣີນ​ເບ້ຍ​ບຳນານ George James Cartwright ​
ໃນ​ຂໍ້​ກ່າວ​ຫາ​ວ່າ ທ່ານໄດ້​ບອກພວກນັກ​ຂ່າວ ​ກ່ຽວ​ກັບລາຍ​ລະ
ອຽດ​ໃນການ​ປະຕິບັດ​ງານ​ລັບທາງຄອມ​ພິວ​ເຕີ້​ເພື່ອໂຈມ​ຕີ​ດ້ວຍ
​ເຊື້ອ​ໄວຣັສ ທີ່​ຮ້ອງ​ວ່າ Stuxnet.

ໜັງ​ສື​ພິມ The Washington Post ກ່າວ​ວ່າ ​ເຊື້ອ​ໄວຣັສ
Stuxnet ​ແມ່ນ ພາກສ່ວນນຶ່ງ​ ຂອງ​ການ​ປະຕິບັດ​ງານທາງ​
ອິນ​ເຕີ​ເນັດ​ ທີ່ເອີ້ນ​ວ່າ “Olympic Games” ທີ່​ໄດ້ສ້າງຕັ້ງ
ຂື້ນ ພາຍໃຕ້ລັດຖະບານ​ຂອງປະທານາທິບໍດີ George W.
Bush. ໜັງສືພິມ The New York Times ລາຍງານໃນ​
ປີ​ກາຍ​ນີ້ວ່າ ທ່ານ Cartwright ​ເປັນ​ຜູ້​ກໍາກັບ​ນຳການ​ປະຕິບັດ​ງານດັ່ງກ່າວ.

ລັດຖະບານອີຣ່ານ ກ່າວໃນ​ເດືອນ​ພະຈິກ ປີ 2010 ວ່າ ​ເຊື້ອ​ໄວຣັສ​ຄອມ​ພິວ​ເຕີ ທີ່​ວ່າ​ນີ້ໄດ້​ເຮັດ​ໃຫ້ການ​ດຳ​ເນີນ​ຄວາມພະຍາຍາມເພື່ອ​ກັ່ນ​ເຊື້ອ​ໄຟນິວ​ເຄລຍຂອງ ​ອີຣ່ານຍຸຕິ​ໄປ​ເປັນການ​ຊົ່ວຄາວ.

ການ​ສືບສວນ ຂ່າວຮົ່ວ​ໄຫລກ່ຽວ​ກັບ​ການ​ໂຈມ​ຕີທາງ​ອິນ​ເຕີແນັດຕໍ່ອີຣ່ານ ​ແມ່ນ​ນຶ່ງ​ໃນການ​ສືບ​ສວນ​ເບິ່ງ​ຂ່າວຮົ່ວ​ໄຫລ​ດ້ານຄວາມ​ປອດ​ໄພ​ແຫ່ງ​ຊາດພາຍ​ໃຕ້​ລັດ ຖະບານທ່ານ Obama​.

ບັນດາ​ຜູ້ນຳ​ໃນ​ລັດຖະສະພາ ຮ້ອງ​ໃຫ້​ທຳ​ການ​ສື​ບສວນ​ທາງ​ອາຍາ​ວ່າ ​ແມ່ນໃຜ​ເປັນ​ຜູ້ເຮັດ​ໃຫ້​ຂ່າວ​ເຫຼົ່ານີ້ຮົ່ວໄຫລ. ປະທານາ​ທິບໍດີ Barack Obama ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ຈະ​ບໍ່ໂຍະຍານ​ເດັດ​ຂາດ ຕໍ່​ຂ່າວຮົ່ວໄຫລດັ່ງກ່າວ.

ບັນດາ​ສະມາຊິກ​ສະພາພັກ​ຣີພັບ​ບລິ​ກັນ​ກ່າວ​ອ້າງວ່າ ການ​ປະຕິບັດ​ງານ​ໄດ້​ເປີດ ​ເຜີຍ​ຂ່າວ ​ ​ເພື່ອ​ເພີ້​ມຫຼັກຖານ​ອ້າງ​ອີງ​ທາງ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຂອງ ທ່ານ Obama ​ໃນ​ຂະນະ​ທີ່ທ່ານລົງ​ສະໝັກແຂ່ງ​ຂັນໃນການ​ເລືອກ​ຕັ້ງ​ໃໝ່.

US Leaks
please wait
Embed

No media source currently available

0:00 0:00:27 0:00
XS
SM
MD
LG