ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໜ່ວຍກູ້ໄພ ພວມຊອກຄົ້ນຫາ ຜູ້ລອດຊີວິດ ຈາກແຜ່ນດີນໃຫວ ໃນຟິລິບປີນ (ເບິ່ງສະໄລດ໌ກັບວີດີໂອ)


ປະຊາຊົນພາກັນຟ້າວແລ່ນໜີໄປສູ່ບ່ອນສູງ ເພາະຢ້ານຈະເກີດ ຄື້ນຟອງ tsunami ຫຼັງຈາກແຜ່ນດິນໃຫວ ທີ່ມີຄວາມແຮງ ເຖິງ 6.8 ນອກເກາະ Cebu ໃນພາກກາງຂອງຟິລິບປີນ ໃນວັນທີ 6 ກຸມພາ ປີ 2012.
ປະຊາຊົນພາກັນຟ້າວແລ່ນໜີໄປສູ່ບ່ອນສູງ ເພາະຢ້ານຈະເກີດ ຄື້ນຟອງ tsunami ຫຼັງຈາກແຜ່ນດິນໃຫວ ທີ່ມີຄວາມແຮງ ເຖິງ 6.8 ນອກເກາະ Cebu ໃນພາກກາງຂອງຟິລິບປີນ ໃນວັນທີ 6 ກຸມພາ ປີ 2012.

ໃນ​ວັນ​ອັງຄານ​ມື້​ນີ້ ໜ່ວຍ​ກູ້​ໄພ​ໃນ​ຟິລິບ​ປິນຍັງສືບ​ຕໍ່​ຊອກ​ຄົ້ນ​ຫາຜູ້​ຫາຍ​ສາບ​ສູນ​ຫລາຍ
ສິບຄົນ ຫລັງ​ຈາກແຜ່ນ​ດີ​ນ​ໃຫວ​ໄດ້​ພາໃຫ້ເກີດ​ດິນ​ເຈື່ອນຮ້າຍ​ແຮງ ແລະ​ແຜ່ນດິນ​ໄຫວ
ທີ່​ຕິດຕາມ​ມາ​ຢ່າງ​ແຮງ​ຫຼາຍໆຄັ້ງ.

ຢ່າງ​ໜ້ອຍ 43 ຄົນ​ໄດ້ຮັບ​ການ​ຢືນຢັນ​ວ່າ​ເສຍ​ຊີວິດ​ຫລັງ​ຈາກ​ແຜ່ນ​ດີ​ນ​ໃຫວ ທີ່ມີຄວາມ
ແຮງ​ວັດ​ແທກ​ໄດ້ 6.7 ​ຣິກ​ເຕີ້ ​ໄດ້​ສັ່ນສະ​ເທືອ​ນ ໃນ​ຕອນ​ເຊົ້າ​ຂອງ​ວັນ​ຈັນ​ວານ​ນີ້ຢູ່ນອກ
ຊ່ອງ​ແຄບຂອງ​ເກາະ Negros ​ໃນເຂດ​ພາກ​ກາງຂອງ​ຟີ​ລິບ​ປິນ ທີ່​ມີ​ພົນລະ​ເມືອງ​ຢູ່ອາ​
ໄສ​ຢູ່​ຢ່າງ​ໜາ​ແໜ້ນນັ້ນ.

ເປັນ​ທີ່​ເຊື່ອ​ກັນ​ວ່າຍັງ​ມີອີກ​ຫລາຍ​ສິບຄົນໄດ້​ຮັບ​ບາດ​ເຈັບຫລື​ບໍ່​ກໍຫາຍ​ສາບ​ສູນ​ຢູ່ໃນ​ເຂດ
ພູຜາ ຊຶ່ງ​ໄດ້​ຖືກຕັດຂາດ​ຈາກໜ່ວຍ​ກູ້​ໄພ​ ເພາະ​ມີ​ດີ​ນ​ເຈື່ອນ​ຢ່າງ​ຮ້າຍ​ແຮງ. ຊາວບ້ານ​ຈໍາ
ນວນ​ນຶ່ງ​ພາກັນ​ໄຊ້ມື​ແລະຊ້ວນຂຸດຕາມ​ຊາກ​ຫັກພັງ ​ເພາະວ່າເຄື່ອງ​ຈັກອຸ​ບປະກອນໜັກ
ຍັງ​ບໍ່​ທັນສົ່ງໄປເຖິງ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ​ຫຼາຍ​ເຖິງ 700 ຄັ້ງ​ໄດ້ສັ່ນ​ສະ​ເທືອ​ນ​ເຂດ​
ດັ່ງກ່າວພາຍ​ໃນ​ໄລຍະ 20 ຊົ່ວໂມງຜ່ານ​ມາຫລັງ​ຈາກ​ແຜ່ນດິນ​ໄຫວ​ຂະ​ໜາດ​ແຮງຄັ້ງ​ທໍ​າ
ອິດຊຶ່ງ​ໄດ້​ບັງຄັບ​ໃຫ້​ປະຊາຊົນ ໃນ​ເຂດ​ທ້ອງ​ຖິ່ນ ຕ້ອງ​ໄດ້ອອກໄປນ​ອນຢູ່​ນອກ​ເຮືອນ
ຫລື​ນອນ​ຢູ່​ໃນ​ລົດ​ຂອງ​ພວກ​ເຂົາ​ເຈົ້າໃນ​ຕອນ​ແລງ​ຂອງມື້​ວັນ​ຈັນ.

ເຈົ້າໜ້າ​ທີ່​ເຕືອນ​ວ່າ ​ແຜ່ນດິນ​ໄຫວ​ຂະໜາດ​ນ້ອຍ​ທີ່​ຕິດຕາມ​ມານັ້ນອາດຈະ​ເກີດ​ຂຶ້ນຕື່ມ
ພາຍ​ໃນ​ເວລາ​ຫຼາຍໆ​ອາທິດ.

XS
SM
MD
LG