ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານ ສະພາຕ່ຳ ສຫລ ຄົນໃໝ່ ໃຫ້ສັນຍາວ່າ​ ຈະເລີ້ມຕົ້ນໃໝ່


Republican Ryan Is Elected US House Speaker
please wait

No media source currently available

0:00 0:02:09 0:00

ສະພາ​ຕ່ຳ​ສະຫະລັດ ​ໄດ້​ເລືອກ​ເອົາ ທ່ານ Paul Ryan ​ເປັນ​ປະ
ທານ​ຄົນ​ໃໝ່ໃນ​ວັນ​ພະຫັດ​ວານ​ນີ້​ ຊຶ່ງ​ເປັນ​ມື້ທີ່​ມີ​ການ​ສະຫລອງ​
ຢ່າງ​ສຳຄັນ​ ມີ​ຄວາມ​ຫວັງ​ສູງແລະ​ມີ​ຈິດ​ໃຈແຫ່ງ​ຄວາມ​ເປັນ​ເອກ
​ກະພາບ ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ ​ຢູ່​ໃນ​ສະພາ​ຕ່ຳ. ປະທານ​ສະພາ​
ຕ່ຳ​ເປັນ​ຕຳ​ແໜ່​ງນຶ່ງ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​ໃນ​ນະຄອນຫຼວງວໍ​ຊິງ​ຕັນ
ແມ່ນ​ເປັນ​ບຸກຄົນ​ທີ​ສອງ​ໃນ​ເສັ້ນສາຍ​ຂອງ​ການ​ສືບ​ທອດ​ອຳນາດ​
ຈາກ​ທຳນຽບຂາວ ຖ້າຕຳ​ແໜ່​ງປະທານາທິບໍດີ ​ແລະ​ຮອງ​ປະທາ
ນາທິບໍດີ​ຫາກ​ຫວ່າງ​ລົງ.

ທ່ານ Ryan ທີ່ມີອາຍຸ 45 ປີ ​ແມ່ນ​ເປັນ​ດາວຮຸ່ງ​ ຂອງ​ພັກ​ຮີ​ພັບ​
ບລີ​ກັນ​ຈາກ​ລັດວິສຄັນ​ຊິນ ​ແລະເປັນ​ບຸກຄົນ​ ທີ່​ມີ​ອາຍຸ​ນ້ອຍ​ທີ່​
ສຸດທີ່​ໄດ້​ເຂົ້າກຳ​ແໜ່​ງປະທານ​ສະ​ພາ​ຕ່ຳ​ໃນ​ຮອບ 100 ກວ່າ​ປີ.

ທ່ານ Ryan ​ແມ່ນ​ເຮັດ​ວຽກ​ກ້າວ​ຂຶ້ນມາ​ທີລະ​ຂັ້ນ​ ​ໂດຍ​ເຄີຍ​ຮັບ​ໜ້າ​ທີ່​ເປັນ​ຜູ້​ຊ່ອຍທາງ​ດ້ານ​
ນິຕິບັນ​ຢັດ ແລະ​ເຄີຍ​ເປັນ​ຜູ້​ເສີ​ບອາຫານ ທີ່​ຮ້ານ​ອາຫານ​ເມັກ​ຊິ​ໂກ​ ຢູ່​ທີ່​ລັດຖະສະພາ​ສະ
ຫະລັດກ່ອນ​ຈະ​ຖືກ​ເລືອກ​ເປັນ​ສະມາຊິກ​ສະພາ​ຕ່ຳ​ໃນ​ປີ 1998. ທ່ານ​ໄດ້​ເປັນ​ທານ​ຄະນະ​
ກຳມະການ​ເກັບ​ພາສີ ທີ່​ມີ​ອິດ​ທິພົນ​ຂອງ​ສະພາ​ຕ່ຳ ​ໃນ ເດືອນ​ມັງກອນ​ປີນີ້.

ທ່ານ Mitt Romney ທີ່​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະ​ໝັກ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​
ກັນ ​ໄດ້​ເລືອກ​ເອົາ​ທ່ານ Ryan ​ເປັນ​ຜູ້​ຮອງ​ໃນ​ການ​ເລືອກ​ຕັ້ງປີ​ 2012 ​ເວລາ​ປະທານາທິບໍ
ດີ​ບາ​ຣັກ ​ໂອ​ບາ​ມາ​ ຊະນະ​ການ​ເຂົ້າຮັບ​ຕຳ​ແໜ່​ງ ເປັນສະ​ໄໝ​ທີ​ສອງ​ ຂອງ​ທ່ານ.​ທ່ານ Romney ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ ກໍ​ໄດ້​ໄປ​ມີໜ້າ​ຢູ່​ທີ່​ສະພາແລະ​ກໍ​ໄດ້ຖ່າຍຮູບ​ຮ່ວມກັບ
​ທ່ານ Ryan ຫລັງ​ຈາກ​ສະ​ພາ​ໄດ້​ລົງ​ຄະ​ແນນ​ສຽງແລ້ວ.

ການ​ເລືອກ​ຕັ້ງຢູ່​ໃນ​ສະພາ​ຕ່ຳ​ໄດ້​ເປັນ​ໄປ​ດ້ວຍ​ຄວາມ​ລາບ​ລື່ນ​ດີ ຫລັງ​ຈາກ​ໄດ້​ເກີດ​ຄວາມ​
ວຸ້ນວາຍ​ ມາ​ເປັນ​ເວລາ​ນຶ່ງ​ເດືອນ ​ໃນ​ໝູ່​ບັນດາ​ສະມາຊິກ ​ຂອງ​ພັກ​ຣີພັບ​ບລີກັນ ​ທີ່​ກຳ​ສຽງ​
ສ່ວນຫຼາຍຢູ່​ໃນ​ສະພານັ້ນ.​ ທ່ານ Ryan ​ໄດ້​ຮັບ​ຄະ​ແນນສຽງ ​ສະໜັບສະໜຸນ 236 ສຽງ
ໂດຍມີ​ສະພາ​ຊິກ​ພັກ​ຣີພັບ​ບລີ​ກັນ​ພຽງ​ແຕ່ 10 ຄົນ​ເທົ່ານັ້ນ ທີ່​ປ່ອນ​ບັດ​ເອົາ​ຄົນ​ອື່ນ.​ ຜູ້ນຳ​
ສຽງ​ສ່ວນນ້ອຍ​ໃນ​ສະພາ​ຕ່ຳທ່ານ​ນາງ Nancy Pelosi ​ໄດ້ຮັບ 184 ສຽງ​ຈາກ​ສະພາ​ຊິກ​
ພັກ​ຂອງ​ທ່ານ​ນາງ ​ໂດຍ​ມີ​ສະມາຊິກຂອງ​ພັກ​ປ່ອນ​ບັດ​ເອົາ​ຄົນ​ອື່ນ​ພຽງ​ແຕ່​ 2 ຄົນ​ເທົ່າ​ນັ້ນ.

ທ່ານ​ນາງ Pelosi ​ໄດ້ເຮັດ​ພິທີມອບ​ໄມ້ຄ້ອນ​ຂອງ​ສະພາ​ໃຫ້​ແກ່​ທ່ານ Ryan ທີ່ ​ໄດ້​ເບິ່ງ​ໄປ​
ຍັງ​ສະມາຊິກ​ສະພາຕ່ຳ 435 ທ່ານແລ້ວ​ກໍ​ກ່າວ​ວ່າ​ເບິ່ງ​ຄື​ວ່າ​ກັບປະຊາ​ຊົນ​ຊາວ​ອາເມຣິກັນ
​ທັງ​ມວນ​ກຳ​ລັງ​ຢູ່​ຕໍ່ໜ້າ​ຂ້າພະ​ເຈົ້າ.

XS
SM
MD
LG