ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານນາງ Clinton ກ່າວຂໍໂທດ ຕໍ່ຜູ້ສະໜັບ ສະໜູນທ່ານ Trump


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກ
ເດໂມແຄຣັດ ທ່ານນາງ Hillary Clinton ກ່າວໃນງານລ້ຽງ
ທີ່ສະໂມສອນ Cipriani ນະຄອນ ນິວຢອກ. 9 ກັນຍາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກ ເດໂມແຄຣັດ ທ່ານນາງ Hillary Clinton ກ່າວໃນງານລ້ຽງ ທີ່ສະໂມສອນ Cipriani ນະຄອນ ນິວຢອກ. 9 ກັນຍາ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ໄດ້ກ່າວຂໍໂທດ ບາງສ່ວນ ສຳລັບການເອີ້ນຂູ່ແຂ່ງຂັນຂອງເພິ່ນຈາກພັກ ຣີິພັບບລີກັນ ທ່ານ Donald Trump ວ່າ “ເປັນຕາເວດທະນາ”

ທ່ານນາງ Clinton ໄດ້ເປີດເຜີຍຖະແຫຼງການສະບັບໜຶ່ງໃນວັນເສົາວານນີ້, ໜຶ່ງມື້ຫຼັງ ຈາກເພິ່ນໄດ້ກ່າວຢູ່ທີ່ບ່ອນລະດົມເງິນທຶນໃນຄ່ຳຄືນຂອງວັນສຸກທີ່ຜ່ານວ່າ “ເຄິງໜຶ່ງ” ຂອງຜູ້ທີ່ສະໜັບສະໜູນທ່ານ Trump ແມ່ນສັງກັດຢູ່ໃນ “ກຸ່ມຄົນທີ່ມັກຕຳໜິ” ເຊັ່ນພວກ ແບ່ງແຍກຊົນຊັ້ນ, ພວກຊັງຄົນຮັກເພດດຽວກັນ, ພວກແບ່ງແຍກເພດ, ພວກຢ້ານສາສະ ໜາອິສລາມ ຫຼື ເວົ້າອີກຢ່າງອື່ນກໍແມ່ນພວກທີ່ຢ້ານຄົນທີ່ບໍ່ຄືກັບພວກເຂົາເຈົ້າ.

ທ່ານນາງ Clinton ໄດ້ກ່າວໃນວັນເສົາວານນີ້ວ່າ ທ່ານເສຍໃຈກັບບາງສ່ວນໃນຖະແຫຼງ ການຂອງທ່ານນາງ, ໂດຍເອີ້ນມັນວ່າ “ເປັນຄຳເວົ້າທີ່ຫຍາບຄາຍ” ແລະ ໄດ້ກັບຄືນໄປ ເວົ້າໃນຂໍ້ອ້າງຂອງທ່ານນາງວ່າ “ເຄິ່ງໜຶ່ງ” ຂອງບັນດາຜູ້ສຳໜັບສະໜູນຂອງທ່ານ Trump ແມ່ນເໝາະສົມກັບບັນຍາຍນັ້ນ.

ແຕ່ທ່ານນາງໄດ້ສືບຕໍ່ເວົ້າວ່າ “ມັນເປັນຕາເວດທະນາທີ່ທ່ານ Trump ໄດ້ສ້າງການໂຄ ສະນາຫາສຽງຂອງທ່ານສ່ວນໃຫຍ່ ກ່ຽວກັບ ອະຄະຕິ ແລະ ຄວາມຫວາດລະແວງ ແລະ ເຮັດໃຫ້ນະໂຍບາຍແຫ່ງຊາດມີທັດສະນະ ແລະ ການສະແດງຄວາມຄິດເຫັນ ຄຽດຊັງ, ລວມ ທັງການຂຽນຂໍ້ຄວາມທີ່ຮຸນແຮງໃສ່ Twitter ຊ້ຳໄປຊໍ້າມາ ກັບຜູ້ທີ່ຕິດຕາມຂອງ ທ່ານ ຊາວສາມສິບຄົນ ແລະ ແຜ່ຂໍ້ຄວາມອອກໄປຫາປະຊາຊົນ 11 ລ້ານຄົນ.”

ທ່ານນາງ Clinton ໄດ້ກ່າວວ່າ ຍ້ອນເຫດຜົນນັ້ນ, ທ່ານນາງຈຶ່ງຈະບໍ່ເຊົາ “ເອີ້ນນິໄສ ຄວາມຮຸນແຮງ ແລະ ການໃຊ້ຄຳເວົ້າທີ່ແບ່ງແຍກໃນການໂຄສະນາຫາສຽງຄັ້ງນີ້.”

ໃນຕອນເຊົ້າຂອງວັນເສົາວານນີ້, ການໂຄສະນາຫາສຽງຂອງທ່ານ Trump ໄດ້ໂຈມຕີຄຳ ເຫັນຂອງທ່ານນາງ Clinton, ໂດຍກ່າວວິຈານທ່ານນາງ ສຳລັບການບໍ່ໃຫ້ຄວາມເຄົາລົບ ຕໍ່ບັນດາຜູ້ລົງຄະແນນສຽງ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Mike Pence ກ່າວທີ່ກອງປະຊຸມສຸດຍອດຄຸນຄ່າຂອງຜູ້ລົງຄະແນນສຽງໃນນະຄອນຫຼວງ ວໍຊິງຕັນ. 10 ກັນຍາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Mike Pence ກ່າວທີ່ກອງປະຊຸມສຸດຍອດຄຸນຄ່າຂອງຜູ້ລົງຄະແນນສຽງໃນນະຄອນຫຼວງ ວໍຊິງຕັນ. 10 ກັນຍາ 2016.

ໃນການກ່າວທີ່ກອງປະຊຸມສຸດຍອດຂອງຜູ້ທີ່ໃຫ້ຄວາມສຳຄັນຕໍ່ຜູ້ລົງຄະແນນສຽງໃນນະ ຄອນຫຼວງ ວໍຊິງຕັນ ໃນວັນເສົາວານນີ້, ຜູ້ລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Mike Pence ໄດ້ກ່າວປົກປ້ອງບັນດາຜູ້ສະໜັບສະໜູນການ ໂຄສະນາຫາສຽງຂອງທ່ານ Trump ວ່າ “ພວກເຂົາເຈົ້າບໍ່ແມ່ນກຸ່ມຄົນຫຍັງທີ່ບໍ່ດີ. ພວກ ເຂົາເຈົ້າແມ່ນຄົນ ອາເມຣິກັນ ແລະ ພວກເຂົາເຈົ້າຄວນໄດ້ຮັບຄວາມເຄົາລົບຈາກ ທ່ານ.”

ທ່ານ Pence ໄດ້ກ່າວເພີ່ມເຕີມວ່າ “ບໍ່ມີຄົນ ອາເມຣິກັນ ຜູ້ໃດທີ່ມີຄວາມຄິດເຫັນທີ່ຕ່ຳ ຄວນຖືກເລືອກໃຫ້ເປັນປະທານາທິບໍດີຂອງ ສະຫະລັດ. ພວກເຮົາຕ້ອງຕັດສິນໃຈວ່າ ທ່ານນາງ Hillary Clinton ຈະບໍ່ມີວັນໄດ້ຖືກເລືອກໃຫ້ເປັນປະທານາທິບໍດີ ຂອງປະ ເທດທີ່ຍິ່ງໃຫຍ່ນີ້."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG