ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກຣີພັບບລິກກັນໂຕ້ຕອບ ຄໍາປາໄສຂອງທ່ານໂອບາມາ


ສະມາຊິກສະພາຕໍ່າຈາກລັດ Wisconsin, ທ່ານ Paul Ryan ກ່າວ
ຖະແຫລງຄຳໂຕ້ຕອບຂອງພັກຣີພັບບລິກກັນຕໍ່ຄໍາປາໄສຂອງປະທານາ
ທິບໍດີ Obama ກ່ຽວກັບສະພາບການຂອງປະເທດຊາດໃນວັນທີ 25 ມັງກອນ, 2011
ສະມາຊິກສະພາຕໍ່າຈາກລັດ Wisconsin, ທ່ານ Paul Ryan ກ່າວ ຖະແຫລງຄຳໂຕ້ຕອບຂອງພັກຣີພັບບລິກກັນຕໍ່ຄໍາປາໄສຂອງປະທານາ ທິບໍດີ Obama ກ່ຽວກັບສະພາບການຂອງປະເທດຊາດໃນວັນທີ 25 ມັງກອນ, 2011

ສະມາຊິກສະພາຕໍ່າສະຫະລັດ,
ທ່ານ Ryan ຮຽກຮ້ອງໃຫ້​ມີ​
ການ​ດຳ​ເນີນ​ຄວາມ​ພະຍາຍາມ
ເພື່ອ​ຫລຸດຜ່ອນ​ການ​ໃຊ້​ຈ່າຍເຮັດ
ໃຫ້ຂະໜາດຂອງ​ລັດຖະບານ
ນ້ອຍລົງ ​ແລະ​ກໍໃຫ້ແກ້​ໄຂບັນ
ຫາໜີ້ສິນ​ຂອງ​ຊາດ.

ສະມາຊິກສະພາຕໍ່າສະຫະລັດຈາກ​ລັດ Wisconsin, ທ່ານ Paul Ryan ​ເປັນ​ຜູ້ກ່າວຖະ​
ແຫລ​ງ​ຄຳ​ໂຕ້​ຕອບຂອງ​ພັກຣີພັບ​ບລິກກັນຕໍ່ຄໍາປາໄສຂອງປະທານາທິບໍດີ Barack
Obama ກ່ຽວກັບສະພາບການຂອງປະເທດຊາດໂດຍໄດ້ຮຽກຮ້ອງ​ໃຫ້​ມີ​ການ​ດຳ​ເນີນ
ຄວາມພະຍາຍາມເພື່ອ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ, ​ເຮັດ​ໃຫ້ຂະໜາດຂອງ​ລັດຖະບານນ້ອຍ
ລົງ​ແລະ​ກໍໃຫ້ແກ້​ໄຂບັນຫາໜີ້ສິນ​ຂອງ​ຊາດອີກດ້ວຍ.

ທ່ານ Ryan ປະທານ​ຄະນະ​ກຳມາ​ທິການດ້ານ​ງົບປະມານຂອງສະພາຕໍ່າຄົນ​ໃໝ່​ໄດ້​ຕຳ
ໜິປະທານາທິບໍດີ Obama ທີ່ເປັນຜູ້ກຳກັບນຳການ​ໃຊ້​ຈ່າຍ ຊຶ່ງ​ທ່ານເວົ້າວ່າໄດ້​ດຶງເອົາ
ປະເທດຊາດໃຫ້​ຈົມ​ເລິກເຂົ້າ​ໄປ​ໃນ​ການ​ເປັນໜີ້ສິນ​ຂຶ້ນຫລາຍ​ກວ່າ​ເກົ່າ.

ນອກ​ນັ້ນ ທ່ານ​ຍັງ​ໄດ້ກ່າວ​ຕຳໜິກົດໝາຍປະຕິຮູບກ່ຽວກັບ​ການ​ປິ່ນປົວ​ສຸຂະພາບຂອງ
ທ່ານປະທານາທິບໍດີ ​ໂດຍ​ໃຫ້​ຄຳ​ເຫັນ​ວ່າມັນ​ພາ​ໃຫ້​ຄ່າ​ປະກັນ​ໄພ​ສູງ​ຂຶ້ນ ​ແລະ​ກໍ​ຈະ​ເຮັດ​ໃຫ້
ການສ້າງວຽກ​ເຮັດງານ​ທຳ​ຝືດ​ເຄືອງ. ທ່ານ​ເວົ້າ​ເພີ້ມອີກວ່າ ສະມາຊິກສະພາຕໍ່າຂອງ​ພັກ
ຣີພັບບລິກກັນຈະ​ດຳເນີນງານຮ່ວມກັນ​ເພື່ອ​ຈະນຳເອົາ​ອັນ​ທີ່​ທ່ານບັນ​ລະ​ຍາຍວ່າ​ “ການ​
ປະຕິຮູບຢ່າງ​ມີຄວາມຮັບຜິດ​ຊອບ​ດີ​ຕໍ່ງົບປະມານ ​ແລະ​ອີງ​ໃສ່​ຄົນ​ເຈັບ​ເປັນໃຈກາງສຳຄັນ”
ຫລື "fiscally responsible, patient-centered reforms" ທີ່​ຈະ​ເຮັດ​ໃຫ້​ຄ່າ​ປະກັນ​
ໄພ​ຫລຸດລົງ ​ແລະ​ກໍຂະຫຍາຍ​ການ​ຄຸ້ມ​ຄອງ​ຂອງ​ປະກັນ​ໄພ​ໃຫ້​ກວມ​ລວມ​ກວ້າງຂວາງ​ກວ່າ
ເກົ່ານັ້ນມາແທນ​ໃຫ້​ກົດໝາປະຕິຮູບ​ດັ່ງກ່າວ​ນີ້. ໃນ​ອາທິດ​ແລ້ວນີ້ ພວກ Republican
ໃນ​ສະພາຕໍ່າ​ໄດ້ລົງ​ຄະແນນ​ສຽງ​ເຫັນ​ພ້ອມນຳ​ກັນ​ໃຫ້ຍົກ​ເລີກ​ທັງໝົດກົດໝາຍການ​ປິ່ນປົວ​
ສຸຂະ​ພາບນັ້ນ​ໄປແລ້ວ.

XS
SM
MD
LG