ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ສະໝັກ ເປັນປະທານາທິບໍດີ ພັກຣີພັບບລີກັນ ບໍ່ສົນໃຈນຳ ການລາຍງານ ຂອງ ປ. ໂອບາມາ


ທ່ານ Donald Trump ສັງກັດພັກຣີພັບບຣີກັນ ຜູ້ສະໝັກ ລົງແຂ່ງຂັນ ເປັນປະທານາທິບໍດີ ສະຫະລັດ.
ທ່ານ Donald Trump ສັງກັດພັກຣີພັບບຣີກັນ ຜູ້ສະໝັກ ລົງແຂ່ງຂັນ ເປັນປະທານາທິບໍດີ ສະຫະລັດ.

ບັນດາຜູ້ສະໝັກລົງແຂ່ງຂັນ ເພື່ອເຂົ້າຮັບໜ້າທີ່ໃນທຳນຽບຂາວ
ໄດ້ມີປະຕິກິລິຍາ ທີ່ສາມາດຄາດໄດ້ ​ໃນການກ່າວຄຳປາໄສ
ລາຍງານສະພາບການປະເທດຊາດ ຂອງປະທານາທິບໍດີ ບາຣັກ
ໂອບາມາ ເມື່ອຕອນຄ່ຳວັນອັງຄານວານນີ້ ໂດຍມີບັນດາສະມາຊິກ
ພັກຣີພັບບລີກັນ ທີ່ເອີ້ນຄຳປາໄສນັ້ນວ່າ ໜ້າເບື່ອ ແລະບໍ່ທັນກັບ
ສະພາບການໃນໂລກເລີຍ ແລະບັນດາສະມາຊິກພັກເດໂມແຄຣັດ
ຕ່າງກໍຍ້ອງຍໍ ປະຫວັດຂອງປະທານາທິບໍດີ.

ທ່ານ Donald Trump ສັງກັດພັກຣີພັບບຣີກັນ ຜູ້ລົງແຂ່ງຂັນທີ່
ມີ​ຄະ​ແນນນຳໜ້າໝູ່ ກ່າວວ່າ ຄຳປາໄສນັ້ນ ບໍ່​ມີ​ຄວາມ​ກະຕືລືລົ້ນ
ແລະ “ບໍ່ເປັນຕາເບິ່ງ.”

ທ່ານ Trump ໄດ້ຂຽນລົງທາງ Twitter ວ່າ “ຄຳປາໄສ ລາຍງານສະພາບການປະເທດ ຊາດນັ້ນ ແມ່ນເປັນນຶ່ງໃນຄຳປາໄສທີ່ໜ້າເບື່ອ ທີ່ສຸດ ເວົ້າໄປທົ່ວທີບ ແລະ ບໍ່ສາມາດ
ຢັ້ງຢືນໄດ້ ທີ່ຂ້າພະເຈົ້າເຄີຍໄດ້ຍິນ ມາດົນນານແລ້ວ. ຜູ້ນຳຄົນໃໝ່ ​ໂດຍດ່ວນ!”

ສ່ວນສະມາຊິກສະພາສູງ ຈາກລັດ Texas ທ່ານ Ted Cruz ຜູ້ທີ່ກຳລັງມີ​ຄະ​ແນນສູງຂຶ້ນ
ໃນການຢັ່ງຫາງສຽງ ເມື່ອສອງເດືອນທີ່ຜ່ານມານີ້ ໄດ້ເອີ້ນຄຳປາໄສຂອງທ່ານໂອບາມາ
ວ່າ “ເປັນສະພາບທີ່ບໍ່ຍອມຮັບຄວາມເປັນຈິງ.”

ທ່ານ Cruz ກ່າວວ່າ ທ່ານໂອບາມາ ຖືເບົາການຂົ່ມຂູ່ຈາກກຸ່ມລັດອິສລາມ ແລະ ບໍ່ໄດ້
ກ່າວເຖິງການໂຈມຕີກໍ່ການຮ້າຍ ເມື່ອປີກາຍນີ້ ຢູ່ນະຄອນຫຼວງປາຣີ ແລະ​ເມືອງ San Bernardino ລັດ California.

ທ່ານ Cruz ກ່າວຕໍ່ ຕາໜ່າງຂ່າວ MSNBC ວ່າ “ຂ້າພະເຈົ້າຈະບໍ່ຂໍໂທດຕໍ່ຜູ້ໃດ ສຳລັບ
ຄວາມໝັ້ນໝາຍຂອງຂ້າພະເຈົ້າ ທີ່ຢາກຈະສັງຫານພວກກໍ່ການຮ້າຍ.”
ທ່ານ Cruz
ໄດ້ສະເໜີ ໃຫ້ “ຖິ້ມລະເບີດປູພົມ” ໃສ່ພວກລັດອິສລາມ ຊຶ່ງເປັນນຶ່ງໃນຄຳເຫັນທັງຫຼາຍ
ຂອງບັນດາຜູ້ສະໝັກ ສັງກັດພັກຣີພັບບລີກັນ ໃນລະຫວ່າງການໂຄສະນາຫາສຽງ ຂອງ
ພວກເຂົາເຈົ້າ ທີ່ທ່ານໂອບາມາ ໄດ້ອ້າງອີງເຖິງ ໃນຄຳປາໄສຂອງທ່ານ.

ທ່ານໂອບາມາ ໄດ້ກ່າວວ່າ “ໂລກຈະແນມມາຫາພວກເຮົາ ເພື່ອ​ແກ້​ໄຂບັນຫາຕ່າງໆ
ເຫຼົ່ານີ້ ແລະ ຄຳຕອບຂອງພວກເຮົາຕ້ອງມີຫຼາຍຮູບແບບ ແທນທີ່ຈະເປັນຄຳເວົ້າ ທີ່
ເກັ່ງກາດ ຫຼື ເອີ້ນໃຫ້ໄປຖິ້ມລະເບີດໃສ່ພົນລະເຮືອນ.”
ທ່ານຍັງອ້າງອີງເຖິງ ຄວາມ
ເປັນຫ່ວງຂອງຊາວອາເມຣິກັນບາງສ່ວນ ກ່ຽວກັບການປ່ຽນແປງຂອງປະເທດ ແລະ
ຕໍ່ພວກຜູ້ທີ່ໃຫ້ຄຳໝັ້ນສັນຍາວ່າ “ຈະນຳເອົາກຽດຕິສັກທີ່ເຄີຍມີແຕ່ກ່ອນກັບຄືນມາ
ຖ້າພວກເຮົາພຽງແຕ່ຄວບຄຸມບາງກຸ່ມ ຫຼື ບາງແນວຄິດ ທີ່ເປັນການຂົ່ມຂູ່ອາເມຣິກາ
ນັ້ນໄດ້.”

ທ່ານ Trump ແມ່ນສາມາດເຫັນໄດ້ຢູ່ສະເໝີ ຕາມບ່ອນໂຄສະນາຫາສຽງຂອງທ່ານ
ທ່ານຈະໃສ່ໝວກທີ່ມີຄຳເວົ້າວ່າ “ເຮັດໃຫ້ອາເມຣິກາ ຍິ່ງໃຫຍ່ອີກ!”

Presidential Candidates, Congress React to Obama Address
please wait

No media source currently available

0:00 0:02:08 0:00
XS
SM
MD
LG