ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງ ຈັດການ ຊຸມນຸມ ຕໍ່ຕ້ານທ່ານ Trump ຢູ່ທີ່ລັດ Arizona ແລະ ນະຄອນ New York


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບ
ບລີກັນ ທ່ານ Donald Trumpກ່າວໃນລະຫວ່າງການ
ໂຄສະນາຫາສຽງທີ່ເມືອງ Fountain Hills, ລັດ Arizona, 19 ມີນາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບ ບລີກັນ ທ່ານ Donald Trumpກ່າວໃນລະຫວ່າງການ ໂຄສະນາຫາສຽງທີ່ເມືອງ Fountain Hills, ລັດ Arizona, 19 ມີນາ, 2016.

ຜູ້ທີ່ຫວັງຢາກເປັນປະທານາທິບໍດີຂອງ ອາເມຣິກາ 5 ຄົນທີ່ຍັງເຫຼືອ ແມ່ນກຳລັງຫາການ ສະໜັບສະໜູນຈາກບັນດາຜູ້ລົງຄະແນນສຽງ ມື້ໜຶ່ງກ່ອນການເລືອກຕັ້ງຂັ້ນຕົ້ນທີ່ຍັງເຫຼືອ 2 ຄັ້ງ ແລະ ການປະຊຸມ ເລືອກຕັ້ງຄັ້ງໜຶ່ງ ເພື່ອວັດແທກການສະໜັບສະໜູນ ທີ່ມີຄວາມນິ ຍົມຊົມຊອບຈາກປະຊາຊົນ. ຜູ້ນຳໜ້າໃນການແຂ່ງຂັນສັງກັດພັກ ຣີພັບບລີກັນ ທ່ານ Donald Trump ແມ່ນໄດ້ສ້າງບັນຫາໂຕ້ແຍ້ງ ແລະ ສ້າງຄວາມສົນໃຈຕາມເຄີຍ.

ພວກຜູ້ປະທ້ວງລວມຕົວກັນຢູ່ນອກໂຮງແຮມ International Hotel ຂອງທ່ານ Trump ໃນລະຫວ່າງການປະທ້ວງຕໍ່ຕ້ານທ່ານ Donald Trump ໃນນະຄອນ ນິວຢອກ. 19 ມີນາ 2016.
ພວກຜູ້ປະທ້ວງລວມຕົວກັນຢູ່ນອກໂຮງແຮມ International Hotel ຂອງທ່ານ Trump ໃນລະຫວ່າງການປະທ້ວງຕໍ່ຕ້ານທ່ານ Donald Trump ໃນນະຄອນ ນິວຢອກ. 19 ມີນາ 2016.

ພວກຜູ້ປະທ້ວງໄດ້ພະຍາຍາມທີ່ຈະຢຸດການຊຸມນຸມຂອງທ່ານ Trump ໃນລັດ Arizona, ໃກ້ກັບເຂດຊາຍແດນປະເທດ Mexico ໃນວັນເສົາວານນີ້, ດ້ວຍການຈອດລົດຂອງພວກເຂົາເຈົ້າໄວ້ຢູ່ກາງ ທາງ ແລະ ກີດກັ້ນການສັນຈອນ.

ຜູ້ປະທ້ວງບາງຄົນໄດ້ຍົກປ້າຍທີ່ອ່ານວ່າ “ຈົ່ງໂຍນ Trump ຖິ້ມ ຫຼື Dump Trump.” ແລະ 3 ຄົນໄດ້ຖືກຈັບ.

ໃນການໃຫ້ຄຳປາໄສຂອງທ່ານ, ອີກຄັ້ງໜຶ່ງທ່ານ Trump ໄດ້ໃຫ້ຄຳ ສັນຍາວ່າຈະສ້າງກຳແພງກັ້ນຢູ່ຕາມເຂດຊາຍແດນເພື່ອ ກີດກັນບໍ່ໃຫ້ພວກຜິດກົດໝາຍເຂົ້າມາ, ຜູ້ທີ່ທ່ານກ່າວວ່າໄດ້ນຳ ເອົາຢາເສບຕິດ ແລະ ອາດຊະຍາກຳຄວາມຮຸນແຮງມາສູ່ ສະຫະລັດ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ Bernie Sanders ຈັດກອງປະຊຸມຖະແຫຼງຂ່າວ ຢູ່ໃກ້ກັບເຂດຊາຍແດນ ສາກົນ ສະຫະລັດ ແລະ ເມັກຊິໂກ ທີ່ເມືອງ Nogales ລັດ Arizona, 19 ມີນາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ Bernie Sanders ຈັດກອງປະຊຸມຖະແຫຼງຂ່າວ ຢູ່ໃກ້ກັບເຂດຊາຍແດນ ສາກົນ ສະຫະລັດ ແລະ ເມັກຊິໂກ ທີ່ເມືອງ Nogales ລັດ Arizona, 19 ມີນາ 2016.

ທ່ານໄດ້ກ່າວຫາຂູ່ແຂ່ງຂອງທ່ານໃນພັກຣີພັບບລີກັນ ສະມາຊິກ ສະພາສູງລັດ Texas ທ່ານ Ted Cruz ແລະ ຜູ້ປົກຄອງລັດ Ohio ທ່ານ John Kasich ວ່າບໍ່ເອົາມາດຕະການເຄັ່ງຄັດຕໍ່ການຍົກ ຍ້າຍຖິ່ນຖານ ແລະ ກໍໄດ້ຍັນຍາວ່າຈະຮັກສາວຽກງານ ແລະ ອຸດ ສາຫະກຳຂອງ ສະຫະລັດ ບໍ່ໃຫ້ເຂົ້າໄປໃນປະເທດ Mexico.

ທ່ານ ກ່າວວ່າ ຈີນ ສາມາດທີ່ຈະສ້າງເສດຖະກິດຂອງພວກເຂົາເຈົ້າ ດ້ວຍເງິນ ແລະ ວຽກງານຂອງ ອາເມຣິກາ, ໂດຍເອີ້ນພວກເຂົາເຈົ້າ ວ່າເປັນຂີ້ລັກຜູ້ໜຶ່ງທີ່ເກັ່ງທີ່ສຸດໃນໂລກ.

ການປະທ້ວງຕໍ່ຕ້ານທ່ານ Trump ອີກແຫ່ງໜຶ່ງໄດ້ເກີດຂຶ້ນທີ່ນະ ຄອນ ນິວຢອກ ໃນວັນເສົາວານນີ້ ຢູ່ນອກຕຶກທີ່ເປັນຫໍຄອຍສູງຂອງ ທ່ານ Trump ຕັ້ງຢູ່ຖະໜົນທີ 5 ຫຼື fifth avenue.

ທ່ານ Bernie Sanders ກໍໄດ້ເດີນທາງໄປຢ້ຽມຢາມເຂດຊາຍແດນປະເທດ Mexico ເຊັ່ນກັນ.

ຜູ້ທີ່ມີຄະແນນນຳຫຼັງໃນການແຂ່ງຂັນຂອງພັກ ເດໂມແຄຣັດ ສະມາຊິກສະພາສູງລັດ Vermont ທ່ານ Bernie Sanders ກໍໄດ້ໄປໂຄສະນາຫາສຽງຢູ່ຕາມເຂດຊາຍແດນ ລັດ Arizona ແລະ ປະເທດ Mexoco ໃນວັນເສົາວານນີ້, ແຕ່ວ່າການໃຫ້ຄຳປາໄສຂອງທ່ານ ແມ່ນມີຄວາມສະຫງົບກວ່າທ່ານ Trump ຕັ້ງຫຼາຍ.

US Politics
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG