ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະຫານສະຫະລັດ ເສຍຊີວິດ ໃນການປະຕິບັດງານ ຢູ່ ອັຟການິສຖານ


ກຳລັງພິເສດຂອງສະຫະລັດ ໂອ້ລົມກັນ ກ່ອນອອກຈາກຄ້າຍ ທີ່ແຂວງ Helmand ໃນພາກໃຕ້ ອັຟການິສຖານ. (28​ ກັນຍາ 2015)
ກຳລັງພິເສດຂອງສະຫະລັດ ໂອ້ລົມກັນ ກ່ອນອອກຈາກຄ້າຍ ທີ່ແຂວງ Helmand ໃນພາກໃຕ້ ອັຟການິສຖານ. (28​ ກັນຍາ 2015)

ທະຫານ​ອາ​ເມ​ຣິກັນ​ຄົນ​ນຶ່ງ​ເສຍ​ຊີວິດ​ແລະ​ອີກ 2 ຄົນ​ ບາດ​ເຈັບ
ໃນ​ລະຫວ່າງ​ການສູ້​ລົບກັນຢູ່​ທີ່​ແຂວງ Helmand ຂອງອັຟກາ
​ນິສຖານ​ ໃນ​ວັນ​ອັງຄານວານ​ນີ້ ບ່ອນ​ທີ່​ນັກ​ລົບ​ຂອງ​ພວກ​ຕາ​ລີ
​ບາ​ນພວມ​ຂະຫຍາຍ​ການ​ປະຕິບັດ​ງານ​ຂອງ​ຕົນ.

​ເຈົ້າໜ້າ​ທີ່​ກະຊວງ​ປ້ອງກັນ​ປະ​ເທດ​ຂອງ​ສະຫະລັດກ່າວ​ວ່າ ກຳ
ລັງ​ພິ​ເສດ​ຂອງ​ສະຫະລັດ ​ໄດ້​ມີ​ສ່ວນ​ພົວພັນ​ ກັບ​ການ​ປະຕິບັດ​
ງານ​ທີ່​ມີ​ຂຶ້ນ​ໃກ້​ກັບ​ເມືອງ Marja​ ຊຶ່ງ​ເປັນ​ເຂດທີ່​ເກີດ​ການ​ສູ້​ລົບ
​ກັນ​ຢ່າງ​ດຸ​ເດືອດ​ເມື່ອ​ສອງ​ສາມ​ອາທິດ​ທີ່​ຜ່ານ​ມານີ້.

ທ່ານ Peter Cook ​ໂຄສົກ​ຂອງ​ທຳນຽບຫ້າ​ແຈ​ກ່າວ​ຕໍ່​ພວກ​ນັກຂ່າວ​ໃນ​ວັນ​ອັງຄານ​ວານ​
ນີ້ວ່າ​ ທະຫານ​ອາ​ເມຣິກັນ​ຖືກ​ໂຈມ​ຕີຂະນະ​ທີ່​ພວມ​ໃຫ້ການ​ຝຶກ​ແອບ ​ໃຫ້​ຄຳ​ແນະນຳ​ແລະ​
ໃຫ້ການຊ່ວຍເຫລືອ​ການ​ປະຕິບັດ​ງານ​ ແກ່​ກຳລັງ​ພິ​ເສດ​ຂອງ​ຄູ່​ຮ່ວມງານ​ຝ່າຍ​ອັຟກາ​ນິສ
ຖານ.

ມີ​ການ​ສົ່ງ​ເຮືອບິນ​ເຮຣີຄອບ​ເຕີ້ລຳ​ນຶ່ງ​ໄປ​ຊ່ວຍ​ຍົກຍ້າຍ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ອອກ​ມາ​
​ແຕ່​ບໍ່​ສາມາດ​ບິນ​ຂຶ້ນ ຈາກ​ເມືອງ Marja ​ເວລາ​ໃບ​ພັດ​ຂອງ​ເຮຣີຄອບເຕີ້ ຕຳ​ໃສ່​ກຳ​ແພງ​
ອີງ​ຕາມ​ຄຳເວົ້າຂອງ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ດ້ານ​ປ້ອງ​ກັນ​ປ​ະ​ເທດ​ທີ່​ຂໍ​ສະຫງວນ​ຊື່​ທ່ານ​ນຶ່ງ​ທີ່​
ໄດ້​ກ່າວ​ຕໍ່​ວີ​ໂອ​ເອ.​ ທ່ານ​ກ່າວ​ຕື່ມ​ວ່າ​ ເຮືອ​ບິນ​ເຮຣີຄອບເຕີ້ລຳ​ນັ້ນ ຍັງ​ຢູ່​ທີ່​ເມືອງ Marja ​
ເພື່ອ​ຈະ​ຂົນ​ເອົາ​ພວກ​ທີ່​ໄດ້​ຮັບ​ບາດ​ເຈັບ​ອອກ​ໄປ.

​ເຈົ້າໜ້າ​ທີ່​ອີກ​ທ່ານ​ນຶ່ງ ພັນ​ເອກ Michael Lawhorn ​ແຫ່ງກອງທັບ​ສະຫະລັດກ່າວ​ຕໍ່​ວີ​
ໂອ​ເອວ່າ​ ​ເຮືອບິນ​ເຮຣີຄອບ​ເຕີ້ລຳ​ນີ້ບໍ່​ໄດ້​ຖືກ​ຍິງ​ຕົກ.

ການ​ຍິງປືນ​ຄົກ​ໂຈມ​ຕີ​ຢ່າງ​ໜັກ​ໜ່ວງເປັນ​ອຸບປະສັກ​ຂັດຂວາງ​ບໍ່​ໃຫ້​ເຮືອບິນ​ເຮຣີຄອບ​ເຕີ້
​ໂຮງໝໍ​ລົງ​ຈອດ​ ອີງ​ຕາມ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ດ້ານ​ປ້ອງ​ກັນ​ປະ​ເທດ.

​ເມືອງ Marja ​ແມ່ນ​ນຶ່ງ​ໃນ​ຫລາຍໆ​ເຂດ ​ຂອງ​ແຂວງ Helmand ​ໄດ້​ຕົກ​ຢູ່​ພາຍໃຕ້​ການ
​ຄວບຄຸມ​ຂອງ​ພວກ​ຕາ​ລີ​ບານ.​ ພວກ​ກະບົດ​ຕາ​ລີ​ບານ​ໄດ້​ທຳ​ການ​ກົດ​ດັນ ຕໍ່​ແຂວງ Hel-
mand ທີ່​ຕັ້ງຢູ່​ໃນ​ເຂດ​ປູກ​ຝິ່ນທາງ​ພາກ​ໃຕ້​ຂອງ​ອັຟກາ​ນິສຖານມາ​ໄດ້​ຫຼາຍ​ເດືອນ​ແລ້ວ.

XS
SM
MD
LG