ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຮືອຈີນ ທີ່ສົ່ງ​​ໄປ ຊ່ວຍ​ກູ້​ໄພ ​​ເຮືອຣັດ​ເຊຍ ກໍຕິດ​ຄ້າງ​ ຢູ່ຂົ້ວ​ໂລກ​​ໃຕ້ (ວີດີໂອ)


ເຮືອ MV Akademik Shokalskiy ຂອງຣັດ​ເຊຍ ກໍາລັງຕິດ​ຄ້າງ​ນໍ້າແຂງ ຢູ່ຂົ້ວໂລກໃຕ້
ເຮືອ MV Akademik Shokalskiy ຂອງຣັດ​ເຊຍ ກໍາລັງຕິດ​ຄ້າງ​ນໍ້າແຂງ ຢູ່ຂົ້ວໂລກໃຕ້
ເຮືອຕັດ​ນໍ້າ​ແຂງ ທີ່​ຖືກ​ສົ່ງໄປຊ່ວຍ​ກູ້​ໄພ ເຮືອຣັດ​ເຊຍທີ່​ກໍາ​ລັງ
ຕິດ​ຄ້າງ​ຢູ່ຂົ້ວ​ໂລກໃຕ້ນັ້ນ ​ກໍໄດ້​ຖືກ​ຕິດ​ຄາ​ຢູ່ນໍ້າ​ແຂງ ເຊັ່ນດຽວ
ກັນ.

​ກັ​ບຕັນ​ເຮືອ​ຕັດ​ນໍ້າ​ແຂງມັງ​ກອນຫິມະ ຫລື “Snow Dragon”
ຂອງ​ຈີນ ​ກ່າວ​ວ່າ ​ເຮືອຂອງ​ທ່ານ ​ຍັງ​ອີກ 11 ກິ​ໂລ​ແມັດຈຶ່ງຈະ​
ໄປ​ຮອດບ່ອນ​ທີ່​ເຮືອ MV Akademik Shokalskiy ຂອງຣັດ
​ເຊຍຕິດ​ຄ້າງ​ຢູ່​ນັ້ນ ​ແຕ່​ວ່າ​ຕ້ອງ​ໄດ້​ຢຸດ ຍ້ອນໄປ​ຕໍ່​ບໍ່​ໄດ້.

ກັບ​ຕັນ Wang Jiangzhong ກ່າວ​ຕໍ່​ບັນດາ​ນັກ​ຂ່າວວ່າ ມັນ
​ອາດ​ຈະ​ໃຊ້ເວລາ​ອີກ​ສອງ​ມື້​ ຈຶ່ງ​ຈະເຂົ້າ​ໄປ​ເຖິງເຮືອ​ຣັດ​ເຊຍ
ທີ່​ຕິດ​ຄ້າງ​ຢູ່​ນັ້ນ. ນອກ​ນັ້ນ ທ່ານ ຍັງ​ຮັບ​ຮູ້​ວ່າ ຖ້າ​ຫາກ​ສະຖາ
ນະ​ການ​ຮ້າ​ຍແຮງ​ຂື້ນ ​ເຮືອ​ຕັດນໍ້າແຂງ​ຈີນ ອາດ​ຕ້ອງ ການ​
ຄວາມ​ຊ່ວຍ​ເຫ​ລືອ ຈາກ​ເຮືອ​ຕັດ​ນໍ້າ​ແຂງ​ອີກສອງ​ລໍາ ທີ່​ກໍາ
ລັງ​ມຸ່​ງໜ້າສູ່​ຂົງ​ເຂດດັ່ງກ່າວ.

​ເຮືອຣັດ​ເຊຍ ມີ​ຜູ້​ໂດຍສານ 74 ຄົນ ຮວມ​ທັງ​ນັກ​ຄົ້ນຄວ້າ
ອອສ​ເຕ​ເລຍ ພ້ອມ​ດ້ວຍບັນດານັກ​ທ່ອງ​ທ່ຽວ ​ແລະ​ລູກ​ເຮືອ.
​ເຮືອລຳ​ນີ້​ໄດ້​ຕິດ​ຄາ​ນໍ້າແຂງ ຢູ່​ໃກ້​ກັບ​ຂົ້ວ​ໂລກ​ໃຕ້​ ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອ​ບໍ່​ໄດ້​ຕົກ​ຢູ່​ໃນອັນ​ຕະລາຍ ທີ່​ຈະ​ຈົມ​ລົງ ແຕ່​ຢ່າງ​ໃດ.


russian
please wait
Embed

No media source currently available

0:00 0:00:26 0:00
XS
SM
MD
LG