ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກພະນັກງານກູ້ໄພ ລາຍງານ ການໂຈມຕີ ດ້ວຍສານຄລໍຣີນ ໃສ່ເມືອງ Aleppo ຂອງ ຊີເຣຍ


ພົນລະເຮືອນ ຫາຍໃຈຜ່ານໜ້າກາກ oxygen ຢູ່ທີ່ໂຮງໝໍ al-Quds ຫຼັງຈາກໂຮງໝໍ ແລະ ກຸ່ມປ້ອງກັນປະເທດ ໄດ້ກ່າວວ່າ ເປັນແກັສ ທີ່ພວກເຂົາເຈົ້າເຊື່ອວ່າ ເປັນສານເຄມີ chlorine ໄດ້ຖືກຖິ້ມລົງດ້ວຍລະເບີດຖັງ ໃສ່ ຄຸ້ມບ້ານແຫ່ງໜຶ່ງ ໃນເມືອງ Aleppo ຂອງຊີເຣຍ Syria ເມື່ອຕົ້ນເດືອນສິງຫາ.
ພົນລະເຮືອນ ຫາຍໃຈຜ່ານໜ້າກາກ oxygen ຢູ່ທີ່ໂຮງໝໍ al-Quds ຫຼັງຈາກໂຮງໝໍ ແລະ ກຸ່ມປ້ອງກັນປະເທດ ໄດ້ກ່າວວ່າ ເປັນແກັສ ທີ່ພວກເຂົາເຈົ້າເຊື່ອວ່າ ເປັນສານເຄມີ chlorine ໄດ້ຖືກຖິ້ມລົງດ້ວຍລະເບີດຖັງ ໃສ່ ຄຸ້ມບ້ານແຫ່ງໜຶ່ງ ໃນເມືອງ Aleppo ຂອງຊີເຣຍ Syria ເມື່ອຕົ້ນເດືອນສິງຫາ.

ຢ່າງນ້ອຍ ມີ 70 ຄົນ ໄດ້ຮັບການປິ່ນປົວກ່ຽວ​ກັບບັນຫາການຫາຍໃຈ ໃນວັນອັງຄານ ວານນີ້ ຢູ່ໃນເມືອງ Aleppo ຂອງຊີເຣຍ ຫຼັງຈາກ​ໃນ​ອັນທີ່ພະນັກງານຊ່ອຍກູ້ໄພ ກ່າວວ່າ ເປັນການໂຈມຕີດ້ວຍແກັສ ຄລໍຣີນ ໂດຍກຳລັງລັດຖະບານຊີເຣຍ.

ໜ່ວຍປ້ອງກັນພົນລະເຮືອນຂອງຊີເຣຍ ໄດ້ກ່າວວ່າ ເຮືອບິນເຮລິຄອບເຕີ້ຫຼາຍລຳ ໄດ້ຖິ້ມ ລະ​ເບີດຖັງທີ່ບັນຈຸດ້ວຍ​ແກັສຄລໍຣີນຈຳນວນ​ນຶ່ງ​ລົງໃສ່ຄຸ້ມ al-Sukkari ທີ່ຄວບຄຸມໂດຍ ກຸ່ມຕໍ່ຕ້ານລັດຖະບານ.

ກຸ່ມສິ້ງຊອມສິດທິມະນຸດ​ໃນຊີເຣຍ ທີ່ມີຫ້ອງການຕັ້ງຢູ່ໃນອັງກິດ ຍັງໄດ້ລາຍງານ ວ່າ ມີການໂຈມຕີດ້ວຍລະເບີດຖັງ ຢູ່ໃນພື້ນທີ່ ແຕ່ບໍ່ສາມາດຢັ້ງຢືນໄດ້ວ່າ ເປັນການໂຈມຕີ ທີ່ກ່ຽວພັນກັບສານຄລໍຣີນ ຫຼືບໍ່.

ການກ່າວຫາຕ່າງໆ ກ່ຽວ​ກັບການໂຈມຕີດ້ວຍສານເຄມີ ເປັນເລື່ອງທີ່ເກີດຂຶ້ນເປັນປະຈຳ ໃນບັນຫາຂັດແຍ້ງຂອງຊີເຣຍ ໂດຍທັງຝ່າຍລັດຖະບານ ແລະ ພວກຕໍ່ຕ້ານ ໄດ້ຖິ້ມໂທດ ໃສ່ກັນແລະກັນ ໃນລະຫວ່າງ 5 ປີ ທີ່ຜ່ານມາ.

ບັນດາຜູ້ກວດກາສາກົນ ໄດ້ອອກບົດລາຍງານສະບັບໜຶ່ງ ເມື່ອເດືອນແລ້ວນີ້ ທີ່ກ່າວວ່າ ກຳລັງລັດຖະບານ ແລະ ກຸ່ມຫົວຮຸນແຮງລັດອິສລາມ ຕ່າງກໍ່ໄດ້ທຳການໂຈມຕີ ດ້ວຍສານ ເຄມີຕໍ່ກັນ. ບັນດານັກຊ່ຽວ ຊານຂອງອົງການສະຫະປະຊາຊາດ ໄດ້ກ່າວໃນວັນອັງຄານ ວານນີ້ ວ່າ ການສືບສວນສອບສວນ ໃນຂໍ້ກ່າວຫາ ກ່ຽວ​ກັບການໂຈມຕີດ້ວຍສານເຄມີ ແມ່ນມີ​ຢູ່ຕໍ່​ມາ ໃນຕົ້ນປີນີ້ ລວມທັງທີ່​ເມືອງ Aleppo ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Syria Aleppo
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG