ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ຈຳນວນຄົນເສຍຊີວິດ ຍ້ອນແຜ່ນດິນໄຫວໃນຈີນ ກາຍ 400 ຄົນແລ້ວ (ສະໄລດ໌/ວີດີໂອ)


ພວກກູ້ໄພ ພະຍາຍາມ ຈະກູ້ເອົາສົບຜູ້ເຄາະຮ້າຍຄົນນຶ່ງອອກມາ ຈາກໃຕ້ຊາກຫັກພັງຂອງເຮືອນລາວ.
ພວກກູ້ໄພ ພະຍາຍາມ ຈະກູ້ເອົາສົບຜູ້ເຄາະຮ້າຍຄົນນຶ່ງອອກມາ ຈາກໃຕ້ຊາກຫັກພັງຂອງເຮືອນລາວ.

ທີ່​ປະ​ເທດ​ຈີນ ບັນດາ​ເຈົ້າໜ້າ​ທີ່​ກູ້​ໄພ ພາກັນສືບ​ຕໍ່​ຊອກ​ຫາ
ພ​ວກ​ທີ່ອາດ​ຍັງລອດ​ຊີວິດ ຢູ່​ໃນ​ເຮືອນ​ຊານຫຼາຍພັນຫຼັງ ທີ່​
ຫັກ​ພັງ​ລົງ ພາຍຫຼັງຈາກ​ ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ ໃນ​ວັນ​
ອາທິດຜ່ານ​ມາ ຢູ່ແຂວງ​ຢຸນນ່ານ ທາງ​ພາກ​ຕາ​ເວັນ​ຕົກ​
ຂອງປະ​ເທດ.

​ເຈົ້າໜ້າ​ທີ່ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ວ່າ ຈຳນວນຜູ້​ເສຍ​ຊີວິດ
​ໄດ້​ເພີ້​ມ ຂຶ້ນ​ເປັນ 410 ຄົນ​ແລ້ວ ​ແລະອີກ 12 ຄົນ​ ຍັງຊອກ
​ບໍ່​ເຫັນ​ເທື່ອ ​ໃນ​ເຫດແຜ່ນດິນ​ໄຫວຄວາມ​ແຮງ​ 6.1 ຣິກ​ເຕີ້
ຊຶ່ງ​ມີ​ຈຸດ​ສູນ​ກາງ​ຢູ່ໃກ້ເມືອງ​ Longtoushan ທີ່​ຢູ່​ຫ່າງ​ໄກ​
ສອກຫຼີກ.

ພັນ​ໂທ Yang Tianjun ທີ່​ຊ່ວຍ​ນຳພາ​ວຽກ​ງານ​ຊ່ວຍ​ກູ້​ໄພ ກ່າວ​ວ່າ ທ່ານ​ຍັງ​ມີ​ຄວາມ
​ຫວັງ​ຢູ່​ວ່າ ຜູ້​ເຄາະ​ຮ້າຍ​ບາງ​ຄົນ​ທີ່​ຖືກ​ທັບ​ຢູ່​ໃຕ້​ຊາກ​ຫັກ​ພັງ​ນັ້ນ ຍັງ​ມີ​ຊີ​ວິດ​ຢູ່.


ອົງການ​ຂ່າວ ຊິນຫົວ ຂອງທາງການຈີນ ກ່າວ​ວ່າ ​ແຮງ​ສັ່ນ​ສະ​ເທືອນ​ໄດ້​ທຳລາຍ​
ເຮືອນຊານ​ຈຳນວນ 80.000 ຫຼັງ ​ແລະ ສ້າງ​ຄວາມ​ເສຍ​ຫາຍ ໃຫ້​ແກ່​ອີກ​ 124.000
ຫຼັງ. ​ເກືອບ ນຶ່ງ​ສ່ວນ​ສີ່ ຂອງ​ປະຊາຊົນ​ຈຳນວນ ນຶ່ງ​ລ້ານ​ຄົນ ​ຕ້ອງໄດ້​ຍົກຍ້າຍ​ອອກ
​ຈາກ​ບ້ານ​ເຮືອນ.

ພະນັກງານ​ກູ້​ໄພ ຫຼາຍກວ່າ 18.000 ຄົນ ​ໄດ້​ຖືກ​ສົ່ງ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ບໍລິ​ເວນ​ເກີດເຫດ.

ຄວາມ ​ພະຍາຍາມ​ໃນ​ການຈັດສົ່ງ ຕູບ​ຜ້າ​ໃບ ນ້ຳດື່ມ ​ແລະ​ເຄື່ອງ​ຂອງ​ທີ່​ຈຳ​ເປັນຕ່າງໆ​
ໄປ​ຍັງ​ຈຸດ​ເກີດ​ເຫດ ​ໄດ້ຖືກ​ຂັດຂວາງຍ້ອນພາຍຸຝົນຟ້າຮ້ອງ​ ທີ່​ຕົກ​ໜັກ ຊຶ່ງ​ຄາດ​ວ່າ​ຈະ
​ສືບ​ຕໍ່​ຕົກລົງ​ມາ​ໃນ​ລະຍະ 2-3 ມື້​ຕໍ່​ໜ້າ​ນີ້ ​ແລະອາດ​ຈະ​ພາ​ໃຫ້​ເກີດ​ແຜ່ນ​ດິນ​ເຈື່ອນ ​
ແລະ​ ນ້ຳຖ້ວມ​ໄດ້.

ອົງການ​ ຂ່າວ ຊິນຫົວ ຂອງທາງການຈີນ ກ່າວ​ວ່າ ​ເສັ້ນທາງຕ່າງໆທີ່ເພພັງ​ ໄດ້​ເຮັດ​ໃຫ້​
ນາຍົກລັດຖະມົນຕີຈີນ ທ່ານ Li Keqiang ຕ້ອງ​ໄດ້​ຍ່າງ​ ເກືອບ 5 ກິ​ໂລ​ແມັດ ຈຶ່ງ​ໄປ​
ຮອດ ​ເມືອງ Longtoushan ​ໃນ​ວັນ​ຈັນ​ວານ​ນີ້. ທ່ານ ຫຼີ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ບໍ່​
ລົດລະ​ຄວາມ​ພະຍາຍາມ​ເພື່ອ​ຊ່ວຍເຫຼືອທຸກໆ​ຊີວິດ​.

CHINA EARTHQUAKE VO
please wait
Embed

No media source currently available

0:00 0:01:39 0:00

XS
SM
MD
LG