ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຮ້ານຂາຍຫຍ່ອຍ ແລະຜູ້ແທນສະພາ ເຫັນດີ ໃຫ້ງົດຂາຍ ທຸງສະຫະພັນລັດພາກໃຕ້


US Confederated Flag
please wait
Embed

No media source currently available

0:00 0:02:11 0:00

ຮ້ານຂາຍ​ຫຍ່ອຍ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ແລະ​ເວັບ​ໄຊ​ທ໌ ທີ່ສັ່ງຊື້ສິນ
ຄ້າທາງອິນເຕີແນັດ​ ໄດ້​ງົດຂາຍທຸງສະຫະພັນລັດພາກໃຕ້ ຫລື
Confederate Flag ​ໃນ​ຂະນະ​ທີ່​ບັນດາສະມາຊິກ​ສະພາ ທີ່​
ສຳຄັນ​ຢູ່​ໃນ​ຫລາຍ​ລັດຊຸກຍູ້​ໃຫ້​ມີ​ການ​ຍ້າຍ​ເອົາສັນຍາລັກຂອງ
ສະຫະພັນພາກ​ໃຕ້ອອກ ຫລັງ​ຈາກ​ການຍິງ​ກັນ​ຕາຍໃນ​ອາ​ທິດ
​ແລ້ວ​ນີ້ ຢູ່​ທີ່​ໂບດ​ເກົ່າ​ແກ່​ປະຫວັດ​ສາດຂອງ​ຊາວ​ຜີວ​ດຳ ຢູ່​ທີ່​ລັດ
South Carolina ທາງພາກໃຕ້ຂອງສະຫະລັດ.

ອົງການ​ຂ່າວ Reuters ໄດ້ອ້າງຄຳ​ເວົ້າ​ໂຄສົກ​ຍິງຄົນນຶ່ງ ຈາກ
ເວັບໄຊທ໌ Alibaba ຂອງຈີນ ທີ່​ກ່າວໃນວັນ​ພຸດ​ມື້​ນີ້​ວ່າ ບໍລິສັດ
ດັ່ງກ່າວ ຈະ​ຖອນ​ວັດ​ຖຸ​ສິ່ງ​ຂອງຕ່າງໆ ​ທີ່​ມີ​ຮູບ​ທຸງ​ສະຫະພັນ​ລັດ
​ພາກ​ໃຕ້.

ການ​ເຄື່ອນ​ໄຫວດັ່ງກ່າວ ມີຂຶ້ນຫຼັງຈາກ​ການ​ປະ​ກາດຂອງບັນດາບໍລິສັດອາ​ເມຣິກັນທີ່ເປັນ ​ຄູ່​ແຂ່ງ ເຊັ່ນ Amazon, Google, eBay, Wal-Mart ​ແລະ Sears ​ທີ່ກ່າວວ່າ ​ພວກເຂົາ ​ເຈົ້າ​ຈະ​ບໍ່​ຂາຍ​ຜະລິດ​ຕະພັນ ທີ່​ມີ​ສັນຍາ​ລັກສະ​ໄໝສົງຄາ​ມກາງ​ເມືອງນັ້ນ ອີກຕໍ່ໄປແລ້ວ.

ລັດ South Carolina ​ໄດ້​ກັບ​ຄື​ນມາ​ເນັ້ນ​ໜັກ​ໃສ່​ຄວາມ​ພະຍາຍາມລົບ​ລ້າງ​ອັນ​ທີ່​ໄດ້​ເລີ້ມ
​ເກີດຈາກ ທຸງ​ຂອງ​ບັນດາ​ລັດ​ພາກ​ໃຕ້ທີ່​ໄດ້​ແຍກ​ໂຕອອກ​ ​ໃນ​ຕອນເລີ້ມ​ສົງຄາມ​ກາງເມືອງ​
ຂອງ​ປະ​ເທດ​ ໃນ​ປີ 1861 ​ແລະ​ໄດ້​ກາຍ​ມາເປັນ​ສັນຍາ​ລັກຂອງ​ພວກ​ທີ່​ບໍ່​ເຫັນ​ດີ ​ກັບການ
​ເຄື່ອນ​ໄຫວເພື່ອສິດທິ​ພົນລະ​ເມືອງ ​ໃນ​ນຶ່ງ​ສັດ​ຕະວັດ​ຕໍ່​ມາ.

US Confederate Flag, Memorabilia Under Fire in Wake of Racial Killings
please wait

No media source currently available

0:00 0:02:16 0:00

XS
SM
MD
LG