ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດານັກຄົ້ນຄວ້າ ປະດິດ ຜິວ​ໜັງ​ສັງ​ເຄາະ ທີ່ຮູ້ສຶກ​​ເຖິງ​ການ​ສຳ​ພັດ (ວີດີໂອ ພາສາລາວ)


Researchers Create Artificial Skin With Sense of Touch
please wait

No media source currently available

0:00 0:02:12 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານເລື້ອງນີ້

ເມື່ອບໍ່​ດົນ​ມາ​ນີ້ ບັນດາ​ນັກວິທະຍາສາດ ​ໄດ້​ທຳ​ຄວາມ​ກ້າວ​ໜ້າ
ຢ່າງໃຫຍ່ຫຼວງ ໃນ​ດ້ານການ​ປະດິດແຂນ​ຂາ​ທຽມ ທີ່​ຄ້າຍ​ຄື​ກັບ
​ຂອງມະນຸດ ​ແຕ່ພວກແຂນ​ຂາ​ເຫຼົ່ານັ້ນ ກໍຍັງເບິ່ງ ແລະຮູ້ສຶກ​ວ່າ
ເປັນ​ຂອງ​ທຽມ​ຢູ່. ​ເລື່ອງ​ນີ້ສາມາດ​ປ່ຽນ​ແປງໄດ້ ດ້ວຍ​ວິວັດທະນາ​
ການ​ຈາກ​ ເກົາຫຼີ​ໃຕ້. ບັນດານັກຄົ້ນຄວ້າຢູ່​ທີ່​ນັ້ນ ກ່າວ​ວ່າ ​ເຂົາ​ເຈົ້າ
ໄດ້ປະດິດຜິວ​ໜັງ​ສັງ​ເຄາະ ກໍ​ຄື​ຜິວໜັງ​ທຽມ ທີ່​ບໍ່​ພຽງ​ແຕ່ຈັບ​ແລ້ວ
ຮູ້ສຶກ​ອຸ່ນ​ເທົ່າ​ນັ້ນ ​ແຕ່​ຍັງ​ຮູ້ສຶກເຖິງ​ການ​ສຳ​ພັດ ​ແລະຄວາມ​ຊຸ່ມ
ອີກ​ດ້ວຍ. ຜູ້​ສື່​ຂ່າວ​ວີ​ໂອ​ເອ George Putic ມີ​ລາຍ​ງານເລື້ອງນີ້
ຊຶ່ງ​ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ພວກ​ມື​ຫຸ່ນ​ຍົນ ຫລື​ມື​ທຽມ ​ແມ່ນ​ກຳລັງ​ມີ​ການ​ພັດທະນາ​ດີ​ຂຶ້ນ​ເລື້ອຍໆ ​ໃນ​ດ້ານ​ຮຽນ​ແບບ
​ການ​ເຄື່ອນ​ໄຫວ​ຂອງ​ມື​ມະນຸດ ​ແລະອັນ​ທີ່ກ້າວໜ້າທີ່ສຸດ ກໍ​ຮອດ​ສາມາດ​ຄວບ​ຄຸມ ​ແລະ​
ສັ່ງ​ການ​ໄດ້ ໂດຍ​ຄວາມຄິດ.

​ແຕ່ວ່າ​ພວກຄົນທີ່​ໃສ່​ມື​ຫຸ່ນຍົນ ຫລືມື​ທຽມ ຕ້ອງ​ໄດ້​ອາ​ໄສສາຍຕາ​ຂອງເຂົາ​ເຈົ້າ ​ເພື່ອ​ຈະ​ຮູ້​
ຈັກວ່າ ​ເຂົາ​ເຈົ້າກຳລັງ​ຈັບບາຍ ຫຼື ກຳ​ເອົາຫຍັງ.

​ແຕ່ມາ​ບັດ​ນີ້ ນັກຄົ້ນຄວ້າ ​ໃນ​ເກົາຫຼີ​ໃຕ້ ​ແລະ ສະຫະລັດ ກ່າວ​ວ່າ ​ເຂົາ​ເຈົ້າ ​ໄດ້​ປະດິດສ້າງ
​ຜິວໜັງທຽມ ​ທີ່​ສາມາດຢືດ​ໄດ້ ​ແລະ​ສາມາດ​ຮູ້ສຶກ​ເຖິງ​ຄວາມ​ຮ້ອນ​ ຄວາມ​ກົດ​ດັນ ​ແລະ
ຄວາມ​ຊຸ່ມ ໄດ້ນຳດ້ວຍ.

ຜິວໜັງທຽມຢືດ​ໄດ້ດັ່ງກ່າວ ທີ່ຜະ​ລິດ​ຈາກສານ polymer ​ເປັນ​ຫລັກ ນັ້ນ ບໍ່ແມ່ນອອກ
ແບບມາເພື່ອທົດແທນຜິວໜັງ ທີ່ໄດ້ຮັບຄວາມເສຍຫາຍຂອງຄົນ ເຊັ່ນພວກເຄາະຮ້າຍ
ຍ້ອນຖືກໄຟເຜົາ ແຕ່ຫາກ​ເພື່ອສະໜອງ ຄວາມ​ສາມາດ​ໃນການ​ຮູ້ສຶກ ຂອງປະສາດ
ສຳພັດ ທີ່ມີຄວາມ​ແຈ່ມແຈ້ງສູງ ສຳຫລັບ​ແຂນ​ຂາ​ທຽມ ຫຼື ສຳ​ຫລັບ​ແຂນ​ຂາ​ມະນຸດຫຸ່ນ​ຍົນ.

ຫົວໜ້າ​ທິມຄົ້ນ​ຄ້ວາ ທ່ານ Kim Dae-Hyeong ອາຈານສອນທີ່​ໂຮງ ຮຽນ​ວິສະວະກຳ​ສາດ ດ້ານ​ເຄມີແລະຊີວະ​ພາບ ຂອງມະຫາວິທະຍາ​ໄລ​ໂຊ​ລ​ແຫ່ງ​ຊາດ ກ່າວ​ວ່າ ຄວາມ​ຮູ້ສຶກ ຂອງປະສາດສຳພັດ ຂອງ​ຜິວ​ໜັງທຽມ​ນັ້ນ ​ແມ່ນຄື​ກັນ​ກັບ​ຜິວໜັງ​ມະນຸດ ​ແທ້ໆ​ເລີຍ.

ທ່ານ Kim ​ເວົ້າວ່າ “ຜິວໜັງ​ນີ້ສາມາດ​ຮູ້ສຶກ​ເຖິງ ຄວາມ​ກົດ​ດັນ ອຸນຫະພູມ ຄວາມ​
ເຄັ່ງ​ຕຶງ ຄວາມ​ຊຸ່ມຊື່ນ. ມັນ​ຍັງ​ມີ​ຄວາມອ່ອນ​ນຸ່ມ ຄື​ກັນ​ກັບ​ໜັງ​ຄົນ ​ແລະ ມີ​ອົງ​
ປະກອບ​ຂອງ​ເຄື່ອງ​ທຳ​ຄວາມ​ຮ້ອນ​ ຝັງ​ຢູ່​ທາງ​ໃນ ທີ່​ສາມາດເຮັດ​ໃຫ້​ໜັງອຸ່ນ​ຂຶ້ນ​
ໄດ້ດ້ວຍ​ຕົນ​ເອງ.”

ທ່ານ Kim ກ່າວ​ວ່າ ໜັງທຽມ​ນີ້ ​ແມ່ນ​ເຮັດ​ມາ​ຈາກຫລາຍ​ຢ່າງ​ປະສົມ​ກັນ ອັນ​ມີ ຢາງພາລາ
ກັບ​ໃຍສັງ​ເຄາະ polyamide ​ແລະ silicon ທີ່​ມີລະດັບ​ຄວາມ​ໜາ​ແໜ້ນ ຂອງເຄື່ອງ​ວັດ​
ແທກຄວາມ​ຮູ້ສຶກ ຫຼື ​sensor ​ເຖິງ 400 ​ຕາລາງມີ​ລີ​ແມັດ.

ມື​ທຽມ​ທີ່​ຫຸ້ມ​ຫໍ່​ດ້ວຍ​ໜັງ​ຜະລິດ​ໃໝ່ ສາມາດໄຈ້ແຍກ​ໄດ້ ວ່າສິ່ງ​ໃດ ແຫ້ງ ແລະຊຸ່ມ ​ແລະ
ສາມາດ ​ວັດ​ແທກ​ນ້ຳໜັກ​ ຂອງ​ການ​ກຳ​ເອົາ​ສິ່ງ​ຂອງຕ່າງໆ.

​ແຕ່​ທ່ານ Kim ກ່າວ​ວ່າ ອັນ​ທີ່​ມັນ​ຍັງບໍ່​ສາມາດ​ເຮັດ​ໄດ້ນັ້ນ ​ແມ່ນສົ່ງ​ສັນ​ຍານ​ຕ່າງໆ ​ໄປ
​ຫາ ສະໝອງ​ຂອງ​ມະນຸດ. ທ່ານເວົ້າວ່າ ອັນ​ນັ້ນ​ແມ່ນ​ເປົ້າໝາຍ​ອັນ​ສູງ​ສຸດຂອງ​ບັນດາ​
ນັກວິທະຍາສາດ.

ທ່ານ Kim ​ເວົ້າວ່າ “ຂ້າພະ​ເຈົ້າ ຫວັງ​ວ່າ ​ແຂນ​ຂາ​ຫຸ່ນ​ຍົນ ທີ່​ໃຊ້ໜັງທຽມ​ນີ້ຫຸ້ມ
ສາມາດ​ ນຳ​ໃຊ້​ໂດຍຄົນ​ພິການ​ໄດ້. ສຳ​ຫລັບ​ການ​ນຳ​ໃຊ້​ໃນ​ດ້ານອຸດສາຫະກຳ
ໜັງທຽມນີ້ສາມາດໃຊ້ໄດ້ກັບ ພວກຫຸ່ນຍົນຫຼາຍໆປະເພດ ເຊັ່ນວ່າ ຫຸ່ນຍົນທີ່ ຄ້າຍຄືກັນກັບຄົນນັ້ນ.”

ບັນດານັກວິທະຍາສາດ ກ່າວວ່າ ດ້ວຍໜັງທຽມທີ່ມີຄວາມລະອຽດ ອ່ອນອັນນີ້ ມື້ໃດມື້ໜຶ່ງ
ພວກຫຸ່ນຍົນກໍອາດຈະສາມາດ ພິມໜັງສື ຢູ່ແປ້ນອັກສອນ ຫຼື ຄີບອຣດ໌ໄດ້ ແລະ​ແມ່ນ
ກະທັງ ປ່ຽນຜ້າອ້ອມປຽກ ຂອງ​ເດັກນ້ອຍ ກໍໄດ້ອີກດ້ວຍ.

XS
SM
MD
LG