ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ສະພາສູງ ແລະອະດີດ ເຈົ້າໜ້າທີ່ ຄົນສຳຄັນ ພັກ Republican ຈະບໍ່ລົງຄະແນນສຽງ ໃຫ້ທ່ານ Trump


US Politics
please wait
Embed

No media source currently available

0:00 0:01:24 0:00

ສະມາຊິກສະພາສູງສັງກັດພັກ Republican ທ່ານນາງ Susan Collins ກ່າວວ່າ ທ່ານນາງ ຈະບໍ່ລົງຄະແນນສຽງໃຫ້ ທ່ານ Donald Trump ຕົວແທນຂອງພັກທີ່ຖືກ ແຕ່ງຕັ້ງ ​ໃຫ້​ເປັນ​ຜູ້​ສະໝັກ​ປະທານາທິບໍດີ ໂດຍກ່າວວ່າ ທ່ານບໍ່ໄດ້ເປັນຕົວແທນຂອງ ຄຸນຄ່າພັກ Republican ​ໃນ “ການບໍລິຫານປະເທດ ​ແບບຮວມ​ເອົາ​ທຸກ​ພັກ​ຝ່າຍ ທັງໝົດ​ເຂົ້າຮ່ວມ” ທີ່ປະເທດ ຕ້ອງການນັ້ນ.

ທ່ານນາງ Collins ຜູ້ຊຶ່ງໄດ້ຖືກ​ເລືອກ​ເປັນສະມາຊິກສະພາສູງ ໃນປີ 1996 ໄດ້ຂຽນລົງ​ໃນ​ບົດຄວາມຫັນ ຂອງໜັງສືພິມ Washington Post ກ່ຽວກັບມຸມມອງຂອງທ່ານນາງທີ່ວ່າ ທ່ານ Trump ບໍ່ເໝາະສົມ ທີ່ຈະເປັນປະທານາທິບໍດີ ​ແມ່ນອິງຕາມພື້ນຖານ ຂອງການ ບໍ່ນັບຖືຫລັກການ ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ການໃຫ້ກຽດກັນ.

“ກັບເປັນວ່າ ທ່ານໄດ້​ເຍາະ​ເຍີ້ຍຕໍ່​ພວກ​ທີ່​ອ່ອນ​ໄຫວ ແລະຍຸ​ຍົງ​ໃຫ້​ມີ​ກຄວາມ​ກຽດ​ຊັງ ໂດຍການໂຈມຕີພວກ​ຊົນ​ກຸ່ມ​ນ້ອຍ ແລະສາສະໜາກຸ່ມນ້ອຍ,” ຊຶ່ງນັ້ນແມ່ນຄຳເວົ້າ ຂອງທ່ານນາງ Collins.

ນອກ​ນັ້ນ ທ່ານນາງ ຍັງສະແດງຄວາມເປັນຫວ່າງເປັນໃຍທີ່ວ່າ ຖ້າຫາກວ່າ ທ່ານ Trump ໄດ້ຖືກເລືອກ “ການບໍ່ສາມາດ​ໃຊ້​ຄວາມ​ຢັບຢັ້ງ ແລະການເວົ້າຖາກຖາງ​ແບບ​ບໍ່​ມີ​ຂໍ້​ມູນ​ພຽງພໍ” ຈະສາມາດເຮັດໃຫ້ໂລກນີ້​ເປັນ​ອັນຕະລາຍ​ຂຶ້ນຕື່ມ.

ສະມາຊິກສະພາສູງ ສະຫະລັດ ທ່ານນາງ Susan Collins, ສະມາຊິກຄົນສຳຄັນ ກ່າວໃນກອງປະຊຸມຖະແຫຼງຂ່າວ ທີ່ ລັດຖະພາ ໃນວໍຊີງຕັນ.
ສະມາຊິກສະພາສູງ ສະຫະລັດ ທ່ານນາງ Susan Collins, ສະມາຊິກຄົນສຳຄັນ ກ່າວໃນກອງປະຊຸມຖະແຫຼງຂ່າວ ທີ່ ລັດຖະພາ ໃນວໍຊີງຕັນ.

“ມັນເປັນການຖືເບົາ ສຳຫຼັບຜູ້ລົງແຂ່ງຂັນເພື່ອຍາດເອົາຕຳແໜ່ງປະທານາທິບໍດີ ທີ່ໄດ້ກ່າວ ຕໍ່ສາທາລະນະ ກ່ຽວກັບຄວາມລັງເລໃຈ ​ໃນ​ການ​ປະຕິບັດສົນທິສັນຍາ ທີ່ໄດ້ຕົກລົງກັບປະ ​ເທດ​ພັນທະ​ມິດນັ້ນ. ເບິ່ງຄືວ່າ ທ່ານ Trump ຍິ່ງແຮງຮ້າຍ ອອກ ໄປອີກ ຕອນທີ່ທ່ານ ໄດ້ຖືກ ທ້າທາຍ ເພີ້ມທະວີຂຶ້ນນັ້ນ ຈົນອາດເກີດມີການຜິດຖຽງ ກັນຮ້າຍແຮງອອກໄປຈົນບໍ່ສາ ມາດຄວມຄຸມໄດ້ນັ້ນ.”

ຍັງບໍ່ທັນໄດ້ມີຄວາມເຫັນໃດໆຈາກຄະນະໂຄສະນາຫາສຽງຂອງທ່ານ Trump ເທື່ອ ໃນແລງວັນຈັນວານນີ້ ກ່ຽວກັບຄວາມເຫັນຂອງສະມາຊິກສະພາສູງທ່ານນີ້. ແຕ່ວ່າ ກອງໂຄສະນາຫາສຽງ ໄດ້ຕອບໂຕ້ ຕໍ່ຈົດໝາຍຂອງສະມາຊິກ 50 ທ່ານ ຂອງອະດີດ ເຈົ້າໜ້າທີ່ຮັກສາຄວາມປອດໄພແຫ່ງຊາດ ແລະເຈົ້າໜ້າທີ່ນະໂຍບາຍການຕ່າງປະເທດ ທີ່ໄດ້ຮັບໃຊ້ພາຍໃຕ້ການນຳພາຂອງປະທານາທິບໍດີສະຫະລັດ ສັງກັດພັກ Republican ຄົນກ່ອນ ແລະໄດ້ກ່າວວ່າ ພວກເຂົາເຈົ້າຈະບໍ່ລົງຄະແນນສຽງໃຫ້ທ່ານ Trump.

ກຸ່ມທີ່ວ່ານີ້ແມ່ນຮວມທັງ ອະດີດລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍ​ໃນແຫ່ງ ຊາດ ທ່ານ Michael Cheroff ແລະທ່ານ Tom Ridge, ອະດີດປະທານອົງການສືບລັບ CIA ທ່ານ Michael Hayden ແລະອະດີດຜູ້ອຳນວຍການອົງການສືບ​ລັບແຫ່ງຊາດ ແລະຮອງ ລັດຖະມົນຕີການຕ່າງປະເທດ ທ່ານJohn Negroponte ທີ່ກ່າວວ່າ ພວກທ່ານ ຊາບດີວ່າ ການເປັນປະທານາທິບໍດີ ນັ້ນແມ່ນບໍ່ແມ່ນຂອງງ່າຍ ແລະທ່ານ Trump ບໍ່ມີບຸກ ຄະລິກ ແລະຂາດປະສົບການໃນໜ້າທີ່ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG